ໃນວັນທີ 20 ຕຸລາ 2021 ນີ້, ທີມງານບໍ ລິສັດທາງລົດໄຟລາວ-ຈີນ ໂດຍສະເພາະແມ່ນພະແນກບັນຊາການວຽກງານກວດກາເຕັກນິກເຄື່ອນທີ່ ແລະ 9 ໜ່ວຍງານທີ່ກ່ຽວຂ້ອງ ໄດ້ເລີ່ມກວດກາເຕັກນິກເຄື່ອນ ທີ່ ໂດຍໄດ້ນຳໃຊ້ລົດກວດກາທາງດ້ານເຕັກນິກແລ່ນຈາກສະຖານີລົດໄຟນະຄອນຫລວງວຽງຈັນ ມຸ່ງໜ້າສູ່ດ່ານຊາຍແດນລາວ-ຈີນ. ທັງນີ້ກໍເພື່ອຮັບ ປະກັນການກວດກາເຕັກນິກເຄື່ອນທີ່ຢ່າງຮອບດ້ານ ໃນການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ, ມີຄວາມປອດໄພສູງ ພ້ອມກັນນີ້, ເພື່ອຮັບປະກັນວຽກງານດ້ານການປະສານງານໂດຍລວມ, ຄວາມປອດໄພ ແລະ ສະຖານະການສຸກເສີນ, ການຈັດການການຂົນສົ່ງ, ການທົດລອງກວດກາ, ພື້ນຖານໂຄງລ່າງ ແລະ ສະຖານີ, ເຕັກນິກໄຟຟ້າ, ໄຟຟ້າລາກແກ່, ຕູ້ລົດໄຟ, ຫົວລົດໄຟ ແລະ ການຊຸກຍູ້ແກ້ໄຂບັນຫາກໍ່ສ້າງຕ່າງໆທີ່ກວດພົບນໍາອີກ ເພື່ອເປັນສັນຍານສະແດງໃຫ້ເຫັນວ່າເສັ້ນທາງລົດໄຟລາວ-ຈີນ ເລີ່ມນັບຖອຍຫລັງສູ່ມື້ເປີດການບໍລິການຢ່າງເປັນທາງການ ຕາມແຜນທີ່ໄດ້ກຳນົດໄວ້ໃນທ້າຍປີນີ້.
ການກວດກາເຕັກນິກເຄື່ອນທີ່ ເປັນອີກຂັ້ນຕອນໜຶ່ງທີ່ສຳຄັນ ກ່ອນທາງລົດໄຟຈະເປີດບໍລິການຢ່າງເປັນທາງການ, ເຊິ່ງແມ່ນບໍລິສັດຄົ້ນຄວ້າວິທະຍາສາດທາງລົດໄຟແຫ່ງຊາດຈີນ ເປັນຜູ້ດຳເນີນການ ໂດຍໄດ້ເລີ່ມກວດກາເຕັກນິກຂອງລາງລົດໄຟ, ລະບົບສະ ໜອງໄຟຟ້າລາກແກ່, ແຮງລາກເເກ່ຂອງລົດຂົນສົ່ງສິນຄ້າ ແລະ ໂດຍສານ, ລະບົບສັນ ຍານ, ລະບົບສື່ສານ, ແຮງສັ່ນສະເທືອນ, ສະພາບແວດລ້ອມແມ່ເຫລັກໄຟຟ້າ ແລະ ອື່ນໆ. ພ້ອມດຽວກັນ, ວິຊາການກວດກາເຕັກນິກ ຍັງຈະວິເຄາະຂໍ້ມູນທີ່ໄດ້ຈາກການທົດລອງໃຫ້ຖືກຕາມເຕັກນິກ, ປະເມີນຜົນການທົດລອງຕາມມາດຕະຖານໂຄງຮ່າງຢ່າງເຂັ້ມງວດ ພ້ອມທັງປັບປຸງລະບົບຕ່າງໆ ໃຫ້ມີຄວາມຖືກຕ້ອງ ແລະ ຊັດເຈນສູງຂຶ້ນ ຈົນກວ່າສາມາດຕອບສະໜອງໄດ້ ຕາມມາດຕະຖານຄວາມປອດໄພ ໃນການດຳເນີນການທາງລົດໄຟ ແລະ ຄາດວ່າການກວດກາຄັ້ງນີ້ຈະໃຊ້ເວລາປະມານ 18 ວັນ.
ທາງລົດໄຟລາວ-ຈີນ ໄດ້ຖືກອອກແບບໃຫ້ມີຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ, ສະເພາະໄລຍະເວລາການກວດກາເຕັກນິກເຄື່ອນທີ່ນັ້ນ ລົດໄຟຈະເລີ່ມທົດລອງແລ່ນໃນຄວາມໄວ 80 ກິໂລເເມັດຕໍ່ຊົ່ວໂມງ ແລະ ຄ່ອຍໆຍົກລະດັບຄວາມໄວຂຶ້ນຕາມການອອກແບບຈົນຮອດຄວາມໄວສູງສຸດ 176 ກິໂລແມັດຕໍ່ຊົ່ວໂມງ.
ຂ່າວ: ມະນີທອນ
ຂໍ້ມູນ-ພາບ: CRI


