ວັນທີ 14 ​ເມສາ 2021 ທີ່ ກະຊວງ​ປ້ອງ​ກັນ​ປະ​ເທດ​ ສສ ຫວຽດນາມ, ສະຫາຍ ແສງເພັດ ຮຸ່ງບຸນຍວງ     ເອກອັກຄະລັດຖະທູດວິສາມັນຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມ​ຄະນະ​ໄດ້​ເຂົ້າ​ຢ້ຽມ​ຂໍ່ານັບ ແລະ ຊົມເຊີຍ ສະຫາຍ ພົນໂທ ​ຟານ ວັນ ຢາງ, ​ກຳມະການ​ກົມ​ການ​ເມືອງສູນ​ກາງ​ພັກກອມມູນິດຫວຽດນາມ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ, ​ເນື່ອງ​ໃນ​ໂອກາດທີ່ສະຫາຍ​ຮັບ​ຕຳ​ແໜ່ງ​ໃໝ່.

ໂອກາດ​ນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ​ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ. ຫວຽດນາມ ກໍ່ໄດ້​ນຳເອົາກະຕ່າດອກໄມ້ ຈາກ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການ​ກົມ​ການ​ເມືອງສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ແຫ່ງ ສປປ ລາວ ​ແລະ ​ໃນ​ນາມ​ສ່ວນ​ຕົວ ​ເຂົ້າອວຍພອນ ແລະ ສະ​ແດງ​ຄວມຊົມ​ເຊີຍ​ຢ່າງ​ຈິງ​ໃຈ​ມາ​ຍັງສະຫາຍ ພົນໂທ ຟານ ວັນ ຢາງ, ​​ໃນ​ໂອ ກາດທີ່​ສະຫາຍໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ ແຫ່ງ ສສ ຫວຽດນາມ ຄົນ​ໃໝ່, ສິ່ງ​ດັ່ງ ກ່າວໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເຊື່ອໝັ້ນ ​ແລະ ​ໄວ້​ວາງ​ໃຈຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກກອມ​ມູນິດຫວຽດນາມ ຕໍ່​ກັບຄວາມ​ສາມາດ, ບົດບາດ​ໃນ​ການ​ຊີ້ນໍາ-​ນໍາພາ​, ການ​ປະກອບສ່ວນ​ຢ່າງ​ຫ້າວຫັນ ​ແລະ ມີ​ປະສິດທິຜົນ​ຂອງ​ສະຫາຍໃນ​ໄລຍະ​ຜ່ານ​ມາ.

ສະຫາຍ ພົນໂທ ​ຟານ ວັນ ຢາງ, ​ກຳມະການ​ກົມ​ການ​ເມືອງສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດນາມ ກໍໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ. ຫວຽດນາມ ພ້ອມ​ຄະນະ ​ທີ່ໄດ້​ມາ​ອວຍພອນ  ​ເຊິ່ງ​ເປັນ​ປະ​ເທດ​ທຳ​ອິດ​ໃນ​ໄລຍະ​ທີ່​ສະຫາຍ​ມາ​ຮັບ​ຕຳ​ແໜ່ງ​ໃໝ່,  ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ສະຫາຍຈະ​ເປັນ​ຂົວ​ຕໍ່ໃນການເພີ່ມພູນຄູນສ້າງ, ສາຍພົວພັນອັນພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ ສອງລັດ, ສອງກອງທັບ ​ແລ​ະ ປະຊາຊົນ​ສອງ​ຊາດຫວຽດນາມ-ລາວ ​ໃຫ້​ນັບ​ມື້​ແໜ້ນ​ແຟ້ນຍິ່ງ​ຂຶ້ນ.

ພ້ອມ​ດຽວ​ກັນ​ນັ້ນ, ສະຫາຍ ພົນໂທ ຟານ ວັນ ຢາງ ​ ​ກໍຍັງ​ໄດ້​ຝາກ​ຄວາມ​ຂອບໃຈ ແລະ ຢື້​ຢາມ​ຖາມ​ຂ່າວ​ຜ່ານ ສະຫາຍເອກອັກຄະລັດຖະທູດ​ ໄປ​ຍັງ ສະຫາຍ​ ພົນ​ເອກ ຈັນ​ສະໝອນ ຈັນຍາ​ລາດ, ກຳມະການ​ກົມ​ການ​ເມືອງສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ ແຫ່ງ ສປປ ລາວ ທີ່ໄດ້ສົ່ງດອກໄມ້ ແລະ ກະຕ່າຂອງຂວັນ ມາອວຍພອນ ແລະ ຊົມເຊີຍ ລວມທັງສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຜົນສຳ​ເລັດ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XI ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ແລະ ຜົນ​ການ​ເລືອກ​ຕັ້ງ​ສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ​ ຂອງ ​ສປປ ລາວ. ນອກນີ້, ສະຫາຍກໍຍັງໄດ້ເນັ້ນຕື່ມວ່າ ຈະໃຫ້ການຮ່ວມມືຢ່າງສະໜິດແໜ້ນໃນທຸກວຽກງານ ເປັນຕົ້ນແມ່ນການ​ຮ່ວມ​ມື​ລະຫວ່າງສອງ​ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດນາມ​ແລະ ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ. ໃນໂອກາດທີ່ປະຊາຊົນລາວທັງຊາດກໍາລັງພ້ອມກັນມ່ວນຊື່ນຕ້ອນຮັບປີໃໝ່ 2564 ນີ້, ສະຫາຍກໍໄດ້ຝາກຄໍາອວຍພອນ​ມາ​ຍັງການ​ນຳ​ພັກ​ລັດ ​ແລະ  ​ປະຊາຊົນ​ລາວ ນັບ​ທັງ​ປະຊາຊົນ​ລາວ​ທີ່​ກຳລັງ​ດຳລົງ​ຊີວິດ ​ແລະ ກຳລັງ​ສຶກສາ​ຄົ້ນຄວ້າ​ຢູ່​ ສສ ຫວຽດນາມ ຈົ່ງ​ພ້ອມ​ກັນ​ຕ້ອນຮັບ​ປີ​ໃໝ່ ດ້ວຍ​ບັນຍາກາດ​ເບີກບານ​ມ່ວນ​ຊື່ນ.

​ໃນໂອກາດ​ດັ່ງກ່າວ,​ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ກໍໄດ້ຕາງໜ້າໃຫ້ການນຳພັກ, ລັດ, ກອງທັບ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງການນຳພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດນາມ ກໍຄື ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອລາວຕະຫຼອດມາ ແລະ ໃຫ້ຄໍາໝັ້ນສັນຍາວ່າ ​ຈະເຮັດສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງ​ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນ ​ແລະ ຈະເລີນງອກງາມຂຶ້ນເລື້ອຍໆໄປ.

ຂ່າວ,ພາບ: ​ໂອ​ລຳ

Loading...