ຕາມການລາຍງານຂອງທ່ານ ຫຸມພັນ ບຸບຜາຄຳ ເຈົ້າເມືອງໆຫລາໃນວັນທີ 28 ສິງຫາ 2022 ໃຫ້ຮູ້ວ່າ: ມາຮອດປັດຈຸບັນເສັ້ນທາງ2Eເມືອງໄຊ-ເມືອງຫລາຍັງບໍສາມາດສັນຈອນໄປມາໄດ້ເນື່ອງຈາກເສັ້ນທາງ ຖືກຕັດຂາດຫລາຍຈຸດ ໄຟຟ້າ ນ້ຳປະປາແມ່ນບໍສາມາດໃຊ້ການໄດ້
ສ່ວນລະບົບການສື່ສານໂທລະຄົມສາມາດແກ້ໄຂໄດ້ແລ້ວສອງ ເຄືອຂ່າຍເຊັ່ນ:ເຄືອຂ່າຍຢູນີເທວ ( ຫລັກ9 )ແລະ ລາວໂທລະຄົມ(ຫລັກ5)
ຕໍ່ກັບສະພາບການດັ່ງກ່າວທາງອົງການປົກຄອງແຂວງອຸດົມໄຊກໍໄດ້ລະດົມທຸກກຳລັງເຂົ້າຊ່ວຍເຫຼືອແລະໃຫ້ກຳລັງໃຈແກ່ຜູ້ປະສົບໄພໃນຄັ້ງນີ້
ລາຍງານລ້າສຸດເວລາ17:52ນາທີຂອງວັນດຽວກັນສາມາດແກ້ໄຂສ້ອມແປງເສັ້ນທາງສຸກເສີນສາມາດເຂົ້າໄປຮອດບ້ານຫ້ວຍຫລາ(ຫລັກ21)






