.
ຕໍ່ເຫດການຄວາຍຕາຍຈຳນວນ 25 ໂຕ ຢູ່ເຂດຫ້ວຍນ້ຳຍຸນຕໍ່ໃສ່ເຂດບ້ານຫນອງດົງ ເມືອງປາກງື່ມ ນະຄອນຫລວງວຽງຈັນ ໃນທ້າຍເດືອນສິງຫາຜ່ານມາ, ທ່ານ ຄຳຫມູນ ຕຽງທິລາດ ເຈົ້າເມືອງໆປາກງື່ມ ໄດ້ແຕ່ງຕັ້ງຫນ່ວຍງານກ່ຽວຂ້ອງລົງຕິດຕາມກວດກາພົບວ່າສາເຫດການຕາຍຂອງຄວາຍອາດເກີດຈາກພະຍາດເຕົ້າໂຮມເລືອດ .
​ທ່ານ ຄຳຫມູນ ຕຽງທິລາດ ເຈົ້າເມືອງໆປາກງື່ມໃຫ້ສຳພາດວ່າ: ປະຈຸບັນອົງການປົກຄອງເມືອງໄດ້ຈັດກອງປະຊຸມປຶກສາຫາລືກັບຂະແຫນງການກ່ຽວຂ້ອງໂດຍສະເພາະຫ້ອງການກະສິກຳແລະປ່າໄມ້ເມືອງສົມທົບອົງການປົກຄອງບ້ານລົງຕິດຕາມແລະຄວບຄຸມບ່ອນທີ່ມີ ສັດຕາຍໂດຍແຈ້ງການບໍ່ໃຫ້ມີການເຄື່ອນຍ້າຍແລະຊື້ຂາຍສັດຫລືຊີ້ນສັດຢູ່ເຂດບໍລິເວນບ້ານຕໍ່ບ້ານທີ່ມີການຕິດເຊື້ອນອກນີ້ຍັງໄດ້ປຸກລະດົມໂຄສະນາໃຫ້ປະຊາຊົນແຕ່ລະຄອບຄົວຮີບຮ້ອນເກັບກໍາຈໍານວນສັດຂອງຕົນສົ່ງໃຫ້ຂະແຫນງລ້ຽງສັດເພື່ອໃຫ້ສັດຕະວະແພດລົງໄປສັກຢາປ້ອງກັນພະຍາດສັດເພື່ອບໍ່ໃຫ້ມີການແຜ່ຂະຫຍາຍໄປບ່ອນອື່ນໆ.
​ສ່ວນທ່ານ ທົດສະກັນ ໄກສອນເພັດ ຫົວຫນ້າຫ້ອງການກະສິກຳແລະປ່າໄມ້ເມືອງປາກງື່ມໃຫ້ສຳພາດວ່າ: ໄລຍະຜ່ານມາ ປະຊາຊົນຈຳນວນຫລາຍບໍ່ຕື່ນຕົວເທົ່າທີ່ຄວນໃນການນໍາເອົາສັດລ້ຽງຂອງຕົນໄປສັກຢາເພາະຄິດວ່າລາຄາຢາແພງແລະອີກສາເຫດຫນຶ່ງມາຈາກປະຊາຊົນສ່ວນໃຫຍ່ລ້ຽງສັດແບບປະປ່ອຍເຮັດໃຫ້ມີຄວາມຫຍຸ້ງຍາກໃນການລົງໄປສັກຢາກັນພະຍາດສັດຂອງສັດຕະວະແພດ ເຮັດໃຫ້ອັດຕາການສັກຢາກັນພະຍາດສັດຢູ່ພາຍໃນເມືອງປາກງື່ມຍັງຕໍ່າ.
​ປັດຈຸບັນ ທົ່ວເມືອງປາກງື່ມ ນະຄອນ ຫລວງວຽງຈັນມີສັດລ້ຽງ ປະເພດຄວາຍ 4.360ກວ່າໂຕ,ງົວ 21.151 ໂຕ,ແບ້ 5.761 ໂຕ,ຫມູ 43.291 ໂຕ ແລະສັດປີກ 252.000ກວ່າໂຕ.
Loading...