ຕອນເຊົ້າວັນທີ 21 ກຸມພາ 2021, ຄະນະນຳສະຖານເອກອັກຄະລັດຖະທູດ ນຳໂດຍສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດ ນາມ ໄດ້ ເຂົ້າວາງພວງມະລາ ແລະ ເຊັນປື້ມ ເພື່ອອາໄລຮັກເຖິງດວງວິນຍານຂອງ ສະຫາຍ ເຈືອງ ວີ້ງ ຈ້ອງ, ອະດີດກຳມະ ການກົມການເມືອງສູນກາງພັກ, ອະດີດ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ.
ສະຫາຍ ເຈືອງ ວີ້ງ ຈ້ອງ ໄດ້ປະກອບ ສ່ວນອັນສຳຄັນ ເຂົ້າຮ່ວມຂະບວນການຕໍ່ສູ້ຕ້ານພວກຈັກກະພັດຜູ້ຮຸກຮານ ເພື່ອພາລະກິດທ້ອນໂຮມປະເທດຊາດເປັນເອກະພາບ, ສະຫາຍ ໄດ້ອຸດທິດຊີວິດ ເພື່ອພາລະກິດປົກປັກຮັກສາ ແລະ ສ້າງ ສາປະເທດຊາດຂອງປະຊາຊົນຫວຽດ ນາມອ້າຍນ້ອງ, ສະຫາຍເປັນເພື່ອນສະ ໜິດສະໜົມທີ່ໃກ້ຊິດຂອງພັກ, ລັດ ແລະ ປະຊາຊົນລາວ.
ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ສະ ແດງຄວາມໂສກເສົ້າເສຍດາຍ ແລະ ອາ ໄລອາວອນ ຢ່າງສຸດຊື້ງ ຕໍ່ການຈາກໄປຂອງ ສະຫາຍ ເຈືອງ ວີ້ງ ຈ້ອງ ຊຶ່ງການຈາກໄປຂອງສະຫາຍບໍ່ພຽງແຕ່ເປັນການສູນເສຍອະດີດຜູ້ນໍາພັກ-ລັດ, ຜູ້ມີຄວາມປີຊາສາມາດ ທີ່ປ່ຽມລົ້ນໄປດ້ວຍປະສົບ ການ ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ແຕ່ຍັງເປັນການສູນເສຍເພື່ອນມິດຜູ້ໃກ້ຊິດສະໜິດສະໜົມຂອງພັກ, ລັດ ແລະ ປະຊາຊົນລາວ.
ນະໂອກາດແຫ່ງຄວາມໂສກເສົ້າເສຍດາຍນີ້, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດ ນາມ ໄດ້ແບ່ງເບົາຄວາມທຸກໂສກ, ຄວາມອາໄລອາວອນຢ່າງສຸດຊື້ງຮ່ວມກັບລັດຖະບານ ແລະ ປະຊາຊົນຫວຽດນາມ ຕະຫຼອດຮອດ ຄອບຄົວ, ຍາດພີ່ນ້ອງ ແລະ ເພື່ອນມິດຂອງ ສະຫາຍ ເຈືອງ ວີ້ງ ຈ້ອງ ມານະໂອກາດນີ້ດ້ວຍ.
(ຂ່າວ,ພາບ: ໂອລຳ )
Loading...