ປະຈຸບັນເສັ້ນທາງໃນເມືອງ ພູວົງ ແຂວງອັດຕະປື ໄດ້ຮັບການຍົກລະດັບເປັນທາງປູຢາງ2ຊັ້ນ.
ໃນວັນທີ 1 ເມສາ 2021 ນີ້ທ່ານ ສຸນິລັນ ພິລາວົງ ກຳມະການພັກເມືອງ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງພູວົງ ໄດ້ລາຍງານຕໍ່ສື່ມວນຊົນຂອງແຂວງ ວ່າ: ການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນພາຍໃນເທດສະບານເມືອງພູວົງ ເເມ່ນອີງໃສການຕົກລົງເຫັນດີເອກະພາບຂອງອໍານາດການປົກຄອງເມືອງ,ເພື່ອອໍານວຍຄວາມສະດວກໃຫ້ແກ່ການສັນຈອນໄປມາຂອງພໍ່ແມ່ປະຊາຊົນ,ໂດຍມອບໃຫ້ຫ້ອງການໂຍທາທິການ ເເລະ ຂົນສົ່ງເມືອງ ເປັນເຈົ້າຂອງໂຄງການສົມທົບກັບຂະແໜງການທີ່ກ່ຽວຂ້ອງຂອງເມືອງ ຈັດຊື້ຈັດຈ້າງຕາມລະບຽບການ ການລົງທຶນ ຜ່ານລະບົບການປະມູນ ໂດຍເເມ່ນບໍລິສັດ ພູເງິນຈະເລີນຊັບ ຈຳກັດຜູ້ດຽວເປັນຜູ້ຊະນະການປະມູນ .
ໂຄງການກໍ່ສ້າງທາງປູຢາງ 2 ຊັ້ນທາງແບ່ງອອກເປັນເສັ້ນທາງນໍ້າເບີ 9 2 2 5 ມີລວງຍາວທັງໝົດ 3,5 ກິໂລແມັດ,ໜ້າທາງປູຢາງກ້ວາງ 7 ແມັດ,ມີມູນຄ່າລວມ 5,6 ຕື້ກວ່າກີບ,ໃນນັ້ນໄດ້ເເບ່ງອອກເປັນ 2 ສັ້ນຍາການກໍ່ສ້າງ,ສັນຍາທີ1 ເລີ່ມແຕ່ 4 ເເຍກເຮືອນພັກເຈົ້າເມືອງ ຫາທາງແຍກເຂົ້າພູຫີນອ່ອນ,ມີຄວາມຍາວ 1,750 ແມັດ,ໜ້າທາງປູຢາງກ້ວາງ 7 ແມັດ,ມີມູນຄ່າ 2,6 ຕື້ກວ່າກີບ,ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດແຕ່ທ້າຍເດືອນກຸມພາ ມາຮອດປັດຈຸບັນປະຕິບັດໄດ້ປະມານ 80% ຂອງໜ້າວຍກທັງໝົດ, ຄາດວ່າຈະສຳເລັດການປູຢາງພາຍໃນເດືອນ ເມສາ 2021 ນີ້,ສັນຍາທີ2 ແຕ່ທາງເເຍກເຂົ້າພູຫີນອ່ອນ ຫາ ເຮືອນວິລະຊົນນາງເເຮວ,ມີຄວາມຍາວ 1,750 ແມັດ,ໜ້າທາງປູຢາງກວ້າງ 7 ເເມັດ,ມີມູນຄ່າ 3 ຕື້ກວ່າກີບ, ສຳລັບສັນຍານີ້ເເມ່ນຈະໄດ້ສຶບຕໍ່ກໍ່ສ້າງໃນທ້າຍປີ 2021 ນີ້ ເເລະ ຄາດວ່າຈະໃຫ້ສຳເລັດໃນທ້າຍປີ 2022,ສ່ວນການຊຳລະສະສາງເເມ່ນນຳໃຊ້ບ້ວງເງິນພັດທະນາທ້ອງຖິ່ນຂອງເມືອງ ໃນເເຕ່ລະປີຈົນຮອດປີ 2024 .
ຂ່າວ: ສິງໂຕ ຖວທ ເມືອງພູວົງ






