ວັນທີ 26 ສິງຫາ 2021 ທີ່ ຫ້ອງວ່າການຄະນະພັກນະຄອນຫຼວງຮ່າໂນ້ຍ, ສະ ຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະໄດ້ເຂົ້າຢ້ຽມຂໍ່ານັບ ແລະ ຊົມເຊີຍ ສະຫາຍ ດິງ ຕຽນ ຢຸງ, ກຳມະການກົມການເມືອງການສູນກາງພັກ, ເລຂາພັກນະຄອນຫຼວງຮ່າໂນ້ຍ ເນື່ອງໃນໂອກາດທີ່ສະຫາຍໄດ້ຮັບຕຳແໜ່ງໃໝ່.
ໃນພິທີ ສະຫາຍ ດິງ ຕຽນ ຢຸງ, ເລຂາພັກນະຄອນຫຼວງຮ່າໂນ້ຍ ໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດຂອງ ສະຫາຍ ຫງວຽນ ຊວັນ ຟຸກ, ກໍາມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມ ນິຍົມ ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງໄປຢ້ຽມຢາມສັນຖະວະໄມຕີ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນວັນທີ 9-10 ສິງຫາ 2021 ທີ່ຜ່ານມາ. ການຢ້ຽມຢາມດັ່ງກ່າວເປັນການເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ. ສະຫາຍຕີລາຄາສູງຕໍ່ການມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຂອງ ສະຫາຍ ແສງເພັດ ຮຸ່ງບຸນຍວງ ແລະ ໄດ້ແຈ້ງໂດຍຫຍໍ້ກ່ຽວກັບສະພາບການເມືອງ, ເສດຖະກິດ, ສັງຄົມ ຂອງນະຄອນຫຼວງຮ່າໂນ້ຍ ໃຫ້ສະຫາຍທູດພ້ອມດ້ວຍຄະນະໄດ້ຮັບຊາບ ໂດຍສະເພາະແມ່ນຜົນສຳເລັດ ແລະ ໄຊຊະນະ ທີ່ຍາດມາໄດ້ໃນໄລຍະຜ່ານມາ ທາງດ້ານເສດຖະກິດບັນລຸໄດ້ 7,39 %, ລາຍຮັບສະເລ່ຍ GDP 5.420 ໂດລາສະຫະລັດ ເທົ່າກັບ 1,8 ເທົ່າ ເປັນອັນດັບທີ ສອງຂອງປະເທດ.
ສະຫາຍ ດິງ ຕຽນ ຢຸງ ກໍໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມຄະນະ ທີ່ໄດ້ມາອວຍພອນ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ສະຫາຍທູດຈະເປັນຂົວຕໍ່ໃນການເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບ ດ້ານລະຫວ່າງ ສອງພັກ, ສອງລັດ, ສອງ ນະຄອນຫຼວງຮ່າໂນ້ຍ – ວຽງຈັນ ກໍຄືບັນດາແຂວງຂອງລາວ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.
