ສະຫາຍ ພັນໂທ ສາຄອນ ສີສະກຸນ ຫົວ ໜ້າການທະຫານກອງພັນ 631 ຄະນະຊີ້ນຳພາກສະໜາມເຫຼົ່າຮົບປືນໃຫຍ່ໜ້າ ດິນໄດ້ກ່າວວ່າ: ເຫຼົ່າຮົບປືນໃຫຍ່ ໜ້າດິນແແມ່ນເຫຼົ່າຮົບໜຶ່ງມີຄວາມສຳຄັນໃນການຊ່ວຍທາງດ້ານກຳ ລັງໄຟໃຫ້ເຫຼົ່າຮົບອື່ນໆ ບໍ່ວ່າໃນ ເວລາບຸກໂຈມຕີ ຫຼື ຈັງທ່າດັ່ງ ນັ້ນບໍ່ວ່າເວລາໃດກໍຕາມ, ພະນັກ ງານ -ນັກຮົບຂອງເຫຼົ່າຮົບປືນໃຫຍ່ໜ້າດິນກໍໄດ້ເອົາໃຈໃສ່ເຝິກຊ້ອມທາງດ້ານວຽກວິຊາສະເພາະ ເພື່ອເຮັດໃຫ້ມີຄວາມຊຳນິຊຳ ນານ ກຽມພ້ອມເຮັດສຳເລັດໜ້າທີ່ໄດ້ຮັບມອບໝາຍ.
ສຳລັບການເຂົ້າຮ່ວມຊ້ອມຮົບຮ່ວມ ລາວ -ຣັດເຊຍ ຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນເປັນຢ່າງຍິ່ງຂອງເຫຼົ່າຮົບປືນໃຫຍ່ໜ້າດິນພວກເຮົາເວົ້າລວມ, ເວົ້າສະແມ່ນກອງພັນ 631 ທີ່ຂຶ້ນກັບກອງພົນທີ 1, ພາຍຫຼັງໄດ້ຮັບຄຳສັ່ງຂອງກົມໃຫຍ່ເສນາທິການກອງທັບ ຄະນະຮັບຜິດຊອບຂອງພວກເຮົາກໍ່ໄດ້ຮີບຮ້ອນເຕົ້າໂຮມພະ ນັກງານ-ນັກຮົບ ເພື່ອຈັດຕັ້ງເຜີຍແຜ່ຄຳສັ່ງ ແລະ ຈັດຕັ້ງສ້າງແຜນການ, ແຜນງານອັນລະອຽດ ພ້ອມນີ້, ກໍໄດ້ກຳນົດເອົາໜຶ່ງກອງຮ້ອຍກຳລັງໄຟປືນໃຫຍ່ 120 ມມ ເຂົ້າຮ່ວມການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣດ 2022” ນີ້, ໃນການເຂົ້າຮ່ວມຊ້ອມຮົບຄັ້ງນີ້, ກຳລັງປືນໃຫຍ່ໜ້າດິນພວກເຮົາແມ່ນມີໜ້າທີ່, ເປີດທາງໄຂຊ່ວຍໜູນໃຫ້ບັນດາເຫຼົ່າຮົບທີ່ຢູ່ໜ້າສະ ໜາມ ແລະ ເປີດກຳໄຟຊ່ວຍໜູນກົມກອງທະຫານລາບບຸກຕີຈັ້ງທ່າໃຫ້ໄດ້ຮັບຜົນຕາມແຜ່ນການທີ່ວາງໄວ້. ດັ່ງນັ້ນ, ມາຮອດປັດຈຸບັນຄະນະບັນຊາພວກເຮົາກໍໄດ້ຊີ້ນຳພະ ນັກງານວິຊາສະແຕ່ລະສະ ຫາຍ ເຂົ້າໃນການຫັດແອບຕົວຈິງ, ເຫັນໄດ້ວ່າແຕ່ລະສະ ຫາຍກຳໄດ້ບົດຮຽນ ແລະ ຮັບປະກັນໄດ້ການປະສານງານລະຫວ່າງຄະນະຊີ້ນຳໜ້າສະໜາມ ແລະ ສູນບັນຊາຈຸປືນຜ່ານການກວດກາເຕັກນິດປືນຕົວຈິງເຫັນໄດ້ສາມາດດັບສູນເປົ່າໝາຍໄດ້ຕາມຄາດໝາຍ, ທັງນີ້ກໍເພື່ອເປັນການຮັບປະກັນໃຫ້ມືປະສານສາມາດເຮັດສຳເລັດໜ້າທີ່, ຮັບປະກັນໄດ້ຄວາມປອດໄພ 100%. ພາຍຫຼັງເຂົ້າຮ່ວມການຊ້ອມຮົບຄັ້ງນີ້ສຳເລັດ ພວກເຮົາກໍຈະນຳເອົາທຸກບົດຮຽນ, ທຸການເຄື່ອນໄຫວນຳໄປໝູນໃຊ້ເຂົ້າໃນພຶດຕິກຳຕົວຈິງຂອງກົມກອງໃຫ້ເກີດດອກອອກຜົນສູງສຸດ.
ໂດຍ: ອາຫວຸ້ນ



