ວັນທີ 15 ກຸມພາ 2022 ນີ້, ເຫຼົ່າຮົບຊ່າງແສງໄດ້ຈັດພິທີປິດຊຸດອົບຮົມວຽກງານກວດ-ກູ້ລະເບີດບໍ່ທັນແຕກຊຸດທີ 4 ປະຈຳສົກປີ 2021-2022. ຢູ່ເມືອງນາກາຍ ແຂວງ ຄໍາມ່ວນ ພາຍຫຼັງຈັດຕັ້ງອົບຮົມ-ຫັດແອບມາແຕ່ວັນທີ 10 ທັນວາ 2021 ມາຮອດວັນທີ 15 ກຸມພາ 2022 ໄດ້ສໍາເລັດຕາມແຜນການ. ໂດຍພາຍໃຕ້ເປັນປະທານ ຂອງສະຫາຍ ພົນຈັດຕະວາ ວຽງໄຊ ໄຊສະໝອນ ຄະນະພັກອົງການກົມໃຫ່ຍ ຫົວໜ້າກົມຊ່າງແສງ ກົມໃຫ່ຍເສນາທິການກອງທັບ. ມີ ສະຫາຍ ພັນໂທ ໂປຼຄູນົບອາເກຊັນເດີ ຫົວໜ້າຄະນະຊີນຳກວດ-ກູ້ລະເບີດ ຕ່າງໜ້າໃຫ້ແກ່ກອງທັບ ສ.ຣັດເຊຍ. ຄະນະຊີ້ນຳລວມ,ຄະນະຊີ້ຄູອາຈາພາກສະໜາມ ແລະ ນັກສຳມະນາກອນທີ່ມາຈາກເຫຼົ່າຮົບຊ່າງແສງໃນຂອບເຂດທົ່ວປະເທດເຂົ້າຮ່ວມຈຳນວນ 31 ສະຫາຍ.
ສະຫາຍ ພັນໂທ ໂອທອງ ຄໍາບານໄຊ ຮອງຫົວໜ້າພະແນກອົບຮົມສູ້ຮົບກົມຊ່າງແສງ ໄດ້ຂື້ນຜ່ານບົດລາຍງານສະຫຼຸບຕິລາຄາຄືນຜົນການຝຶກອົບຮົມວຽກງານກວດ-ກູ້ລະເບີດບໍ່ທັນແຕກໃນຄັ້ງນີ້ວ່າ: ຕະຫຼອດໄລຍະຂອງການຝຶກອົບຮົມເປັນເວລາ 65 ວັນ ຜ່ານມາ ແມ່ນໄດ້ສໍາເລັດຕາມແຜນການທີ່ກໍານົດໄວ້ຕາມຄາດໝາຍ ໃນນີ້ມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໂດຍສະເພາະກ່ຽວກັບການເຝົ້າລະວັງຂອງພະຍາດໂຄວິດ-19. ແຕ່ພວກເຮົາກໍ່ອີ່ງໃສ່ສະພາບເງື່ອນໄຂຕົວຈິງໃນປັດຈຸບັນ ສາມາດສັງເກດໄດ້ວ່າມີຫຼາຍສະຫາຍເຂົ້າໃຈ ແລະ ກຳໄດ້ບົດຮຽນທີ່ຄູ-ອາຈານສິດສອນ ພ້ອມນີ້ບັນດານັກຝຶກອົບຮົມ ແມ່ນໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ແລະ ມີຄວາມຮັບພິຊອບສູງ ໂດຍສະເພາະການຈັດຕັ້ງປະຕິບັດເວລາ, ການຂື້ນຫ້ອງ-ລົງຫ້ອງ, ການຖ່າຍຖອດຄວາມຮູ້ຂອງຄູອາຈານຢ່າງລະອຽດ ແລະ ຊອກທຸກວິທີທາງ ເພື່ອເຮັດໃຫ້ນັກຝຶກອົບຮົມໄດ້ມີຄວາມຮັບຮູ້ເຈົ້າໃຈແຈ້ງຕໍ່ເນື້ອໃນບົດຮຽນ ເປັນຕົ້ນ ທາງດ້ານພາກທິດສະດີ ແລະ ພາກປະຕິບັດຕົວຈິງບັນລຸງໄດ້ຕາມຄາດໝາຍທີ່ວາງໄວ້ ເພື່ອນຳໄປໝູນໃຊ້ເຂົ້າໃນວຽກງານຕົວຈິງຂອງກົມກອງ. ໃນນີ້ວິຊາທີ່ນຳເຂົ້າມາຝຶກອົບຮົມໃນຄັ້ງນີ້ປະກອບມີ: ພາກຄວາມຮູ້ກ່ຽວກັບທາດລະເບີດ,ວຽກງານຕັດ-ຕໍ່ຫໍຈູດ,ວິທີຈັດຕັ້ງວາງແປງລະເບີດ ແລະ ວົງຈອນໄຟຟ້າໃນການທໍາລາຍລະເບີດ,ວິທີຄົ້ນຫາວັດຖຸລະເບີດ,ການນໍາໃຊ້ຈັກຈູດລະເບີດ,ວິທີຄິດໄລສູດເພື່ອທຳລາຍໄມ້ແຜນເຫຼັກ,ວຽກງານຄຸ້ມຄອງ ແລະ ຫຼັກການເຮັດວຽກກ່ຽວກັບການກວດ-ກູ້ະເບີດດ້ານມະນຸດສະທໍາ, ແລະ ຄວາມຮູ້ພື້ນຖານກ່ຽວກັບສຳພາວຸດ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ວຽງໄຊ ໄຊສະໝອນ ຫົວໜ້າກົມຊ່າງແສງ ກໍ່ໄດ້ມີຄໍາເຫັນ ແລະ ກ່າວສະແດງຄວາມຊົມເຊີຍຕໍ່ບັນດາສະຫາຍທີ່ໄດ້ສຳເລັດການອົບຮົມ-ຫັດແອບໃນຄັ້ງນີ້ ທີ່ໄດ້ມີຄວາມມານະອົດທົນຜ່ານຜ່າ,ທຸ່ມເທເຫືອແຮງສະຕິປັນຍາຂອງຕົນເຂົ້າໃນການຝຶກອົບຮົມ,ຄູອາຈານກໍ່ໄດ້ເອົາໃສ່ຢ່າງຕັ້ງໜ້າໃນການສິດສອນຖ່າຍທອດຄວາມຮູ້ໃຫ້ແກ່ນັກຝຶກອົບຮົມນາຍ ແລະ ພົນທະຫານຂອງເຫຼົ່າຮົບຊ່າງແສງ ພ້ອມທັງເຊື່ອໝັ້ນວ່າຫຼັງຈາກກັບສູ່ກົມກອງຂອງຕົນແລ້ວຈະນຳເອົາບົດຮຽນອັນມີຄຸນຄ່າເຂົ້າໃນວຽກງານສ້າງສາພັດທະນາປະເທດຊາດໃຫ້ປະກົດຜົນເປັນຈິ່ງ.
ໂດຍ:ເກນ ວິໄລສານ


