ສະມາຄົມນັກຂ່າວແຫ່ງ ສປປ ລາວ (ສຂລ) ຮ່ວມກັບວິທະຍຸສາກົນ ແຫ່ງປະເທດຈີນ (CRI) ປະຈຳລາວ ໄດ້ຈັດຕັ້ງ “ເວທີປຶກສາຫາລືການພັດທະນາສື່ແບບໃໝ່ ” ໃນວັນທີ 26 ສິງຫາ 2021 ຊຶ່ງດໍາເນີນມາເປັນເວລາໜຶ່ງວັນທີ່ໂຮງແຮມ ແລນມາກ, ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ສະຫວັນຄອນ ຣາຊະມົນຕຣີ ປະທານ ສຂລ; ພ້ອມນີ້, ຍັງມີທ່ານ ນາງ MO Xiaoling (ແສງແກ້ວ) ຫົວໜ້າ CRI ປະຈຳລາວ, ບັນດາຄະນະກົມ, ຄະນະນໍາສື່ມວນຊົນ, ນັກຂ່າວ ແລະ ພາກສ່ວນກ່ຽວຂ້ອງ ຈາກພາກລັດ-ພາກເອກະຊົນ ພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.
ເວທີປຶກສາຫາລືການພັດທະນາສື່ແບບໃໝ່ຄັ້ງນີ້ ເປັນງານ ທີ່ມີຄວາມໝາຍສໍາຄັນຍິ່ງ ໃນການພັດທະນາຖັນ ແຖວສື່ມວນຊົນລາວ ຊຶ່ງມີຫຼາກຫຼາຍຄວາມຄິດ, ຄວາມເຫັນ ທີ່ຕິດພັນກັບການພັດທະນາສື່ແບບໃໝ່ ໂດຍໄດ້ຮ່ວມກັນປຶກສາຫາລືໃນດ້ານສິ່ງທ້າທ້າຍ ແລະ ໂອກາດໃນການນໍາໃຊ້ສື່ແບບໃໝ່ (ສື່ສັງຄົມອອນລາຍ); ສ້າງສື່ແບບໃໝ່ ໃຫ້ເປັນສື່ກະແສຫຼັກ ແລະ ເປັນທີ່ນິຍົມ; ການຊົມໃຊ້ຜະລິດຕະພັນສື່ມວນຊົນລາວ; ທິດທາງໃນການພັດທະນາສື່ມວນຊົນລາວໃນອະນາຄົດ (ເນື້ອໃນ ແລະ ຮູບແບບ); ບົດຮຽນຕົວຈິງສື່ຫຼັກຂອງຈີນ ທີ່ໃຊ້ສື່ແບບໃໝ່; ການຮ່ວມມືລາວ-ຈີນ ດ້ານສື່ມວນຊົນ ແລະ ດ້ານອື່ນໆ; ນອກນີ້, ເວທີດັ່ງກ່າວ ຍັງໄດ້ຮັບຟັງການສົນທະນາ, ແລກປ່ຽນຄໍາຄິດຄຳເຫັນໃນຫຼາຍດ້ານ ຕິດພັນກັບສື່ມວນຊົນ ແລະ ວຽກອື່ນໆ ທີ່ປິ່ນອ້ອມຈາກບັນດາທ່ານເອກອັກຄະລັດຖະທູດ, ຄະນະນໍາຈາກສະພາອຸດສາຫະກໍາ ແລະ ການຄ້າ ແລະ ຜູ້ຊ່ຽວຊານດ້ານເຕັກໂນໂລຊີ; ນອກນັ້ນ, ຍັງມີການແລກປ່ຽນ ຜ່ານສື່ອອນລາຍຈາກ CRI ທີ່ປັກກິ່ງ ສປ ຈີນ, ຈາກອົງການສື່ມວນຊົນຕ່າງແຂວງ ແລະ ພາກສ່ວນກ່ຽວຂ້ອງ.
ທ່ານປະທານ ສຂລ ຕີລາຄາສູງ ຕໍ່ການພົວພັນ ແລະ ຮ່ວມມື ທີ່ດີງາມ ລະຫວ່າງ ລາວ-ຈີນໃນໄລຍະຜ່ານມາ ໂດຍສະເພາະປີນີ້ ເປັນປີທີ່ມີຄວາມໝາຍສໍາຄັນຍິ່ງຕໍ່ການພົວພັນ ແລະ ຮ່ວມມືລະຫວ່າງ ລາວ-ຈີນ, ຈີນ-ລາວ; ອົງການ ສື່ມວນຊົນລາວ ທັງສູນກາງ ແລະ ທ້ອງຖິ່ນ ໄດ້ສຸມໃສ່ໂຄສະນາໃຫ້ແກ່ປີມິດຕະພາບລາວ-ຈີນ ຄົບຮອບ 60 ປີ; ພ້ອມນັ້ນ, ສື່ມວນຊົນລາວ ແລະ ສື່ມວນຊົນຈີນ ກໍ່ໄດ້ພົບປະຫາລື, ແລກປ່ຽນຂໍ້ມູນຂ່າວສານນໍາກັນ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ, ຄວາມຂອບໃຈອັນຈິງໃຈມາຍັງການນຳ ແລະ ພະນັກງານ CRI ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ຕໍ່ອົງການສື່ມວນຊົນລາວ ໂດຍສະເພາະ CRI ປະຈຳລາວ ທີ່ໄດ້ໃຫ້ການຮ່ວມມື ເພື່ອເຮັດໃຫ້ເວທີປຶກສາຫາລືຄັ້ງນີ້ປາ ກົດຜົນເປັນຈິງ; ຂໍຮຽກຮ້ອງມາຍັງອົງການສື່ມວນຊົນລາວທຸກພາກສ່ວນ ຈົ່ງພ້ອມກັນນໍາເອົາບົດຮຽນໃນການພັດທະນາສື່ແບບໃໝ່ ໄປນໍາໃຊ້ໃຫ້ເກີດປະໂຫຍດສູງ ຕໍ່ວຽກງານຂອງຕົນ.




