ວັນທີ 12 ຕຸລາ 2021 ທີ່ ສຳນັກງານໃຫຍ່ວິທະຍຸກະຈາຍສຽງຫວຽດນາມ, ນະ ຄອນຫຼວງຮ່າໂນ້ຍ, ສະຫາຍແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະໄດ້ເຂົ້າຢ້ຽມຂໍ່ານັບ ແລະ ຊົມເຊີຍ ສະຫາຍ ໂດ ຕຽນ ສີ, ກຳມະການສູນກາງພັກ, ຜູ້ອຳນວຍ ການໃຫຍ່ວິທະຍຸກະຈາຍສຽງຫວຽດ ນາມ ເນື່ອງໃນໂອກາດທີ່ສະຫາຍໄດ້ຮັບຕຳແໜ່ງໃໝ່.
ໃນການຕ້ອນຮັບ, ສະຫາຍ ໂດ ຕຽນ ສີ ໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມຂອງສະຫາຍເອກອັກຄະລັດຖະທູດພ້ອມຄະນະ ຊຶ່ງເປັນການປະກອບສ່ວນເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ກໍຄື ລະຫວ່າງ ວິທະຍຸກະຈາຍສຽງຫວຽດນາມ ແລະ ສະຖານທູດລາວ ປະຈຳ ສສ ຫວຽດນາມ. ສະຫາຍຕີລາຄາສູງຕໍ່ການມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຂອງ ສະຫາຍ ແສງເພັດ ຮຸ່ງບຸນຍວງ. ຈາກນັ້ນ, ກໍໄດ້ແຈ້ງໂດຍຫຍໍ້ກ່ຽວກັບປະຫວັດຄວາມເປັນມາຂອງວິທະຍຸກະຈາຍສຽງຫວຽດ ນາມ ນັບແຕ່ສະໄໝຕໍ່ສູ້ກູ້ຊາດຕ້ານພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ຈົນມາເຖິງປັດຈຸບັນ, ວິທະຍຸຫວຽດ ນາມມີອາຍຸຄົບຮອບ 76 ປີພໍດີ ສະຫາຍໄດ້ຍົກໃຫ້ເຫັນບາດກ້າວການຂະຫຍາຍຕົວຂອງວິທະຍຸຫວຽດນາມນັບແຕ່ສະ ໄໝທີ່ນໍາໃຊ້ ລະບົບອັນນາລອກ (Analog) ຈົນມາຮອດລະບົບດີຈີຕອນ (Digital) ແລະ ມີຫຼາກຫຼາຍສື່ ເຊັ່ນ: ສື່ສິ່ງພິມ, ສື່ກະຈາຍສຽງ, ໂທລະພາບ ແລະ ສື່ອອນລາຍອື່ນໆ ໃຫ້ສະຫາຍເອກອັກຄະລັດຖະທູດພ້ອມດ້ວຍຄະນະໄດ້ຮັບຊາບ ໂດຍສະເພາະແມ່ນຜົນສຳເລັດໂຄງການຮ່ວມມື ລະຫວ່າງ ວິທະຍຸກະຈາຍສຽງຫວຽດນາມ ແລະ ວິທະຍຸກະຈາຍສຽງແຫ່ງຊາດລາວ.
ສະຫາຍ ໂດ ຕຽນ ສີ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມຄະນະ ທີ່ໄດ້ມາອວຍພອນ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ສະຫາຍເອກອັກຄະລັດຖະທູດ ຈະເປັນຂົວຕໍ່ໃນການເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບ ດ້ານລະຫວ່າງ ສອງພັກ, ສອງລັດ, ສອງວິທະຍຸກະຈາຍສຽງ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.
ໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ກ່າວອວຍພອນ ແລະ ສະແດງຄວມຊົມເຊີຍຢ່າງຈິງໃຈຕໍ່ ສະຫາຍ ໂດ ຕຽນ ສີ, ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ເນື່ອງໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງເປັນຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ຄົນໃໝ່ ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຂອງກົມການເມືອງສູນກາງພັກກອມມູນິດຫວຽດນາມ ຕໍ່ກັບຄວາມຮູ້, ຄວາມສາມາດ, ບົດບາດໃນການຊີ້ນໍາ-ນໍາພາ, ການປະກອບສ່ວນຢ່າງຫ້າວຫັນ ແລະ ມີປະສິດທິຜົນຂອງສະຫາຍ ໃນໄລຍະຜ່ານມາ.
