ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ສະພາບ ດິນເຊາະເຈື່ອນທັບຖົມທາງ 8A ນັບແຕ່ພູໄຮ ບ້ານຄູນຄຳ ເມືອງຄູນຄຳ ແຂວງຄຳມ່ວນ ຫາ ບ້ານໜອງກອກ ເມືອງຄຳເກີດ ແຂວງບໍລິຄຳໄຊ (ກິໂລ ແມັດທີ 46-65), ລວມຄວາມຍາວ ທີ່ໄດ້ຮັບຜົນກະທົບທັງໝົດ 11 ກິໂລແມັດ, ມາຮອດປັດຈຸບັນ ໜ່ວຍງານທີ່ກ່ຽວຂ້ອງ ໄດ້ເລັ່ງລົງມື ນຳເອົາເຄື່ອງກົນຈັກ ແລະ ອື່ນໆ ເຂົ້າໄປຂຸດ, ເຈາະ ກວດເອົາດິນ ທີ່ທັບຖົມທາງອອກ ເພື່ອອຳນວຍຄວາມສະດວກໃນການສັນຈອນ ແລະ ເພື່ອກອບກູ້ເອົາລົດທີ່ຕິດຄ້າງອອກມາໃຫ້ໄດ້ທັງໝົດ ເຊິ່ງໄດ້ເລີມລົງມືມາແຕ່ວັນທີ 5 ສິງຫາ ຮອດປັດຈຸບັນສາມາດ ບຸກເບີກທາງເຂົ້າໄປໄດ້ແລ້ວ 7 ກວ່າກິໂລແມັດ ແລະ ຄາດວ່າ ອີກ 10 ມື້ຂ້າງ ໜ້າ ຈະໃຫ້ສຳເລັດການບຸກເບີກ ແລະ ກອບກູ້ເອົາລົດທີ່ຕິດຄ້າງອອກມາໄດ້ທັງໝົດ.
ທ່ານ ສິດອາໄພ ເຕັມສຸລິວັນ ຜູ້ຮັບຜິດຊອບວຽກງານແກ້ໄຂສຸກເສີນທາງເຈື່ອນ ເຂດພູໄຮ ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 8 ສິງຫາ 2023 ນີ້ວ່າ: ນັບແຕ່ ເກີດສະພາບ ດິນເຊາະເຈື່ອນທັບຖົມທາງ 8A ໃນວັນທີ 3 ສິງຫາ ເປັນຕົ້ນມາ, ໜ່ວຍງານທີ່ກ່ຽວຂ້ອງ ກໍຄື ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຄຳມ່ວນ ແລະ ແຂວວງບໍລິຄຳໄຊ ໄດ້ສຸມໃສ່ລົງມືແກ້ໄຂ ຢ່າງຮີບດ່ວນ ໂດຍໄດ້ແບ່ງກຳລັງກົນ ຈັກ ອອກເປັນ 2 ເບື້ອງ, ເບື້ອງເມືອງຄູນຄຳ ແຂວງຄຳມ່ວນ ເລີ່ມແຕ່ກິໂລແມັດທີ 43 ແລະ ເບື້ອງບ້ານໜອງກອກ ເມືອງຄຳເກີດ ແຂວງບໍລິຄຳໄຊ ເລີ່ມແຕ່ກິໂລແມັດທີ 54 ໂດຍໄດ້ນຳໃຊ້ກົນຈັກ ລົດຈົກ, ລົດຕັກ ແລະ ລົດໄຖ ເຂົ້າດຳເນີນການ ເຊິ່ງສາມາດບຸກເບີກເຂົ້າໄປໄດ້ 4,6 ກິໂລແມັດ (ພົບລົດຂົນສົ່ງສິນຄ້າ 1 ຄັນ ແລະ ໄດ້ນຳອອກມາແລ້ວ) ແລະ ຍັງຈະສືບຕໍ່ບຸກເບີກ ໃຫ້ຊອດກັນທັງ ສອງເບື້ອງໂດຍໄວ ເພື່ອຈະສາມາດກອບກູ້ເອົາລົດທີ່ຕິດຄ້າງອອກມາໄດ້ທັງຫມົດ.
ເຖິງຢ່າງໃດກໍຕາມ ໃນການຈັດຕັ້ງປະຕິ ບັດວຽກງານດັ່ງກ່່າວ, ຍັງມີຄວາມຫຍຸ້ງ ຍາກຫລາຍຢ່າງ ເປັນຕົ້ນ, ຝົນຍັງສືບຕໍ່ຕົກຢ່າງຕໍ່ເນື່ອງ ຕະຫລອດວັນ ແລະ ດິນທີ່ເຈື່ອນລົງມາຖົມທາງຢູ່ບາງຈຸດ ສູງເຖິງ 4-5 ແມັດ, ມີທັງກ້ອນຫີນໃຫຍ່-ນ້ອຍ, ຕົ້ນໄມ້ໃຫຍ່-ນ້ອຍ ທັບຖົມເປັນຈຳນວນ ຫລາຍ ແລະ ບໍ່ສາມາດນຳເອົາກົນຈັກເຂົ້າໄປໄດ້ຫລາຍຄັນໄດ້ ເນື່ອງຈາກສະພາບພື້ນທີ່ແຄບ, ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ມີຄວາມຫຍຸ້ງຍາກພໍສົມຄວນ, ແຕ່ໜ່ວຍງານທີ່ກ່ຽວຂ້ອງຢືນຢັນວ່າ, ຈະສືບຕໍ່ຈັດຕັ້ງປະຕິວຽກງານດັ່ງກ່າວ ໃຫ້ສຳເລັດຕາມເປົ້າໝາຍທີ່ວາງໄວ້ ເພື່ອອຳນວຍຄວາມສະດວກ ເຮັດໃຫ້ການສັນຈອນຢູ່ເສັ້ນທາງ 8A ກັບຄືນສູ່ສະພາບປົກກະຕິໂດຍໄວ.
ຂ່າວ-ພາບ: ທະນູທອງ