ວັນທີ 22 ກັນຍາ 2023 ຜ່ານມາ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ພົບປະໂອ້ລົມການນຳ, ພະນັກ ງານຫລັກແຫລ່ງກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ, ມີສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີຄະນະນໍາກົມໃຫຍ່, ຫ້ອງວ່າການກະຊວງ, ພະນັກງານຫລັກແຫລ່ງສອງກະຊວງ ເຂົ້າຮ່ວມ.

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຜ່ານບົດລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນໄລຍະ 6 ເດືອນຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນຫລາຍດ້ານ ໂດຍໄດ້ສຸມໃສ່ຈັດຕັ້ງປະຕິບັດແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຂອງພັກຢ່າງແຂງແຮງ; ຊີ້ນຳກຳລັງລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບວຽກງານ 3 ສ້າງຂອງພັກ, ສ້າງທ່າສະໜາມສົງຄາມປະຊາຊົນ 3 ຂັ້ນ, ປັບປຸງຕາໜ່າງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ເອົາໃຈໃສ່ວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ ໂດຍສະເພາະແມ່ນບັນດາຈຸດສຸມໃນທົ່ວປະເທດ; ແກ້ໄຂໜໍ່ແໜງທີ່ຈະພາໃຫ້ເກີດຄວາມບໍ່ສະຫງົບ ໂດຍສະ ເພາະໄດ້ປະສານສົມທົບ ກັບບັນດາພາກສ່ວນກ່ຽວຂ້ອງກຳແໜ້ນຮາກຖານ, ບັນດາເປົ້າໝາຍເຄື່ອນໄຫວຂອງກຸ່ມຄົນບໍ່ຫວັງດີ, ຈັດຕັ້ງກຳລັງເຄື່ອນໄຫວຕາມບໍລິເວນຂອບເຂດຮັບຜິດຊອບເພື່ອແກ້ໄຂສະພາບປະກົດການຫຍໍ້ທໍ້ຕ່າງໆໃຫ້ທັນກັບເວລາຕິດຕາມ, ກວດກາ, ຊຸກຍູ້ ແລະ ຖອດຖອນບົດ ຮຽນຄືນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດຂອງພັກ ແລະ ລັດຖະບານທົ່ວກຳລັງຫລວງ ແລະ ທ້ອງຖິ່ນ, ຊີ້ນຳກົມກອງກຳລັງຫລວງ-ກຳລັງທ້ອງຖິ່ນ ຍົກສູງສະຕິກຽມພ້ອມຮອບດ້ານຈັດຕັ້ງລະ ບົບປະຈຳການເປັນປົກກະຕິຕິດຕາມກຳແໜ້ນ ການປ່ຽນແປງສະພາບດິນຟ້າອາກາດ; ກຳແໜ້ນສະ ພາບການໃຫ້ທັນເວລາໄດ້ຊີ້ນຳບັນດາກອງບັນຊາການ ທະຫານ-ຕໍາຫລວດແຂວງ ເຂົ້າກອບກູ້ຊ່ວຍ ເຫລືອປະຊາຊົນທີ່ຖືກຜົນກະທົບ ຈາກໄພພິບັດຢູ່ບັນດາແຂວງຕ່າງໆ ທີ່ເກີດໄພພິບັດນໍ້າຖ້ວມ.