ພ້ອມດຽວກັນນັ້ນ, ສະຫາຍເອກອັກຄະລັດຖະທູດ ກໍໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດອັນຈົບງາມຂອງກອງປະຊຸມໃຫຍ່ຄັ້ງ 13 ຂອງພັກກອມມູນິດຫວຽດນາມ, ຊົມເຊີຍຜົນສຳເລັດການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 15 ແລະ ສະພາປະຊາຊົນແຕ່ລະຂັ້ນ ສະໄໝ 2021-2026 ໃນທ້າຍເດືອນ 5 ທີ່ຜ່ານມາ, ພິເສດຊົມເຊີຍຜົນສຳເລັດຢ່າງຈົບງາມໃນການຈັດກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ 15 ໃນທ່າມກາງມີການລະບາດຂອງເຊື້ອພະຍາດໂຄວິດ-19.
ນອກຈາກນັ້ນ, ສະຫາຍເອກອັກຄະລັດຖະທູດ ກໍຍັງຕີລາຄາສູງຕໍ່ການເຕີບໃຫຍ່ຂະຫຍາຍຕົວຂອງວິທະຍຸກະຈາຍສຽງຫວຽດນາມ ຕະຫຼອດໄລຍະ 76 ປີທີ່ຜ່ານມາ ເປັນກະບອກສຽງອັນສໍາຄັນຂອງພັກກອມມູນິດຫວຽດນາມ ແລະ ນຳເອົາແນວທາງ ນະໂຍບາຍຂອງພັກ ໄປສືບຕໍ່ເຜີຍແຜ່ ໂຄສະນາ ແລະ ເຮັດບົດບາດໜ້າທີ່ຂອງຕົນໃນການຕ້ານພວກຈັກກະພັດລ່າເມືອງຂຶ້ນຈົນເຕົ້າໂຮມປະເທດຊາດໄດ້ສຳເລັດ, ສະຫາຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືຊ່ວຍ ເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງສອງວິທະຍຸກະຈາຍສຽງ ໃນໄລຍະຜ່ານມາ ແລະ ເຫັນວ່າ ການຮ່ວມມືສອງວິທະຍຸນັບມື້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ, ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງວິທະຍຸກະຈາຍສຽງຫວຽດນາມໃຫ້ແກ່ ວິທະຍຸກະຈາຍສຽງແຫ່ງຊາດລາວ ເປັນຕົ້ນ ການຈັດຝຶກອົບຮົມໃຫ້ພະນັກງານ, ການສ້າງຫ້ອງອັດສຽງ, ຫ້ອງສົ່ງ, ພ້ອມທັງສ້ອມແປງ ແລະ ຕິດຕັ້ງເຄື່ອງອຸປະກອນທີ່ທັນສະໄໝຄົບຊຸດໃຫ້ວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ວິທະຍຸກະຈາຍສຽງຂອງບັນດາແຂວງທ້ອງຖິ່ນຂອງລາວຕະຫຼອດມາ.
ໃນໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະເຮັດສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນ ແລະ ຈະເລີນງອກງາມຂຶ້ນເລື້ອຍໆໄປ.
ໃນຕອນທ້າຍ, ສະຫາຍ ຫວູ ຮາຍ ກວາງ ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມໄດ້ຍົກໃຫ້ເຫັນໂດຍຫຍໍ້ບັນດາໂຄງການທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ເປັນຕົ້ນ ໃນປີ 2007, ວິທະຍຸກະຈາຍສຽງຫວຽດນາມໄດ້ສະໜອງ, ຕິດຕັ້ງລະບົບເຄື່ອງສົ່ງ FM 5KW, ເສົາສັນຍານ, ຟີເດີ ແລະ ອຸປະກອນຄົບຊຸດພ້ອມທັງບໍາລຸງສ້າງພະນັກງານໃຫ້ແກ່ ວິທະຍຸກະຈາຍສຽງແຂວງຫຼວງນໍ້າທາ; ປີ 2007-2011, ລົງທຶນກໍ່ສ້າງສະຖານີວິທະຍຸກະຈາຍ ສຽງ – ໂທລະພາບ ແຂວງຫຼວງພະບາງ; ປີ 2015-2018: ລົງທຶນກໍ່ສ້າງສະຖານີວິທະຍຸ – ໂທລະພາບ ແຂວງສະຫວັນນະເຂດ; ປີ 2019-2020, ລົງທຶນກໍ່ສ້າງສະຖານີວິທະຍຸ-ໂທລະພາບແຂວງໄຊສົມບູນ, ປີ 2020-2021, ສ້ອມແປງ ແລະ ປ່ຽນຖ່າຍດ້ານອຸປະກອນເຕັກນິກໃຫ້ແກ່ ວິທະຍຸກະຈາຍສຽງແຫ່ງຊາດລາວ ລວມມີເຕັກນິກໃນການຜະລິດລາຍການ, ເຄື່ອງສົ່ງກະຈາຍສຽງ FM 20KW ແລະ ບັນດາອຸປະກອນຮັບໃຊ້ຢ່າງຄົບຊຸດ.
ຂ່າວ,ພາບ: ໂອລຳ
