ວັນທີ 26 ເມສາ 2021 ທີ່ ກະຊວງອຸດ ສາຫະກຳ ແລະ ການຄ້າ ສສ ຫວຽດນາມ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດ ນາມ ພ້ອມຄະນະໄດ້ເຂົ້າຢ້ຽມຂໍ່າ ນັບ ແລະ ຊົມເຊີຍ ສະຫາຍ ຫງວຽນ ຫົງ ຢຽນ, ກຳມະການສູນກາງພັກກອມມູນິດຫວຽດນາມ, ລັດຖະມົນຕີກະຊວງກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເນື່ອງໃນໂອກາດທີ່ສະຫາຍຮັບຕຳແໜ່ງໃໝ່.
ໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ນຳເອົາກະຕ່າດອກໄມ້ເຂົ້າອວຍພອນ ແລະ ສະແດງຄວມຊົມເຊີຍຢ່າງຈິງໃຈມາຍັງ ສະຫາຍ ຫງວຽນ ຫົງ ຢຽນ ໃນໂອກາດທີ່ສະຫາຍໄດ້ຮັບການແຕ່ງຕັ້ງເປັນ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສສ ຫວຽດນາມ ຄົນໃໝ່. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຂອງກົມການເມືອງສູນກາງພັກກອມມູນິດຫວຽດນາມ ຕໍ່ກັບຄວາມສາມາດ, ບົດບາດໃນການຊີ້ນໍາ-ນໍາພາ, ການປະກອບສ່ວນຢ່າງຫ້າວຫັນ ແລະ ມີປະສິດທິຜົນຂອງສະຫາຍໃນໄລຍະຜ່ານມາ.
ສະຫາຍ ຫງວຽນ ຫົງ ຢຽນ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສສ ຫວຽດນາມ ກໍໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ. ຫວຽດນາມ ພ້ອມຄະນະ ທີ່ໄດ້ມາອວຍພອນ ເຊິ່ງເປັນປະເທດທຳອິດໃນໄລຍະທີ່ສະຫາຍມາຮັບຕຳແໜ່ງໃໝ່, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ສະຫາຍຈະເປັນຂົວຕໍ່ໃນການເພີ່ມພູນຄູນສ້າງ, ສາຍພົວພັນອັນພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນສອງຊາດຫວຽດນາມ-ລາວ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.
ພ້ອມດຽວກັນນັ້ນ, ສະຫາຍ ຫງວຽນ ຫົງ ຢຽນ ໄດ້ສະແດງຄວາມເປັນຫ່ວງເປັນໃຍຕໍ່ການລະບາດພະຍາດໂຄວິດ-19 ທີ່ກຳລັງລະບາດຮອບໃໝ່ຢູ່ລາວ. ນອກນີ້, ສະຫາຍກໍຍັງໄດ້ຕາງໜ້າກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມມອບຜ້າອັດປາກໃຫ້ສະຖານທູດລາວປະຈຳຫວຽດນາມ ຈຳນວນ 10.000 ອັນ (ສີບພັນອັນ) ມອບໃຫ້ກະຊວງອຸດສາຫະກຳ ແລະ ການຄ້າລາວ ຈຳນວນ 20.000 ອັນ (ຊາວພັນອັນ), ກະຊວງພະລັງງານ ແລະ ບໍ່ແຮ່ ຈຳນວນ 20.000 ອັນ (ຊາວພັນອັນ). ນອກນີ້, ສະຫາຍຍັງໄດ້ເນັ້ນຕື່ມວ່າ ຈະໃຫ້ການຮ່ວມມືຢ່າງສະໜິດແໜ້ນໃນທຸກວຽກງານ ເປັນຕົ້ນແມ່ນການຮ່ວມມືລະຫວ່າງສອງກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ແລະ ກະຊວງອຸດສາຫະກຳ ແລະ ການຄ້າລາວ.
ນອກຈາກນັ້ນ, ກໍໄດ້ປຶກສາຫາລື ກ່ຽວກັບ ການພົວພັນທາງດ້ານເສດຖະກິດການຄ້າລະຫວ່າງສອງປະເທດ ໂດຍສະເພາະແມ່ນເປັນເອກະພາບກັນຈະຊອກຫາຕົ້ນເຫດທີ່ພາໃຫ້ການຮ່ວມມືດ້ານເສດຖະກິດການຄ້າບໍ່ສາມາດຈັດຕັ້ງປະຕິບັດ ໄດ້ຕາມແຜນການທີ່ວາງໄວ້ ເພື່ອພ້ອມກັນແກ້ໄຂຈຸດຄົງຄ້າງດັ່ກ່າວ.
ໃນໂອກາດດັ່ງກ່າວ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ກໍໄດ້ຕາງໜ້າໃຫ້ການນຳພັກ, ລັດ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງການນຳພັກ, ລັດ ແລະ ປະຊາຊົນຫວຽດນາມ ກໍຄື ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອລາວຕະຫຼອດມາ ແລະ ໃຫ້ຄໍາໝັ້ນສັນຍາວ່າ ຈະເຮັດສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນ ແລະ ຈະເລີນງອກງາມຂຶ້ນເລື້ອຍໆໄປ.
ຂ່າວ,ພາບ: ໂອລຳ
Loading...