ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ການແຂ່ງຂັນກິລາບານສົ່ງໃນຮົ່ມ ແລະ ຫາດຊາຍ ທັງປະເພດທີມຍິງ ແລະ ທີມຊາຍ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ເລີ່ມຂຶ້ນໃນຕອນເຊົ້າວັນທີ 12 ທັນວາ 2022 ທີ່ບານສົ່ງໃນຮົ່ມ ບ້ານໂພນມີໄຊ ເມືອງແປກ ແຂວງຊຽງຂວາງ.
ລາຍການດັ່ງກ່າວ ຈະມີການຊີງໄຊທັງໝົດ 4 ຫຼຽນຄຳ ສຳລັບບານສົ່ງໃນຮົ່ມມີການຊີງໄຊ 2 ຫຼຽນຄຳ ເລີ່ມແຂ່ງຂັນລະຫວ່າງວັນທີ 12-21 ທັນວາ 2022 ແລະ ບານສົ່ງຫາດຊາຍ ຊີງໄຊ 2 ຫຼຽນຄຳ ເລີ່ມແຂ່ງຂັນລະຫວ່າງວັນທີ 12-18 ທັນວາ 2022 ສະເພາະກິລາບານສົ່ງຮົ່ມທີມຍິງມີ 4 ພາກສ່ວນ, ໃນນັ້ນ ມີ 1 ກະຊວງ ແລະ 3 ແຂວງ ຈັດກຸ່ມດຽວແຂ່ງຂັນພົບກັນໝົດຄັດເລືອກເອົາທີ 1 ໄປພົບກັບ ທີ 4 ແລະ ທີ 2 ພົບກັບ ທີ 3 ທີມໃດຊະນະໄປຊີງຫຼຽນຄຳ ປະກອບມີ: ກະຊວງປ້ອງກັນປະເທດ, ແຂວງຊຽງຂວາງ ເຈົ້າພາບ, ແຂວງສະຫວັນນະເຂດ ແລະ ແຂວງໄຊຍະບູລີ. ສ່ວນທີມຊາຍ ມີ 9 ພາກສ່ວນເຂົ້າຮ່ວມ ປະກອບມີ 1 ກະຊວງ, 1 ນະຄອນຫຼວງ ແລະ 7 ແຂວງ ແບ່ງອອກເປັນ 2 ກຸ່ມ ກໍຄື ກຸ່ມ ກ ແຊ໋ມເກົ່າ ກະຊວງປ້ອງກັນປະເທດ, ນະຄອນຫຼວງວຽງຈັນ, ແຂວງໄຊຍະບູລີ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ; ກຸ່ມ ຂ ປະກອບມີ ແຂວງບໍ່ແກ້ວ, ແຂວງຊຽງຂວາງ ເຈົ້າພາບ, ແຂວງຫຼວງພະບາງ ແລະ ແຂວງຄຳມ່ວນ.
ຂະນະທີ່ ບານສົ່ງຫາດຊາຍ ທີມຊາຍ ປະກອບມີ 10 ພາກສ່ວນ ຄື: 2 ກະຊວງ, 1 ນະຄອນຫຼວງ ແລະ 7 ແຂວງ ແບ່ງອອກເປັນສອງກຸ່ມ ກຸ່ມ ກ ປະກອບມີ ແຂວງເຊກອງ, ແຂວງຄຳມ່ວນ, ແຂວງອັດຕະປື, ແຂວງບໍ່ແກ້ວ ແລະ ກະຊວງປ້ອງກັນປະເທດ. ສ່ວນກຸ່ມ ຂ ປະກອບມີ ກະຊວງສາທາລະນະສຸກ, ນະຄອນຫຼວງວຽງຈັນ, ແຂວງໄຊຍະບູລີ, ແຂວງຈຳປາສັກ ແລະ ເຈົ້າພາບ ແຂວງຊຽງຂວາງ; ບານສົ່ງຫາດຊາຍ ທີມຍິງ ມີ 2 ກະຊວງ ແລະ 5 ແຂວງ ແບ່ງສອງກຸ່ມ ກຸ່ມ ກ ກະຊວງປ້ອງກັນປະເທດ, ແຂວງຈຳປາສັກ, ແຂວງຄຳມ່ວນ ແລະ ແຂວງຫຼວງພະບາງ; ກຸ່ມ ຂ ເຈົ້າພາບ ແຂວງຊຽງຂວາງ, ກະຊວງສາທາລະນະສຸກ ແລະ ແຂວງອັດຕະປື.
ພາບ: ສົງການ ພັນແພງດີ