ວັນທີ 18 ມີນາ 2021 ທີ່ ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາ ມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫງວຽນ ຊວນ ຖັງ, ກຳມະການກົມການເມືອງສູນກາງພັກ, ຫົວໜ້າ ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ປະທານສະພາທິດສະດີສູນກາງ ເນື່ອງໃນໂອກາດດຳລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສສ ຫວຽດນາມ.
ໃນການຕ້ອນຮັບ ສະຫາຍ ຫງວຽນ ຊວນ ຖັງ, ກຳມະການກົມການເມືອງສູນກາງພັກ, ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ປະທານສະພາທິດສະດີສູນກາງ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ການມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດຂອງ ສະຫາຍ ແສງເພັດ ຮຸ່ງບຸນຍວງ ພ້ອມທັງເຊື່ອໝັ້ນວ່າ ສະຫາຍ ຈະປະສົບຜົນສຳເລັດຢ່າງຈົບງາມໃນການປະຕິບັດໜ້າທີ່ຢູ່ ສສ ຫວຽດນາມ ເພື່ອເປັນຂົວຕໍ່ໃຫ້ແກ່ການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນຂອງສອງປະເທດຫວຽດນາມ – ລາວ, ລາວ – ຫວຽດນາມ ໃຫ້ນັບມື້ນັບແຕກດອກອອກຜົນຂຶ້ນໄປເລື້ອຍໆໂດຍສະເພາະແມ່ນລະຫວ່າງສອງສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ແລະ ສະຖາບັນການເມືອງການປົກຄອງແຫ່ງຊາດລາວ.
ພ້ອມດຽວກັນນັ້ນ, ສະຫາຍ ຫງວຽນ ຊວນ ຖັງ ກໍຍັງໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ ແລະ ກໍໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດໄປຍັງການນໍາພັກ-ລັດຂອງລາວ ເປັນຕົ້ນແມ່ນ ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ຮັບເລືອກເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ 11. ຈາກນັ້ນ, ສະຫາຍກໍໄດ້ລາຍງາຍໂດຍຫຍໍ້ສະພາບ ພົ້ນເດັ່ນທາງດ້ານການເມືອງ, ການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມພາຍໃຕ້ການຊີ້ນຳ-ນຳພາຂອງພັກກອມມູນິດຫວຽດນາມໃນໄລະຍະຜ່າມມາ, ທິດທາງ ແລະ ແຜນການໃນການພັດທະນາປະເທດຫວຽດນາມຕໍ່ໜ້າ ໃຫ້ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ຊາບ.
ໃນໂອກາດນີ້ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ກໍໄດ້ສະແດງຄວາມຊົມເຊີຍ, ຕີລາຄາສູງຕໍ່ຜົນງານອັນໃຫຍ່ຫຼວງ, ຮອບດ້ານ, ເລິກເຊິ່ງທີ່ ພັກກອມມູນິດຫວຽດນາມ ຍາດມາໄດ້ໃນໄລຍະຜ່ານມາ. ພ້ອມກັນນີ້, ກໍໄດ້ສະແດງຄວາມຂອບໃຈມາຍັງການນຳພັກ, ລັດແລະ ປະຊາຊົນຫວຽດນາມ ທີ່ຍາມໃດກໍໄດ້ໃຫ້ການຊ່ວຍເຫຼືອພັກ, ລັດ ແລະ ປະຊາຊົນລາວຕະຫຼອດມາ ໂດຍສະເພາະແມ່ນການຊ່ວຍເຫຼືອດ້ານວຽກງານບໍາລຸງ ແລະ ກໍ່ສ້າງບຸກຄະລາກອນລາວ ໃຫ້ກາຍເປັນການນຳຮຸ້ນສືບທອດມາແລ້ວຫຼາຍສະຫາຍ ແລະ ກໍໄດ້ສະເໜີໃຫ້ສະຖາບັນຊ່ວຍສືບຕໍ່ ແລະ ເອົາໃຈໃສ່ກໍ່ສ້າງບຸກຄະລາກອນລາວ ທີ່ມາສຶກສາ, ຄົ້ນຄ້ວາຢູ່ທີ່ສະຖາບັນແຫ່ງນີ້ ໃຫ້ໄດ້ຮັບຄຸນນະພາບສູງຂຶ້ນໄປເລື້ອຍໆ ເພື່ອຈະໄດ້ນຳເອົາບົດຮຽນດັ່ງກ່າວກັບຄືນໄປພັດທະນາປະເທດຊາດໃຫ້ນັບມື້ນັບດີຂຶ້ນເລື້ອຍໆ.
ພ້ອມດຽວກັນນັ້ນ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ໂດຍສະເພາະແມ່ນໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ ສະຫາຍ ຫງວຽນ ຊວນ ຖັງ ທີ່ໄດ້ຮັບເລືອກເປັນກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດ ນາມ ສະໄໝທີ 13. ໃນຕອນທ້າຍ, ສະຫາຍ ແສງເພັດ ຮ່ງບຸນຍວງ ກໍໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະພະຍາຍາມສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນຂອງສອງຊາດ ລາວ – ຫວຽດນາມ, ຫວຽດນາມ – ລາວ ໃຫ້ນັບມື້ຈະເລີນຫງອກງາມຕະຫຼອດໄປ.
ຂ່າວ,ພາບ: ໂອລຳ

