ວັນທີ 20 ກັນຍານີ້, ຜູ້ຊ່ຽວຊານ ແລະ ນັກວິຊາການຈາກອົງການຄັງປັນຍາຈາກປະເທດສະມາຊິກອາຊຽນ ເຊັ່່ນ: ກຳປູເຈຍ, ລາວ, ມຽນມາ, ຟິລິບປິນ, ສິງກະໂປ, ໄທ,ຫວຽດນາມ ແລະ ປະເທດອື່ນໆ ພ້ອມທັງຈາກອົງການຄັງປັນຍາ, ມະຫາວິທະຍາໄລ, ໜ່ວຍງານຄົ້ນຄວ້າວິທະຍາ ສາດຫຼາຍແຫ່ງຂອງຈີນ, ຜູ້ຕາງໜ້າວິສາຫະກິດ, ຜູ້ຕາງໜ້າຊ່ຽວຊານສະຖາບັນວິທະຍາສາດທາງສັງຄົມທ້ອງຖິ່ນ ແລະ ຜູ້ຕາງໜ້າສື່ມວນຊົນຂອງຈີນ ເກືອບ 300 ຄົນ ເຂົ້າຮ່ວມ ເວທີປຶກສາຫາລືການສົນທະນາຍຸດທະສາດຄັງປັນຍາ ຈີນ-ອາຊຽນຄັ້ງທີ 14 ໄດ້ຈັດຂຶ້ນຢູ່ນະຄອນນານຫນິງ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຂອງຈີນ ໂດຍຜ່ານທາງອອນລາຍ ແລະ ອອຟລາຍ.
ເວທີປຶກສາຫາລືດັ່ງກ່າວ ເລີ່ມແຕ່ຈັດຂຶ້ນນັບແຕ່ປີ 2008 ເປັນຕົ້ນມາ, ຜ່ານມາໄດ້ຈັດຂຶ້ນແລ້ວ 14 ຄັ້ງ ເຊີ່ງກາຍເປັນເວທີສຳຄັນທີ່ອົງການຄັງປັນຍາຂອງຈີນ ແລະ ປະເທດສະມາຊິກອາຊຽນຈັດງານສົນທະນາ ແລະ ແລກ ປ່ຽນຄວາມຄິດເຫັນນຳກັນ, ໄດ້ເສີມຂະຫຍາຍບົດບາດອັນຕັ້ງໜ້າເພື່ອເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງຍຸດທະ ສາດ, ການຮ່ວມມືດ້ານເສດຖະກິດການຄ້າ ແລະ ການແລກປ່ຽນວັດທະນະທຳເຊິ່ງກັນແລະກັນລະຫວ່າງຈີນ ກັບ ອາຊຽນ.