ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຜູ້ຕາງໜ້າຂົງເຂດສື່ມວນຊົນເກືອບ 100 ທ່ານຈາກບັນດາປະເທດທີ່ເຂົ້າຮ່ວມຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງຂອງ ສປ ຈີນ, ໃນນີ້ ລວມມີຕາງໜ້າສື່ມວນຊົນຈາກລາວ 1 ທ່ານ ໄດ້ເຂົ້າຮ່ວມເວທີປຶກສາຫາລືຂອງສື່ມວນຊົນກ່ຽວກັບຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ປະຈໍາປີ 2023 ທີ່ສະມາຄົມນັກຂ່າວ ແຫ່ງປະເທດຈີນຈັດຂຶ້ນຢູ່ນະຄອນຫລວງປັກກິ່ງໃນວັນທີ 12 ຕຸລາ 2023 ນີ້ ຊຶ່ງຈັດຂຶ້ນໃນໂອກາດທີ່ຂໍ້ລິ ເລີ່ມດັ່ງກ່າວຄົບຮອບ 10 ປີ.
ໃນກອງປະຊຸມຄັ້ງນີ້ ຜູ້ຕາງຫນ້າສື່ມວນຊົນໄດ້ຮັບຟັງແລະແລກປ່ຽນບົດຮຽນເຊີ່ງກັນແລະກັນກ່ຽວກັບການໂຄ ສະນາເຜີຍແຜ່ຢ່າງເລິກເຊີ່ງກ່ຽວກັບຂໍ້ລິເລີ່ມຫນຶ່ງ ຫນຶ່ງເສັ້ນທາງ ເພື່ອເຮັດໃຫ້ປະຊາຊົນພາຍໃນປະເທດຂອງຕົນ ກໍຄື ທົ່ວໂລກໄດ້ຮັບຮູ້ກ່ຽວກັບຜົນປະໂຫຍດທີ່ໄດ້ຮັບຈາກຂໍ້ລິເລີ່ມດັ່ງກ່າວທີ່ແນໃສ່ເພື່ອພັດທະນາພື້ນຖານໂຄງລ່າງ, ຂະຫຍາຍເສັ້ນທາງດ້ານການຄ້າ, ການລົງທຶນ, ສົ່ງເສີມການພົວພັນຮ່ວມມືລະຫວ່າງປະເທດ ກໍຄື ປະຊາຊົນກັບປະຊາຊົນຂອງບັນດາປະເທດທີ່ເຂົ້າຮ່ວມຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ ແລະ ອື່ນໆ ເພື່ອເຮັດການພັດທະນາເສດຖະ ກິດ-ສັງຄົມຂອງປະເທດ ແລະ ຊີວິດການເປັນຢູ່ຂອງປະຊາ ຊົນນັບມື້ດີຂຶ້ນ.
ຕະຫລອດໄລຍະ 10 ຜ່ານມາ ສື່ມວນຊົນມີບົດບາດສໍາຄັນໃນການຊຸກຍູ້ສົ່ງເສີມຂໍ້ລິເລີ່ມດັ່ງກ່າວຢ່າງຕັ້ງໜ້າ ແລະ ໃນກອງປະຊຸມຄັ້ງນີ້ ບັນດາຕາງໜ້າສື່ມວນຊົນຕ່າງເນັ້ນຢໍ້າຈະສືບຕໍ່ສະໜັບສະໜັບ ແລະ ໃຫ້ການຮ່ວມມືໂຄສະນາກ່ຽວກັບຂໍ້ລິເລີ່ມນີ້ຢາງຕັ້ງໜ້າ ເພື່ອປະກອບສ່ວນເຮັດໃຫ້ເສດຖະກິດ-ສັງຄົມຂອງບັນດາປະເທດທີ່ເຂົ້າຮ່ວມໂຄງ ການ ກໍຄື ພາກພື້ນ ແລະ ໃນໂລກນຫບມື້ດີຂຶ້ນກວ່າເກົ່າ.
ໃນກອງປະຊຸມຄັ້ງນີ້ ຜູ້ຕາງຫນ້າຂົງເຂດສື່ມວນຊົນຍັງໄດ້ຈັບມືກັນເພື່ອຢືນຢັນຈະພ້ອມກັນຊຸກຍູ້ສົ່ງເສີມຂໍ້ລິເລີ່ມຫນຶ່ງແລວ ຫນຶ່ງເສັ້ນທາງ ກ້າວສູ່ສະວະວັດໃຫມ່ທີ່ໄດ້ຮັບຜົນສໍາເລັດໃຫຍ່ຫລວງກວ່າເກົ່າ.
ສໍາລັບຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ ແມ່ນຍຸດທະ ສາດການພັດທະນາພື້ນຖານໂຄງລ່າງຂອງໂລກທີ່ສະເໜີໂດຍ ທ່ານ ສີ ຈິ້ນຜິງ, ປະທານປະເທດ ແຫ່ງ ສປ ຈີນ ໃນປີ 2013. ວິໄສທັດໃນການສ້າງໜຶ່ງແລວ ໜຶ່ງເສັ້ນທາງ ເພື່ອສ້າງເສັ້ນທາງເພື່ອສັນຕິພາບ, ໜຶ່ງເສັ້ນທາງເພື່ອການພັດ ທະນາ, ໜຶ່ງເສັ້ນທາງເພື່ອການເປີດກວ້າງຂຶ້ນ, ໜຶ່ງເສັ້ນ ທາງເພື່ອນະວັດຕະກຳ ແລະ ໜຶ່ງເສັ້ນທາງເພື່ອການເຊື່ອມຈອດກັບຄວາມສີວິໄລທີ່ແຕກຕ່າງກັນ.
ຂໍ້ລິເລີ່ມດັ່ງກ່າວ ແມ່ນໄດ້ອອກແບບມາເພື່ອການເຊື່ອມໂຍງພາກພື້ນອາຊີຕາເວັນອອກກັບເອີລົບ ໂດຍຜ່ານການກໍ່ສ້າງພື້ນຖານໂຄງລ່າງເຊື່ອມຕໍ່ກັນ. ຖືເປັນຍຸດທະສາດເພື່ອການເຊື່ອມຈອດດ້ານນະໂຍ ບາຍ, ເຊື່ອມຈອດດ້ານພື້ນຖານໂຄງລ່າງ, ການເຊື່ອມຈອດດ້ານການຄ້າ, ການເຊື່ອມຈອດດ້ານການເງິນ, ລວມໄປເຖິງການເຊື່ອມສໍາພັນລະຫວ່າງປະຊາຊົນຂອງພາກພື້ນຕ່າງໆ.
ຕະຫລອດໄລຍະເວລາ 10 ປີຜ່ານມາ, ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ໄດ້ຮັບການສະໜັບສະໜູນຢ່າງຕັ້ງໜ້າຈາກບັນດາປະເທດ ແລະ ອົງຈັດຕັ້ງສາກົນນັບມື້ເພີ່ມຂຶ້ນ, ໃນນີ້ ໄດ້ລົງນາມເອກະສານຮ່ວມມື, ປະເທດຈີນ ໄດ້ລົງນາມເອກະສານຮ່ວມມື 200 ກວ່າສະບັບກັບ 151 ປະເທດ ແລະ 32 ອົງການຈັດຕັ້ງສາກົນ.ໃນນັ້ນລວມທັງ ສປປ ລາວ ຊຶ່ງລັດຖະບານລາວ ສະໜັບສະໜູນຂໍ້ລິເລີ່ມດັ່ງກ່າວຕັ້ງແຕ່ຫົວທີ ແລະ ໄດ້ເຂົ້າຮ່ວມໂຄງການຂອງຂໍ້ລິເລີ່ມນີ້ຢ່າງຕັ້ງໜ້າ ເພື່ອປະຕິບັດຍຸດທະສາດຫັນປ່ຽນປະເທດຈາກສະຖານະພາບທີ່ເປັນປະເທດບໍ່ມີຊາຍແດນຕິດຈອດກັບທະເລໃຫ້ກາຍເປັນປະເທດເຊື່ອມໂຍງ-ເຊື່ອມຈອດໃນພາກພື້ນ. ໃນນີ້ ໂຄງການທີ່ພົ້ນເດັ່ນ ແລະ ໄດ້ຮັບການຍ້ອງຍໍຊົມເຊີຍເປຫນພິເສດ ແມ່ນໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ຊຶ່ງເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 3 ທັນວາ 2023 ຊຶ່ງເປັນໂຄງການທີ່ໄດ້ຮັບປະສິດທິຜົນຢ່າງແທ້ຈິງ.