ພ້ອມດຽວກັນນັ້ນ, ສະຫາຍ ດິງ ຕຽນ ຢຸງ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ຜົນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຂອງ ສປປ ລາວ ລວມທັງ ສະແດງຄວາມຂອບໃຈມາຍັງ ຄະນະບໍລິຫານງານພັກ ແລະ ອຳນາດການປົກຄອງນະຄອນຫຼວງວຽງຈັນ ທີ່ໄດ້ບິແບ່ງການຊ່ວຍເຫຼືອໃຫ້ແກ່ນະຄອນ ຫຼວງຮ່າໂນ້ຍ ໃນການຕ້ານ ແລະ ສະກັດກັ້ນພະຍາດໂຄວິດ 19 ຮອບ 4 ນີ້ ເຖິງວ່າ ລາວຍັງພົບຄວາມຫຍຸ້ງຍາກນາໆປະການ ກໍຕາມ. ໃນໂອກາດນີ້, ຄະນະພັກນະ ຄອນຫຼວງຮ່າໂນ້ຍ ພ້ອມດ້ວຍອຳນາດການປົກຄອງນະຄອນຫຼວງຮ່າໂນ້ຍ ກໍໄດ້ມອບເງິນສົດຈຳນວນ 200.000 USD (ສອງແສນໂດລາສະຫະລັດ) ໃຫ້ນະຄອນຫຼວງວຽງຈັນ ແລະ 8 ແຂວງພາກເໜືອຂອງ ສປປ ລາວ ເພື່ອນຳໃຊ້ເຂົ້າໃນວຽກງານການຕ້ານ ແລະ ສະກັດກັ້ນການລະບາດພະຍາດໂຄວິດ-19, ໃນນັ້ນ ຈຳນວນ 40.000 USD (ສີ່ຫມື່ນໂດລາສະຫະລັດ) ແມ່ນມອບໃຫ້ນະຄອນຫຼວງວຽງຈັນ, ສ່ວນທີ່ເຫຼືອແມ່ນມອບໃຫ້ 8 ແຂວງພາກເໜືອຂອງລາວ ແຂວງລະ 20.000 USD (ສອງຫມືນໂດລາສະຫະລັດ).
ໂອກາດນີ້ ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ກ່າວອວຍພອນ ແລະ ສະແດງຄວມຊົມເຊີຍຢ່າງຈິງໃຈຕໍ່ສະຫາຍ ດິງ ຕຽນ ຢຸງ, ກຳມະການກົມການເມືອງການສູນກາງພັກ, ເລຂາພັກນະຄອນຫຼວງຮ່າໂນ້ຍ ເນື່ອງໃນໂອກາດທີ່ສະຫາຍໄດ້ຮັບການແຕ່ງຕັ້ງເປັນເລຂາພັກນະຄອນຫຼວງຮ່າໂນ້ຍຄົນໃໝ່ ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຂອງກົມການເມືອງສູນກາງພັກກອມມູນິດຫວຽດນາມ ຕໍ່ກັບຄວາມຮູ້, ຄວາມສາມາດ, ບົດບາດໃນການຊີ້ນໍາ-ນໍາພາ, ການປະກອບສ່ວນຢ່າງຫ້າວຫັນ ແລະ ມີປະສິດທິຜົນຂອງສະຫາຍ ໃນໄລຍະຜ່ານມາ.
ພ້ອມດຽວກັນນັ້ນ ສະຫາຍເອກອັກຄະລັດຖະທູດ ກໍໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດອັນຈົບງາມຂອງກອງປະຊຸມໃຫຍ່ຄັ້ງ 13 ຂອງພັກກອມມູນິດຫວຽດນາມ, ຊົມເຊີຍຜົນສຳເລັດການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 15 ແລະ ສະພາປະຊາຊົນແຕ່ລະຂັ້ນ ສະໄໝ 2021-2026 ໃນທ້າຍເດືອນ 5 ທີ່ຜ່ານມາ, ພິເສດຊົມເຊີຍຜົນສຳເລັດຢ່າງຈົບງາມໃນການຈັດກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ 15 ໃນທ່າມກາງມີການລະບາດຂອງເຊື້ອພະຍາດໂຄວິດ-19.