ວຽກງານປັບປຸງກໍ່ສ້າງກຳລັງ ໄດ້ເອົາໃຈໃສ່ໃນການສຶກສາອົບຮົມການເມືອງ-ນຳພາແນວຄິດ ທົ່ວກຳລັງປະກອບອາວຸດ ແລະ ຝຶກແອບຮ່ຳຮຽນ ສິນລະປະຍຸດ-ຍຸດທະວິທີ ເພື່ອໃຫ້ມີຄວາມຊໍານິຊໍານານ, ນອກນັ້ນຍັງໄດ້ເອົາໃຈໃສ່ ຮັບປະກັນການແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກ ຮົບໃນການລ້ຽງດູທັບ, ລ້ຽງດູກໍາລັງ ຍົກສູງນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ ສຸມໃສ່ການປູກຝັງ-ລ້ຽງສັດ ຕາມເງື່ອນໄຂທ່າແຮງບົ່ມຊ້ອນຂອງຕົນ; ວຽກງານການຄຸ້ມຄອງພາຫະນະເຕັກນິກ, ກວດກາ, ເບີກຈ່າຍວັດຖຸອາໄລເຕັກນິກເຫລົ່າຮົບຕ່າງໆ ແລະ ສ້ອມແປງບົວລະບັດ ພາຫະນະເຕັກນິກລົດ, ອາວຸດກະສຸນ ໃຫ້ຢູ່ໃນສະພາບກຽມພ້ອມສູ້ຮົບ ຮັບ ປະກັນໃຫ້ແກ່ການກໍ່ສ້າງພື້ນຖານເຕັກນິກ ແລະ ອຸດສາຫະກຳປ້ອງກັນຊາດໃຫ້ເຂັ້ມແຂງ ພ້ອມນັ້ນຍັງເປັນເຈົ້າການປະຕິບັດແນວທາງການຕ່າງປະເທດຂອງພັກ ຢ່າງຕັ້ງໜ້າ ເພີ່ມທະວີການຮ່ວມມືກັບປະເທດເພື່ອນມິດຍຸດທະສາດ.


ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ກໍໄດ້ມີຄຳເຫັນໂອ້ລົມ ເຊິ່ງສະຫາຍ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການປະຕິວັດ ໂດຍສະເພາະ ຜົນສໍາເລັດວຽກງານໃນຫລາຍດ້ານຂອງສອງກໍາລັງ ປກຊ-ປກສ ຍາດມາໄດ້, ພ້ອມທັງໄດ້ຍົກໃຫ້ເຫັນສະພາບການຂອງໂລກ ແລະ ພາກພື້ນ ກໍຄືຢູ່ໃນປະເທດເຮົາໃນປັດຈຸບັນ ໂດຍອີງໃສ່ສະພາບການດັ່ງກ່າວ ແລະ ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງກອງທັບໃນໄລຍະໃໝ່ ຮຽກຮ້ອງໃຫ້ສອງກຳລັງ ປກຊ-ປກສ ຈົ່ງສືບຕໍ່ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ເປັນຫລັກແຫລ່ງໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ຫັນເອົາກຳລັງ ລົງກໍ່ສ້າງຮາກຖານການເມືອງພັດທະນາຊົນ ນະບົດຮອບດ້ານຕິດພັນກັບວຽກງານ 3 ສ້າງຂອງພັກ, ເດັດດ່ຽວສະກັດກັ້ນທຸກກົນອຸບາຍຫັນປ່ຽນໂດຍສັນຕິ ຂອງອິດທິກຳລັງປໍລະປັກ, ທັບມ້າງໃຫ້ໄດ້ໜໍ່ແໜງທີ່ກໍ່ໃຫ້ເກີດຄວາມບໍ່ສະຫງົບ ເພື່ອເຮັດໃຫ້ສະພາບພາຍໃນຂອບເຂດທົ່ວປະເທດ ມີຄວາມສະຫງົບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍດີ ແລະ ສືບຕໍ່ປະຕິບັດ 2 ວາລະແຫ່ງຊາດຂອງພັກ ແລະ ລັດຖະ ບານ ໃຫ້ເຂັ້ມງວດ, ພ້ອມກັນນີ້ ກໍຕ້ອງເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ ຂອງສອງກຳລັງໃຫ້ສອດຄ່ອງ, ເປັນເຈົ້າການເຮັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບທັງສອງກໍາລັງ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ສືບຕໍ່ປັບປຸງກໍ່ສ້າງກຳລັງທຸກເຫລົ່າຮົບໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນເຮັດໃຫ້ສອງກຳລັງມີຄວາມຈົ່ງຮັກພັກດີຕໍ່ພັກ-ລັດ ກໍຄື ປະຊາຊົນລາວບັນດາເຜົ່າ ໃຫ້ຄວາມໄວ້ເນື້ອເຊື່ອໃຈຕະຫລອດມາ; ສຸມໃສ່ສ້າງພະລາທິການກັບທີ່ ເພື່ອຮັບປະກັນໃນການຍົກສູງນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອ, ສືບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ, ປະຕິບັດໜ້າທີ່ການ ເມືອງຂອງຕົນໃຫ້ມີໝາກຜົນດີກວ່າເກົ່າ ເພື່ອນຳພາບັນດາກົມກອງທັງສອງກຳລັງ ກ້າວຂຶ້ນສ້າງທ່ວງທ່າໃໝ່ຢ່າງໜັກແໜ້ນ, ສ້າງ ແລະ ປັບປຸງກົມກອງໄປຕາມທິດສ້າງກົມກອງມີແບບແຜນທັນສະໄໝເທື່ອລະກ້າວ, ເຊີດຊູສະຕິລະວັງຕົວ ແລະ ມີສະຕິໃນການປົກປັກຮັກສາແນວທາງນະໂຍບາຍຂອງພັກ-ລັດ ປົກປັກຮັກສາໝາກຜົນຂອງການປະຕິວັດ, ປົກປັກຮັກສາລະບອບໃໝ່ປະຊາທິປະໄຕປະ ຊາຊົນໄວ້ໃຫ້ໝັ້ນຄົງ, ສົມທົບແໜ້ນລະຫວ່າງສອງກໍາລັງ ສະເໝີຕົ້ນສະເໝີປາຍໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກັບການສ້າງສາພັດທະນາເສດຖະກິດ-ສັງຄົມ, ສືບຕໍ່ປົກປັກຮັກ ສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຕົນ, ຕັ້ງໜ້າປັບປຸງກຳລັງໃນທຸກດ້ານໃຫ້ໜັກແໜ້ນ ເຂັ້ມແຂງ, ເອົາໃຈໃສ່ຕໍ່ການປັບປຸງລະບອບຄຸ້ມຄອງບັນຊາ, ປັບປຸງກຳລັງປະເພດຕ່າງໆ ໂດຍຖືເອົາຄຸນນະພາບເປັນຕົ້ນຕໍ່, ໃນນັ້ນ ຖືເອົາຄຸນນະພາບທາງດ້ານການເມືອງ-ແນວຄິດເປັນກົກ, ຖືເອົາຄວາມສາມາດດ້ານວິຊາສະເພາະ ຫົວຄິດປະດິດສ້າງ ແລະ ການຈັດຕັ້ງບັນຊາເປັນສິ່ງສຳຄັນມີແບບ ແຜນໃນການອົບຮົມ-ຫັດແອບທາງດ້ານສິລະປະຍຸດ-ຍຸດທະວິທີ, ລະດັບວິຊາສະເພາະໃຫ້ສູງຂຶ້ນປະກອບສ່ວນເຂົ້າໃນການຊ່ວຍເຫລືອກຳລັງທ້ອງຖິ່ນຢູ່ຂັ້ນຮາກຖານ ໃນການປັບປຸງລະບົບການ ຈັດຕັ້ງອົບຮົມ-ຫັດແອບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ກວ້າງຂວາງ ເພື່ອເຮັດໃຫ້ເຂົາເຈົ້າສາມາດເຮັດລ້ອນໜ້າທີ່ໃນການປົກປັກຮັກສາ ທ້ອງຖິ່ນຂອງຕົນ, ປະຕິບັດແນວທາງການຕ່າງປະເທດ ແລະ ການຮ່ວມມືກັບປະເທດຂອງພັກຢ່າງແຂງແຮງ ຍາດແຍງເອົາການຊ່ວຍ ເຫລືອດ້ານຕ່າງໆຈາກປະເທດເພື່ອນມິດຍຸດທະສາດ ແລະ ສາກົນເພີ່ມທະວີການຮ່ວມມືຮອບດ້ານກັບກອງທັບເພື່ອນມິດຍຸດທະສາດ ເປັນຕົ້ນ ແມ່ນກອງທັບປະຊາຊົນ ຫວຽດນາມ ແລະ ກອງທັບປົດປ່ອຍປະຊາຊົນຈີນ ແລະ ການຮ່ວມມືກັບບັນດາປະເທດສັງຄົມນິຍົມອ້າຍນ້ອງ ກໍຄື ເພື່ອນມິດທີ່ກ້າວໜ້າໃຫ້ດີ ເພື່ອປັບປຸງກໍ່ສ້າງກໍາລັງ ປກຊ-ປກສ ໃຫ້ກ້າວໜ້າສູ່ຄຸນນະພາບໃໝ່ໃຫຍ່ຫລວງກວ່າເກົ່າ.
ຂ່າວ: ອາຫວຸ້ນ