ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນໄລຍະນີ້ພວກເຮົາຢູ່ໃນທ່າມກາງບັນຍາກາດທີ່ທົ່ວພັກ-ທົ່ວ ລັດ ທີ່ພວມອອກແຮງແຂ່ງຂັນສ້າງຜົນງານດ້ານເພື່ອຂໍ່ານັບຮັບຕ້ອນວັນບຸນປະຫວັດສາດສຳຄັນຂອງຊາດ ເປັນຕົນແມ່ນ ວັນຊາດທີ 2 ທັນວາຄົບຮອບ 46 ປີ. ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ. ເວົ້າລວມ ເວົ້າສະເພາະວັນສ້າງຕັ້ງເຫຼົ່າຮົບຊ່າງແສງ ຄົບຮອບ 67 ປີ. ຄື: (23 ຕຸລາ 1954 – 23 ຕຸລາ 2021) ໃຫ້ເປັນຂະບວນການຟົດຟື້ນນັ້ນ ເຊິ່ງ ເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວ ແມ່ນເຫຼົ່າຮົບໜຶ່ງທີ່ໄດ້ເສຍຫຼະປະກອບສວນ ຄ່ຽງບ່າ, ຄ່ຽງໄຫຼ່ ກັບເຫຼົ່າຮົບອື່ນໃນຍາມສູ້ຮົບ ເວົ້າລວມເວົ້າສະແມ່ນຮັບປະກັນເປີດທາງໄຂ ແລະ ເຄື່ອນຍາຍທັບໃຫ້ເຫຼົ່າຮົບອື່ນໆດ້ວຍພາຫະນະຂົວຟູຂ້າມຜ່ານແມ່ນໍ້າລໍ້າເຊແຫ່ງຕ່າງໆໃນຍາມສູ້ຮົບ ເປັນຕົນແມ່ນໃນຍາມເຄື່ອນທັບ ໝູ່ເປີດທາງໄຂດ້ວຍໝາກຟ້າບິນ ແລະ ທໍາລາຍສິ່ງກີດຂວາງໃຫ້ແກ້ທະຫານລາບເຄື່ອນທັບບຸກຕີສັດຕູ.
ສະຫາຍ ພັນເອກ ວຽງໄຊ ໄຊສະໝອນ ຄະນະພັກອົງການກົມໃຫ່ຍ ຫົວໜ້າກົມຊ່າງແສງ ກົມໃຫ່ຍເສນາທິການກອງທັບ. ໄດ້ຊີ້ແຈ້ງຕໍ່ນັກຂ່າວພວກເຮົາວ່າ: ຄະນະພັກ-ຄະນະບັນຊາກົມຊ່າງແສງ ກົມໃຫ່ຍເສນາທິກອງທັບ ພວກເຮົາໄດ້ສຸມໃສ່ຈັດຕັ້ງປະຕິບັດສ້າງຂະບວນການດ້ານຕ່າງໆເພື່ອຂໍ່ານັບຊົມເຊີຍວັນສ້າງຕັ້ງເຫຼົ່າຮົບຊ່າງແສງ ທີ່ຈະມູນວຽນມາບັ້ນຈົບຄົບຮອບ 67 ປີ ນັ້ນ,ຄະນະພັກ-ຄະນະບັນຊາແຕ່ລະຫົວໜ່ວຍກົມກອງເຫຼົ່າຮົບໃນຂອບເຂດທົ່ວປະເທດແມ່ນໄດ້ພ້ອມກັນສຸ້ມໃສ່ສ້າງຂະບວນການຕ່າງໆ ເພື່ອເປັນຜົນງານເອກອ້າງທະນົງໃຈໃຫ້ແກ່ວັນທີ່ມີຄວາມໜາຍ ຄວາມສຳຄັນຕ່າງໆ ຂອງຊາດ, ຂອງພັກ ແລະ ຂອງກອງທັບ ເວົ້າລວມເວົ້າສະເພາະ ຂໍ່ານັບຕ້ອນຮັບວັນສ້າງຕັ້ງເຫຼົ່າຮົບຊ່າງແສງ ຄົບຮອບ 67 ປີ ຄື: (23 ຕຸລາ 1954 – 23 ຕຸລາ 2021) ໃຫ້ເປັນຂະບວນການຟົດຟື້ນຢ່າງຕໍ່ເນື່ອງ ມາຮອດປະຈຸບັນນີ້ ເຫັນໄດ້ວ່າມີຫຼາຍຂະບວນການທີ່ພົ້ນເດັ່ນ ໂດຍພາຍໃຕ້ການຊີ້ນໍາພາ ກົມຊ່າງແສງໄດ້ພ້ອມກັນ ປຸກລະດົມຊຸກຍູ້ໃຫ້ພະນັກງານ-ນັກຮົບຂອງຕົນ ສ້າງຜົນງານ ສ້າງຂະບວນການດ້ານຕ່າງໆ ເພື່ອໄວ້ຂ່ຳນັບຮັບຕ້ອນວັນສ້າງຕັ້ງເຫຼົ່າຮົບ ໃຫ້ເປັນຂະບວນການຕໍ່ເນື່ອງ ໂດຍຖືສໍາຄັນຄວາມສາມັກຄີ ເຮັດວຽກງານເປັນໝູ່ຄະນະ ລວມສູນປະຊາທິປະໄຕ ບົນພື້ນຖານມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ວຽກງານທີ່ໄດ້ຮັບການມອບໜາຍ ບວກກັບສະຕິຕື່ນຕົວຫ້າວຫັນ ເປັນເຈົ້າການຂອງພະນັກງານສາມະຊິກພັກ-ນັກຮົບ ແຕ່ລະສະຫາຍໃນການຊີ້ນຳໆພາ ປະກອບສວ່ນເຂົ້າໃນຂະບວນການດ້ານຕ່າງໆໃຫ້ມີບັນຍາກາດຟົດຟື້ນນັ້ນ.
ສະຫາຍ ພັນເອກ ວຽງໄຊ ໄຊສະໝອນເລຂາຄະນະພັກ ຫົວໜ້າກົມຊ່າງແສງ ກົມໃຫ່ຍເສນາທິການກອງທັບ.ໃຫ້ຮູ້ຕື່ມອີກວ່າ: ເພື່ອເຮັດໃຫ້ວັນສ້າງຕັ້ງເຫຼົ່າຮົບຊ່າງແສງມີຄວາມໝາຍ ຄວາມສໍາຄັນນັ້ນ ກົມຊ່າງແສງຈຶ່ງໄດ້ຕົກລົງເຫັນດີເປັນເອກະພາບເຮັດໜັງສືແຈ້ງການໃຫ້ ຄະນະພັກ-ຄະນະບັນຊາບັນດາກົມກອງ, ກອງພົນ,ກອງພັນໃຫ່ຍ, ກອງພັນນ້ອຍ,ກອງຮ້ອຍເອກະລາດ ໃຫ້ຫ້າງຫາກະກຽມສ້າງຂະບວນການດ້ານຕ່າງໆເພື່ອເປັນການສ້າງຜົນງານ ຕ້ອນຮັບວັນບຸນປະຫັວດສາດ ທີ່ມີຄວາມໜາຍ ຄວາມສຳຄັນ ໂດຍສະເພາະແມ່ນວັນສ້າງຕັ້ງເຫຼົ່າຮົບຊ່າງແສງ ຄົບຮອບ 67 ປີ. ໃກ້ຈະມາເຖິງນີ້ໃຫ້ເປັນຂະບວນການຟົດຟື້ນ ໂດຍຕິດພັນ 4 ໜ້າທີ່ໃຫ່ຍ 26 ແຜນງານທີ່ຄະນະພັກ ກະຊວງປ້ອງກັນປະເທດວາງອອກ. ໄປພ້ອມໆກັບການປະຕິບັດຂໍ້ແຂ່ງຂັນ ຮັກຊາດ ແລະ ພັດທະນາ ມາຈັດຕັ້ງສຶກສາອົບຮົມໃຫ້ພະນັກງານ-ນັກຮົບ ໄດ້ຮັບຮູ້ ແລະ ພ້ອມກັນເຊື່ອມຊືມ ຢ່າງເປັນປົກກະຕິ. ເພື່ອຮັບປະກັນເຮັດໃຫ້ສະພາບຂອບເຂດກົມກອງຮັບຜິດຊອບ ມີຄວາມສະຫງົບ. ຄະນະພັກ-ຄະນະບັນຊາ ກົມຊ່າງແສງ ຍັງໄດ້ຊີ້ນຳພະນັກງານຫັນລົງກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໜາຍ ຕິດພັນກັບວຽກງານ 3 ສ້າງ ເພື່ອສ້າງໃຫ້ຂອບເຂດກຸ່ມບ້ານຕົນຮັບຜິດຊອບມີຄວາມເຂັ້ມແຂງ ແລະ ມີການພັດທະນາ. ເພື່ອຮັບປະກັນ ເຮັດສໍາເລັດໜ້າທີ່ການເມືອງຂອງກົມກອງ ຄະນະພັກ-ຄະນະບັນຊາ ກົມຊ່າງແສງ ຍັງໄດ້ເອົາໃຈໃສ່ຊີ້ນຳຂະບວນການອົບຮົມ – ຫັດແອບໃຫ້ບັນດາກົມກອງ ໂດຍຖືເອົາການອົບຮົມພາກການເມືອງ, ການທະຫານ, ພະລາທິການ-ເຕັກນິກ ແລະ ວິຊາເຫຼົ່າຮົບວິຊາສະເພາະຕ່າງໆໃຫ້ໄດ້ອົບຮົມຫັດ – ແອບ ຢ່າງເປັນປົກກະຕິ ໄປພ້ອມໆ ກັບຂະບວນການປັບປຸງກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ຂະບວນການກໍ່ສ້າງນັກຮົບວັດທະນະທໍາ, ກົມກອງວັດທະນະນໍາ ແລະ ກອງ 3 ປອດຄື: ປອດໃສ ປອດໄພ ປອດຄະດີ ຕິດພັນກັບຂະບວນການສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ຕາມທິດນຳເພີ່ງຕົນເອງກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.ໃນນີ້ໄດ້ລ້ຽງງົວ,ເປັດ,ໄກ່,ແບ້, ແລະ ຫ ອື່ນໆຕາມທ່າແຮງບົ່ມຊ້ອນຂອງກົມກອງ ເຊີ່ງໃນປະຈຸບັນກົມຊ່າງແສງໄດ້ເອົາໃຈໃສ່ ປັບປຸງລະບົບເສັ້ນທາງອອ້ມຄ້າຍເປັນຕົນແມ່ນ ສຳນັກງານ,ອົງການກະຊວງ ແລະ ປະດັບປະດາ ປູກດອກໄມ້ສອງຝາກຂ້າງ ແລະ ເຮັດຂອບທາງຍ່າງ , ຕິດດອກໄພເຍື່ອງທາງ ແລະ ຕິດປ້າຍປາໂນຄຳຂັວນ ຕາມຂອບເຂດ ເຂົ້າກົມກອງຂອງຕົນ. ທັງນີ້ກໍ່ເພື່ອເປັນຜົນງານເອກອ້າງໃຫ້ມີຄວາມໜາຍ ຄວາມສຳຄັນອັນເລິກເຊິງ ແລະ ເປັນຂະບວນການຟົດຟື້ນອັນຈົບງາມ.
ນໍ້າໃຈທີ 23 ຕຸລາ ໝັ້ນຍືນ.
ຂຽນໂດຍ: ເກນ ວິໄລສານ ນັກຮົບຊ່າງແສງ.