ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 18 ສິງຫາ 2021ນີ້, ທິມນັກກິລາເຫຼົ່າຊ່າງແສງ ກອງທັບປະຊາຊົນລາວເຮົາແມ່ນກຳລັງຂຸ້ນຂ້ຽວຝຶກຊ້ອມກິລາການທະຫານສາກົນເພື່ອເຂົ້າຮ່ວມການແຂ່ງຂັນ ກິລາການທະຫານສາກົນ( ARMY GAME 2021 ) ປະເພດ(SAFE ROUTE ) ຫຼື ເອີ້ນວ່າ : ເສັ້ນທາງທີ່ປອດໄພ ຢູ່ທີ່ສະໝາມຫັດ ອານເດຣເຢຍສະກີ ສະຫະພັນເຊຍ ໂດຍໄດ້ຮັບການຊີ້ນຳ-ນຳພາ ຂອງສະຫາຍ ພັນໂທ ອານຸສັກ ພົມວົງສາ ຫົວໜ້າ ຄະນະຊີ້ນຳທິມນັກກິລາ ເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວ ເຊິ່ງພາຫະນະທີ່ເອົາເຂົ້າຝຶກຊ້ອມໃນຄັ້ງນີ້ປະກອບມີ: ລົດກ່າຍຂົວ TMM-3. ຈຳນວນ04 ຄັນ, ລົດດຸດ BAT-2 ຈຳນວນ01 ຄັນ,ລົດສ້າງສີ່ງກີດຂວາງ IMR-2 ຈຳນວນ 01ຄັນ,ຫູ້ມເກາະ BTR ຈຳນວນ 01 ຄັນ, ລົດຕັງT-72 ຈຳນວນ 01ຄັນ ແລະ ອຸປະກອນກວດ-ກູ້ລະເບີດ EMP 5 ເຄື່ອງ ເຊິ່ງຈະມີປະເທດເຂົ້າຮ່ວມການແຂ່ງຂັນທັງໝົດປະເທດຄື: ລາວ,ເບລາຣຸດ,ອຸສະເບັກກິສະຖານ,ອີຢິບ,ອິນເດຍ,ເວເນຊູອີຣາ,ຫວຽດນາມ ແລະ ສະຫະພັນຣັດເຊຍປະເທດເຈົ້າພາບ. ສະຫາຍ ພັນໂທ ອານຸສັກ ພົມວົງສາ ຫົວໜ້າ ຄະນະຊີ້ນຳ ທິມນັກກິລາ ເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວ ໄດ້ໃຫ້ການສຳພາດຕໍ່ນັກຂ່າວພວກເຮົາວ່າ: ທິມກິລາການທະຫານຊ່າງແສງພວກເຮົາ ສະເພາະການເຂົ້າຮ່ວມແຂ່ງຂັນກິລາປະເພດເສັ້ນທາງທີ່ປອດໄພໃນຄັ້ງນີ້ ເປັນກີລາປະເພດໜື່ງ ທີ່ປະກອບມີຫຼາຍຂັ້ນຕອນ ໃນການແຂ່ງຂັນ ເຊັ່ນ : ແລ່ນຜ່ານສີ່ງກິດຂວາງ , ກວດກູ້ລະເບີດ , ກ່າຍຂົວ, ສ້າງ ແລະ ທຳລາຍສີ່ງກີດຂວາງ.
ສະຫາຍ ພັນໂທ ອານຸສັກ ພົມວົງສາ ຫົວໜ້າ ຄະນະຊີ້ນຳ ທິມນັກກິລາ ເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວ ຍັງໃຫ້ຮູ້ຕື່ມອີກວ່າ: ການເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້ ແມ່ນລ້ວນແຕ່ປະກອບມີ ທີມທີ່ມີປະສົບການ ສູງ ແລະ ເປັນທິມທີ່ແຂງແກ່ນ . ເຖິ່ງຢ່າງໃດກໍ່ຕາມພວກເຮົາທິມນັກກິລາ ເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວຈະພ້ອມກັນ ຕັດສິນໃຈ ສູ້ຊົນເຮັດສຸດຄວາມສາມາດ ເພື່ອເຮັດສຳເລັດໜ້າທີ່ນຳເອົາຜົນງານ ທີ່ດີ ທີ່ຂັ້ນເທິງມອບໝາຍໃຫ້ມີຜົນສຳເລັດ.
ຂ່າວ- ພາບ : ເກນ ວິໄລສານ