ນອກຈາກນັ້ນ, ສະຫາຍເອກອັກຄະລັດຖະທູດ ກໍຍັງຕີລາຄາສູງຕໍ່ການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງນະຄອນຫຼວງຮ່າໂນ້ຍ ແລະ ນະຄອນຫຼວງວຽງຈັນ ໃນໄລຍະຜ່ານມາ ແລະ ເຫັນວ່າ ການຮ່ວມມືສອງນະຄອນຫຼວງນັບມື້ນັບມີຄວາມແໜ້ນແຟ້ນຍິ່ງໆຂຶ້ນໃນທຸກຂະແໜງການ, ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງນະຄອນຫຼວງຮ່າໂນ້ຍ ທີ່ມີຕໍ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງທ້ອງຖິ່ນຂອງລາວຕະຫຼອດ. ພິເສດໃນສະພາບທີ່ມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19, ນະຄອນຫຼວງຮ່າໂນ້ຍ ກໍຍັງໄດ້ໃຫ້ການຊ່ວຍເຫຼືອດ້ານອຸປະກອບການແພດ ແລະ ວັດຖຸເງິນຈຳນວນໜຶ່ງໃຫ້ແກ່ນະຄອນຫຼວງວຽງຈັນ ແລະ 8 ແຂວງພາກເໜືອຂອງລາວ. ໂອກາດນີ້, ສະຫາຍເອກອັກຄະລັດຖະທູດ ຂໍຕາງໜ້າປະຊາຊົນຊາວນະຄອນຫຼວງວຽງຈັນ ແລະ ປະຊາຊົນ 8 ແຂວງພາກເໜືອຂອງລາວ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງອຳນາດການປົກຄອງ ແລະ ປະຊາຊົນຊາວນະຄອນຫຼວງຮ່າໂນ້ຍ ແລະ ເຊື່ອໝັ້ນວ່າ ການຊ່ວຍເຫຼືອຄັ້ງນີ້ຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດເຊື້ອພະຍາດໂຄວິດ-19 ໄດ້ເປັນຢ່າງດີ ຢູ່ບັນດາທ້ອງຖິ່ນເຫຼົ່ານັ້ນ.
ໃນໂອກາດນີ້, ສະຫາຍເອກອັກຄະລັດຖະທູດ ກໍໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມເຫັນໃຈຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ກໍາລັງປະສົບຄວາມຫຍຸ້ງຍາກຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19 ໃນຮອບ 4 ນີ້ ຊຶ່ງເປັນຮອບທີ່ຄວາມຫຍຸ້ງຍາກສັບສົນພໍສົມຄວນ ແຕ່ກໍເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ, ການຕັດສິນໃຈອັນເດັດດ່ຽວ, ມາດຕະການຮັບມືຢ່າງມີປະສິດທິພາບຂອງລັດຖະບານ ແລະ ຄວາມເປັນຈິດໜຶ່ງໃຈດຽວກັນຂອງປະຊາຊົນຫວຽດນາມ, ຫວຽດນາມຈະສາມາດຍາດໄດ້ໄຊ ຊະນະໃນການຄວບຄຸມການລະບາດຂອງເຊື້ອພະຍາດດັ່ງກ່າວໂດຍໄວ ເພື່ອໃຫ້ປະຊາຊົນກັບມາດຳລົງຊີວິດປົກກະຕິ.
ໃນໂອກາດວັນຊາດ ສສ ຫວຽດນາມ ທີ 2 ກັນຍາ (2/9/1945-2/9/2021) ຄົບຮອບ 76 ທີ່ໃກ້ຈະ ໝູນວຽນມາເຖິງນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ອວຍພອນໄຊອັນປະເສີດມາຍັງສະຫາຍ ດິງ ຕຽນ ຢຸງ, ກຳມະການກົມການເມືອງສູນກາງພັກ, ເລຂາພັກນະຄອນຫຼວງຮ່າໂນ້ຍ ພ້ອມດ້ວຍບັນດາສະຫາຍຫວຽດນາມ ແລະ ປະຊາຊົນຊາວນະຄອນຫຼວງຮ່າໂນ້ຍ ທຸກທົ່ວໜ້າ ຈົ່ງມີພາລະນະໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ການງານອັນສູງສົ່ງຂອງຕົນ.
ໃນຕອນທ້າຍ, ສະຫາຍແສງເພັດ ຮຸ່ງບຸນຍວງ ກໍໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະເຮັດສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນ ແລະ ຈະເລີນງອກງາມຂຶ້ນເລື້ອຍໆໄປ.
ຂ່າວ,ພາບ: ໂອລຳ
