ການຈັດງານເເຂ່ງຂັນກິລາປີ່ງປ່ອງຊາວຫນຸ່ມ-ເຍົາວະຊົນໂລກ ຫລື wtt youth contender ທີ່ລາວໄດ້ຮັບກຽດເປັນເຈົ້າພາບຈັດຂື້ນໃນລະຫວ່າງວັນທີ 20 – 23 ກັນຍານີ້ ໄຂຂື້ນຢ່າງເປັນທາງການໃນຕອນບ່າຍວັນທີ 20 ກັນຍາ 2023 ຢູ່ສູນການຄ້າ ລາວໄອເຕັກ ນະຄອນຫລວງວຽງຈັນ ພາຍຫລັງກະກຽມມາເປັນເວລາດົນສົມຄວນ ມີ ທ່ານພຸດ ສີມມາລາວົງ ລັດຖະມົນຕີກະຊວງສຶກສາທິການເເລະກີລາ,ທ່ານຄໍາເເພງ ໄຊສົມເເພງ ລັດຖະມົນຕີ ປະຈໍາຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ປະທານກິຕີມະສັກ ສະຫະພັນກີລາປີ່ງປ່ອງເເຫ່ງຊາດລາວ, ທ່ານນາງ ເເສງເດືອນ ຫລ້າຈັນທະບູນ ປະທາທນສະຫະພັນກິລາປີ່ງປ່ອງເເຫ່ງຊາດລາວ,ມີນັກກິລາ-ຄູຝຶກທີ່ມາຈາກ11ປະເທດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານພຸດ ສີມມາລາວົງ ລັດຖະມົນຕີກະຊວງສຶກສາທິການເເລະກີລາມີຄໍາເຫັນກ່າວເປີດງານເເຂ່ງຂັນກິລາໃນຄັ້ງນີ້ວ່າ:ການຈັດງານເເຂ່ງຂັນກິລາປີ່ງປ່ອງໃນຄັ້ງນີ້ຖືເປັນຂີດຫມາຍສໍາຄັນໃນການພັດທະນາວົງການກິລາປີ່ງປ່ອງລາວເວົ້າສະເພາະ, ເວົ້າລວມກໍ່ຄືການພັດທະນາກິລາກິລາປີ່ງປ່ອງໃນອານຸພາກພື້ນ,ພາກພື້ນ ເເລະ ໃນໂລກ,ເປັນການຮັດເເໜ້ນຄວາມສາມັກຄີຮ່ວມກັນກັບບັນດາປະເທດ, ເປັນການເປີດໂອກາດໃຫ້ນັກກິລາປີ່ງປ່ອງເຍົາວະຊົນລາວໄດ້ເຂົ້າຮ່ວມເເຂ່ງຂັນໃນລະດັບໂລກ ພ້ອມທັງ ເປັນການຄັດເລືອກເອົານັກກີລາຜູ້ທີ່ມີພອນສະຫວັນດີເດັ່ນເພື່ອເປັນຕົວເເທນໃຫ້ເເຕ່ລະປະເທດ ເຂົ້າຮ່ວມເເຂ່ງຂັນໃນລະດັບຕ່າງໆ ພ້ອມດຽວກັນນີ້ຍັງເປັນການຍົກລະດັບດ້ານພື້ນຖານໂຄງລ່າງໃຫ້ເເກ່ການພັດທະນາກິລາກາຍະກໍາ ໂດຍສະເພາະກິລາປີ່ງປ່ອງຂອງລາວໃຫ້ນັບມື້ສູງເດັ່ນຂື້ນຕື່ມອີກ, ໂອກາດດຽວກັນນີ້ ທ່ານພຸດ ສີມມາລາວົງ ລັດຖະມົນຕີກະຊວງສຶກສາທິການເເລະກີລາ ໄດ້ສະເເດງຄວາມຂອບໃຈຕໍ່ຜູ້ທີ່ໃຫ້ການສະຫນັບຫນູນການເເຂ່ງຂັນທຸກພາກສ່ວນ ພ້ອມທັງອວຍພອນໃຫ້ການເເຂ່ງຂັນຄັ້ງນີ້ມີຜົນສໍາເລັດຢ່າງຈົບງາມ.
ງານເເຂ່ງຂັນກິລາປີ່ງປ່ອງຊາວຫນຸ່ມເຍົາວະຊົນໂລກ ຫລື wtt youth contender ທີ່ລາວໄດ້ຮັບກຽດເປັນເຈົ້າພາບຈັດຂື້ນໃນລະຫວ່າງວັນທີ 20 – 23 ກັນຍານີ້ ຢູ່ສູນການຄ້າ ລາວໄອເຕັກ ນະຄອນຫລວງວຽງຈັນໃນຄັ້ງນີ້ ເປັນລາຍການເເຂ່ງຂັນຂອງສະມາຄົມປີ່ງປ່ອງໂລກຈັດຂື້ນຮ່ວມກັບສະຫະພັນປີ່ງປ່ອງເເຫ່ງຊາດລາວ ປະກອບມີ11ປະເທດເຂົ້າຮ່ວມເເຂ່ງຂັນ ຄື:ຮົງກົງເເລະໃຕ້ຫວັນຂອງຈີນ,ຢີ່ປຸ່ນ,ສາທາລະນະລັດເກົາຫລີ ຫລື ເກົາຫລີໃຕ້, ສິງກະໂປ,ອີນໂດເນຍເຊຍ, ມາເລເຊຍ,ຟີລີບປີນ, ໄທ, ອີນເດຍ ລວມ ເຖີງລາວເຈົ້າພາບ ເເຂ່ງຂັນໃນ5ລຸ້ນຄື:11ປີ,13ປີ,15ປີ,17ປີ ເເລະ 19ປີ ສໍາລັບລາວເຮົາເເມ່ນສົ່ງເຂົ້າຮ່ວມຄົບທຸກລຸ້ນ ສ່ວນລຸ້ນທີ່ເປັນຄວາມຫວັງຈະສາມາດຍາດໄດ້ຫລຽນໃດຫລຽນຫນື່ງໃນການເເຂ່ງຂັນ ເເມ່ນລຸ້ນ11ປີ ເເລະ 13ປີ ເຊີ່ງການເເຂ່ງຂັນໃນລາຍການນີ້ເປັນການເປີດໂອກາດໃຫ້ນັກກິລາປີ່ງປ່ອງເຍົາວະຊົນລາວໄດ້ເຂົ້າຮ່ວມເເຂ່ງຂັນໃນລະດັບໂລກ ທ່ານສາມາດຕິດຕາມຮັບຊົມການເເຂ່ງຂັນໄດ້ຜ່ານການຖ່າຍທອດສົດຈາກທິມງານວິທະຍຸກະຈາຍສຽງແຫ່ງຊາດລາວ ຜ່ານຊ່ອງທາງYoutube ຂອງສະຫະພັນປີ່ງປ່ອງໂລກ WTT.




