ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກິລາໝາກແລ້ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງເກມ 2022 ເລີ່ມແຂ່ງຂັນ ຢ່າງເປັນທາງການ ໃນວັນທີ 9 ທັນວາ 2022 ທີ່ສະໜາມກິລາໃນຮົ່ມວິທະຍາໄລຄູຄັງໄຂ ເມືອງແປກ ໂດຍມີນັກກິລາຈາກ 12 ແຂວງ ແລະ 1 ນະຄອນຫຼວງ ເຂົ້າຮ່ວມແຂ່ງຂັນ ປະກອບມີ: ແຂວງຊຽງຂວາງ ເຈົ້າພາບ, ນະຄອນ ຫລວງວຽງຈັນ, ແຂວງຜົ້ງສາລີ, ແຂວງຫຼວງນໍ້າທາ, ແຂວງບໍ່ແກ້ວ, ແຂວງອຸດົມໄຊ, ແຂວງຫົວພັນ, ແຂວງໄຊຍະບູລີ, ແຂວງວຽງຈັນ, ແຂວງສາລະວັນ, ແຂວງຈຳາສັກ, ແຂວງເຊກອງ ແລະ ແຂວງອັດຕະປື ມີຊີງໄຊທັງໝົດ 12 ຫຼຽນຄຳ ໃນ 12 ລາຍການ ຄື: ທີມ 4 ລາຍການ, ຄູ່ 4 ລາຍການ ແລະ ປະເພດດ່ຽວ 4 ລາຍການ.
ການແຂ່ງຂັນຈະດໍາເນີນໄປຮອດວັນທີ 13 ທັນວາຈິ່ງຈະສໍາເລັດ ເຊີ່ງສາມາດເຂົ້າຊົມໂດຍບໍ່ເສຍຄ່າແຕ່ຢ່າງໃດ.
Cr: ຄູນບັນດິດ