ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ທ້າຍເດືອນ ກັນຍາ ຜ່ານມາ, ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຮົງກາຣີ, ທີ່ມີສຳນັກງານຕັ້ງ ຢູ່ ປະເທດໂອຕຣິດ ໂດຍປະຕິບັດຕາມການຊີ້ນຳຂອງຄະນະນຳກະຊວງການຕ່າງປະເທດ, ທ່ານ ສີທົງ ຈິດໂຍທິນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ຮົງກາຣີ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫລຽນໄຊພັດທະນາຊັ້ນ III ໃຫ້ແກ່ ດຣ ລາສະໂລ ວາຣາດີ (Laszlo VARADI), ກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ທີ່ ນະ ຄອນຫລວງບູດາແປັດ, ຮົງກາຣີ ທີ່ມີຜົນງານດີເດັ່ນ ໃນການເຄື່ອນໄຫວປະຕິບັດໜ້າທີ່ຂອງຕົນໃນໄລຍະຜ່ານມາ, ຊຶ່ງຜົນງານດັ່ງກ່າວ ເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ລາວ ແລະ ຮົງກາຣີ ໃຫ້ມີບາດກ້າວອັນໃໝ່.
ພິທີດັ່ງກ່າວ, ໄດ້ຈັດຂຶ້ນຢ່າງສົມກຽດ ໂດຍມີຕາງໜ້າຈາກກະຊວງການຕ່າງປະເທດ ແລະ ການຄ້າຂອງຮົງກາຣີ ຄື: Dr.Peter JAKAB, ຫົວໜ້າກົມອາຊີ ແລະ ປາຊີຟິກ ແລະ ທ່ານ Zoltan KULIK, ຜູ້ບໍລິຫານງານຂອງບໍລິສັດວີຕາຟອດ ພ້ອມດ້ວຍແຂກທີ່ຖືກເຊີນໄດ້ຈຳນວນໜຶ່ງເຂົ້າຮ່ວມ.
ໃນພີທີກໍ່ໄດ້ມີການປະກາດລັດຖະດຳລັດ ຂອງປະທານປະເທດ ວ່າດ້ວຍການປະ ດັບຫລຽນໄຊພັດ ທະນາຊັ້ນ III, ໃບມອບສິດຂອງນາຍົກລັດຖະມົນຕີ ແລະ ລັດຖະ ມົນຕີ ກະຊວງການຕ່າງປະເທດ ແລະ ຕິດຕາມດ້ວຍການນຳສະເໜີຜົນງານ ການເຄື່ອນໄຫວໂດຍຫຍໍ້ຂອງ ດຣ. ລາສະໂລ ວາຣາດີ ໃນໄລຍະຜ່ານມາ.
ການປະດັບຫລຽນໄຊພັດທະນາ ຊັ້ນIII ຄັ້ງນີ້, ເປັນການສະແດງຄວາມຂອບໃຈ ແລະ ຈາລຶກຄຸນງາມຄວາມດີຂອງລັດຖະບານ ແຫ່ງ ສປປ ລາວ ຕໍ່ທ່ານ ລາສະໂລ ວາຣາດີ ກໍຄື ຕໍ່ລັດຖະບານ ແລະ ປະຊາຊົນຮົງກາຣີ ທີ່ມີຕໍ່ລັດຖະບານ ແລະ ປະຊາຊົນລາວ ຕະຫລອດໄລຍະຜ່ານມາ.