ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນເຊົ້າຂອງ ວັນທີ 12 ມັງກອນ 2024, ສະຫາຍ ນາງ ຄຳເພົາ ເອີນທະວັນ ພ້ອມຄະນະຜູ້ແທນສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສສ ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ສະຫາຍ ນາງ ບຸ່ຍ ຖິ ມິງ ຮວ່າຍ, ເລຂາທິການສູນກາງພັກ, ຫົວໜ້າຄະນະຂົນຂວາຍ ສູນກາງພັກກອມມູນິດຫວຽດນາມ ໃນໂອກາດທີ່ສະຫາຍດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ປະຈໍາ ສາທາ ລະນະລັດ ສັງຄົມນິຍົມ ຫວຽດນາມ.
ສະຫາຍ ນາງ ບຸ່ຍ ຖິ ມິງ ຮວ່າຍ , ເລຂາ ທິການສູນກາງພັກ, ຫົວໜ້າຄະນະຂົນ ຂວາຍສູນກາງພັກ ກອມມູນິດຫວຽດ ນາມ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ການມາປະຕິບັດໜ້າທີ່ ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ປະຈໍາ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຂອງສະຫາຍ ນາງ ຄຳເພົາ ເອີນທະວັນ. ສະຫາຍໄດ້ສະແດງຄວາມດີອົກດີໃຈທີ່ເຫັນວ່າ ໃນໄລຍະຜ່ານມາ ສາຍພົວພັນມິດຕະພາບ ລະຫວ່າງສອງປະເທດໄດ້ຮັບການຂະຫຍາຍຕົວ ແລະ ເຂົ້າສູ່ລວງເລິກ ປະກົດຜົນເປັນຈິງ ມີປະສິດທີ່ຜົນສູງໃນຫຼາຍຂົງເຂດ ເປັນຕົ້ນແມ່ນຂົງເຂດການເມືອງ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຊຶ່ງເປັນການປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ.
ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍຖືສຳຄັນຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອດດ້ານ ແລະ ສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງຕໍ່ການສະໜັບສະໜູນ ຊ່ວຍເຫຼືອອັນລ້ຳຄ່າຂອງ ພັກ, ລັດ ແລະ ປະຊາຊົນລາວໃນສະໄໝຕໍ່ສູ້ກູ້ຊາດ ກໍຄືໃນພາລະກິດປ່ຽນແປງໃໝ່ໃນປັດຈຸບັນ. ສຳລັບ ການພົວພັນຮ່ວມມືຂອງສອງຄະນະຂົນຂວາຍ ສຸນກາງພັກກອມມູນິດຫວຽດນາມ ແລະ ສູນກາງແນວລາວສ້າງຊາດ ຜ່ານມາ ໄດ້ມີຫຼາຍບົດບັນທຶກໃນການຮ່ວມມື ແລກປ່ຽນບົດຮຽນ ທັງທິດສະດີ ແລະ ພຶດຕິກຳຕົວຈິງມາໂດຍ ຕະຫຼອດ. ສະຫາຍຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ, ດ້ວຍຄວາມຮູ້ ຄວາມສາມາດ ແລະ ປະສົບປະການໃນວຽກງານການທູດຫຼາຍປີຜ່ານມາ, ສະຫາຍເອກອັກ ຄະລັດຖະທູດຄົນໃໝ່ ຈະປະຕິບັດໜ້າທີ່ໆພັກ ແລະ ລັດຖະບານມອບໃຫ້ເປັນຢ່າງຈົບງາມ, ສືບຕໍ່ເປັນຂົວຕໍ່ອັນສຳຄັນໃຫ້ແກ່ການພົວພັນ ມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດໃຫ້ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ.
ໂອກາດນິ້, ສະຫາຍ ນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ໄດ້ສະແດງຄວາມຂອບໃຈຕໍ່ສະຫາຍ ນາງ ບຸ່ຍ ຖິ ມິງ ຮວ່າຍ, ເລຂາທິການສູນກາງພັກ, ຫົວໜ້າຄະນະຂົນຂວາຍສູນກາງພັກກອມມູນິດຫວຽດນາມທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ສະໜິດສະໜົມ. ຝາກຄຳຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ຄຳອວຍພອນ ອັນປະເສີດຈາກສະຫາຍ ປອ. ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງ ແນວລາວສ້າງຊາດ ເຖິງສະຫາຍ ນາງ ບຸ່ຍ ຖິ ມິງ ຮວ່າຍ, ເລຂາທິການສູນກາງພັກ, ຫົວໜ້າຄະນະຂົນຂວາຍສູນກາງ ພັກກອມມູນິດຫວຽດນາມ ແລະ ຄະນະ ເນື່ອງໃນໂອກາດປີໃໝ່ສາກົນ 2024 ແລະ ປີໃໝ່ປະຈຳຊາດຫວຽດນາມ ໃກ້ຈະໝູນວຽນມາເຖິງນີ້. ສະຫາຍຍັງໄດ້ສະແດງຄວາມຍິນດີຕໍ່ໝາກຜົນສຳເລັດໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ຊຶ່ງນຳໂດຍສະຫາຍ ຫງວຽນ ຝູ ຈ້ອງ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ໄດ້ເຮັດໃຫ້ປະເທດຊາດພັດທະນາຢ່າງຮອບດ້ານ ແລະ ກ້າວກະໂດດ, ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ 19 ໄດ້ຢ່າງວ່ອງໄວ, ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນຢ່າງຈະແຈ້ງ, ອິດທິພົນ, ບົດບາດ, ຊື່ສຽງຂອງຫວຽດນາມນັບມື້ນັບສູງເດັ່ນຂຶ້ນໃນພາກພື້ນ ແລະ ສາກົນ. ພ້ອມນີ້, ສະຫາຍຍັງໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມືຂອງສອງປະເທດ ເວົ້າລວມ, ເວົ້າສະເພາະ ແມ່ນການພົວພັນຮ່ວມມືລະຫວ່າງສອງຄະນະພົວພັນຕ່າງປະເທດສູນກາງພັກ ຊຶ່ງສະແດງອອກໃນການກະກຽມການຢ້ຽມຢາມຂອງຜູ້ນຳຂັ້ນສູງສຸດຂອງສອງປະເທດໃນໄລຍະຜ່ານມາ.
ສະຫາຍ ເອກອັກຄະລັດຖະທູດລາວ ຍັງໄດ້ຕາງໜ້າພັກ, ລັດຖະບານ ແລະ ປະຊາ ຊົນລາວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຕໍ່ພັກ, ລັດຖະບານ ແລະ ປະ ຊາຊົນຫວຽດນາມອ້າຍນ້ອງ ທີ່ຍາມໃດກໍໃຫ້ການຊ່ວຍເຫຼືອອັນລ້ຳຄ່າ ສະແດງເຖິງນ້ຳໃຈ ຄວາມສາມັກຄີພິເສດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ຊຶ່ງມີໜຶ່ງດຽວໃນໂລກນີ້.
ຂ່າວ;ພາບ: ສະຖານທູດລາວທີ່ຮ່າໂນ້ຍ