ຜູ້ຕາງໜ້າຄະນະສື່ມວນຊົນຈາກບັນດາປະເທດກໍາລັງພັດທະນາທີ່ມີເສດຖະກິດຂະຫຍາຍຕົວໄວ ຫລື ບຣິກສ (BRICS) ປະກອບມີ: ເບຣຊີນ, ຣັດເຊຍ, ອິນເດຍ, ສປ ຈີນ ແລະ ອາຟຣິກກາໃຕ້, ພ້ອມດ້ວຍສື່ມວນຊົນຮັບເຊີນຈາກປະເທດຕ່າງໆ ເກືອບ 300 ຄົນ ໄດ້ເຂົ້າຮ່ວມເວທີປຶກສາຫາລືເພື່ອເສີມຂະຫຍາຍການຮ່ວມມືສື່ມວນຊົນໃນກຸ່ມປະເທດ ບຣິກສ ຄັ້ງທີ 5 (5th BRICS Media Forum) ໃນຕອນຄໍ່າວັນທີ 8 ກໍລະກົດ 2022 ໂດຍແມ່ນ ສປ ຈີນ ເປັນເຈົ້າພາບ ຈັດຂຶ້ນທີ່ນະຄອນຫລວງປັກກິ່ງ ໂດຍຜ່ານລະບົບທາງໄກ ພາຍໃຕ້ຄໍາຂວັນ “ສ້າງຄວາມເປັນເອກະພາບພາຍໃນກຸ່ມບຣິກສ, ສົ່ງເສີມການພັດທະນາໂລກ’’ ໂດຍມີ ທ່ານ ຟູ ຮົວ (Fu Hua) ປະ ທານບໍລິຫານກອງປະຊຸມສື່ມວນຊົນກຸ່ມບຣິກສ, ປະທານສໍານັກຂ່າວຊິນຮວາ ເປັນປະທານ. ສໍາລັບຕາງໜ້າສື່ມວນຊົນລາວໄດ້ຮັບກຽດເຊີນເຂົ້າຮ່ວມກອງປະຊຸມຄັ້ງນີ້ ແມ່ນ ທ່ານ ຄໍາເຜີຍ ພິລະພາ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະ ເທດລາວ, ພ້ອມດ້ວຍຄະນະ.
ກອງປະຊຸມຄັ້ງນີ້ ຕາງໜ້າສື່ມວນຊົນປະເທດໃນກຸ່ມບຣິກສ ໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ ໃນການນໍາໃຊ້ສື່ມວນຊົນທັງໂຄສະນາເຜີຍແຜ່ຂໍ້ມູນຂ່າວສານໃນດ້ານຕ່າງໆ ໂດຍຜ່ານພາຫະນະສື່ມວນຊົນ ກໍຄື ນະວະຕະກໍາໃໝ່ທີ່ທັນສະໄໝ ເຊີ່ງກວມເອົາ 4 ຫົວຂໍ້ສໍາຄັນ ຄື: ຄວາມເປັນມືອາຊີບ ແລະ ເປັນກາງ: ບົດ ບາດ ແລະ ໜ້າທີ່ຂອງສື່ພາຍຫລັງການລະບາດພະຍາດໂຄວິດ-19, ນະວັດຕະກໍາ ແລະ ການເຊື່ອມໂຍງ: ການປະຕິ ຮູບ ແລະ ພັດທະນາສື່ທີ່ຂັບເຄື່ອນໂດຍເຕັກໂນໂລຊີໃໝ່, ຄວາມເປັນເອກະພາບ ແລະ ຄວາມສາມັກຄີ: ຮ່ວມກັນສົ່ງເສີມການສ້າງການຮ່ວມມືທີ່ມີຄຸນນະພາບສູງ ພາຍໃນກຸ່ມປະເທດບຣິກສ ແລະ ການປະຕິບັດນິຍົມ ແລະ ການເສີມຂະຫຍາຍ: ສິດທິຂອງກຸ່ມປະເທດບຣິກສ ໃນການສົ່ງເສີມການພັດທະນາແບບຍືນຍົງ. ນອກຈາກນີ້ ໃນກອງປະຊຸມຄັ້ງນີ້ ຍັງໄດ້ຮັບຟັງການສະເໜີແຜນປະຕິບັດງານຂອງເວທີປຶກສາຫາລືເພື່ອເສີມຂະຫຍາຍການຮ່ວມມືສື່ມວນຊົນໃນກຸ່ມປະເທດ ບຣິກສແຕ່ປີ 2022-2023 ເພື່ອແນໃສ່ເຮັດໃຫ້ອົງການສື່ມວນຊົນໃນກຸ່ມປະເທດ ບຣິກສ ນັບມື້ມີບົດບາດເປັນຂົວຕໍ່ທີ່ສໍາຄັນໃນການສ້າງສັນຕິພາບ ແລະ ການພັດທະນາເສດຖະກິດຂອງໂລກ.
ສໍາລັບເວທີປຶກສາຫາລືເພື່ອເສີມຂະຫຍາຍການຮ່ວມມືສື່ມວນຊົນໃນກຸ່ມປະເທດ ບຣິກສ ເລີ່ມຕົ້ນແຕ່ປີ 2015 ໂດຍແມ່ນສໍານັກຂ່າວ ຊິນຮວາຂອງຈີນ ເປັນຜູ້ລິເລີ່ມຮ່ວມກັບສື່ຫລັກຈາກ ເບຣຊີນ, ຣັດເຊຍ, ອິນເດຍ ແລະ ອາຟຣິກກາໃຕ້. ສະເພາະການຈັດເວທີປຶກສາຫາລືດັ່ງກ່າວໃນປີນີ້ ແມ່ນຈັັດຂຶ້ນພາຍຫລັງສໍາເລັດກອງປະຊຸມສຸດຍອດຜູ້ນໍາກຸ່ມປະເທດ ບຣິກສ ຄັ້ງທີ 14 ທີ່ຈັດຂຶ້ນເມື່ອບໍ່ດົນມານີ້ ໂດຍມີສື່ມວນຊົນທີ່ຮັບເຊີນເກືອບ 300 ຄົນ ຈາກສໍານັກ ແລະ ສະຖາບັນສື່ຫລາຍກວ່າ 170 ແຫ່ງ ຈາກ 73 ປະ ເທດເຂົ້າຮ່ວມ.
Cr: ບຸນຕຽງ ຈັນທະວົງ
Loading...