ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນເຊົ້າຂອງວັນທີ 15 ມີນາ 2022, ທີ່ທຳນຽບປະທານາທິບໍດີ, ທີ່ນະຄອນຫລວງວຽນ, ສາທາ ລະນະລັດ ໂອຕຣິດ, ທ່ານ ຄອນເພັງ ທຳມະວົງ ໄດ້ຍື່ນສານແຕ່ງຕັ້ງຕໍ່ ທ່ານ Alexander Van der Bellen, ປະທາ ນາທິບໍດີ ແຫ່ງ ສາທາລະນະລັດ ໂອຕຣິດ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສາທາລະນະລັດ ໂອຕຣິດ, ໂດຍມີສໍານັກງານສະຖານທູດຕັ້ງຢູ່ນະຄອນຫຼວງວຽນ, ປະເທດ ໂອຕຣິດ.
ໃນໂອກາດດັ່ງກ່າວ, ທ່ານ ຄອນເພັງ ທຳມະວົງ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງ ແລະ ຖືເປັນກຽດຢ່າງສູງ ທີ່ທ່ານປະທານາ ທິບໍດີ ໄດ້ໃຫ້ກຽດຮັບສານແຕ່ງຕັ້ງດັ່ງກ່າວ ແລະ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ໃນໄລຍະເວລາການປະ ຕິບັດໜ້າທີ່ການທູດຢູ່ ໂອຕຣິດ ທ່ານຈະພະຍາຍາມເຮັດສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ສົ່ງເສີມ ສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ ໃຫ້ມີບາດກ້າວໃໝ່ຂະຫຍາຍຕົວຂຶ້ນຕື່ມ. ພ້ອມກັນນີ້, ທ່ານເອກອັກຄະລັດຖະທູດ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ພ້ອມດ້ວຍພອນໄຊ ອັນປະເສີດ ແລະ ຄວາມຮັກແພງຖານເພື່ອນມິດ ຈາກ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ທ່ານ Alexander Van der Bellen ແລະ ຜ່ານທ່ານ ໄປຍັງລັດຖະບານ ແລະ ປະຊາຊົນໂອຕຣິດ ທຸກຖ້ວນໜ້າ.
ໃນໂອກາດນີ້, ທ່ານ Alexander Van der Bellen ກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ ທ່ານ ຄອນເພັງ ທຳມະວົງ ໃນການມາດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ສປປ ລາວ ຄົນໃໝ່ ປະຈຳ ສ. ໂອຕຣິດ, ໄດ້ສົ່ງຄຳຢື້ ຢາມຖາມຂ່າວອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດ ມາຍັງ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ, ລັດຖະບານ ແລະ ປະ ຊາຊົນລາວ ທຸກທົ່ວໜ້າ, ອວຍ ພອນໃຫ້ ທ່ານເອກອັກຄະລັດຖະທູດຄົນໃໝ່ ປະຕິບັດໜ້າທີ່ການທູດດ້ວຍຜົນສຳເລັດ ເພື່ອສົ່ງເສີມການພົວພັນຮ່ວມມືຂອງສອງປະເທດ ໃຫ້ຂະຫຍາຍຕົວໃນຕໍ່ໜ້າ.