ວັນທີ 31 ມີນາ 2022 ທີ່ສະຖານເອກອັກຄະລັດຖະທູດແຫ່ງສປປ ລາວ ປະຈຳ ສສ ຫວຽດນາມ, ສະ ຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະໄດ້ຕ້ອນຮັບຮອງຜູ້ອຳ ນວຍການໃຫຍ່ທະນາຄານຮຸ້ນສ່ວນລົງທຶນ ແລະ ພັດທະນາຫວຽດນາມ (BIDV) ມາອວຍ ພອນປີໃໝ່ລາວ ປີ ພສ. 2565.
ໂອກາດນີ້, ສະຫາຍ ແກວກ ຮູ່ງ ຫຽບ ຮອງຜູ້ອໍານວຍການໃຫຍ່ຂອງທະນາຄານຮຸ້ນສ່ວນລົງທຶນ ແລະ ພັດທະນາຫວຽດນາມ ກໍໄດ້ແຈ້ງໂດຍຫຍໍ້ ກ່ຽວກັບການດຳ ເນີນທຸລະກິດຂອງທະນາຄານຮຸ້ນສ່ວນລົງທຶນ ແລະ ພັດທະ ນາຫວຽດນາມ (BIDV) ໃນໄລຍະຜ່ານມາ. ສະຫາຍ ໄດ້ຕາງໜ້າຄະນະນຳທະນາຄານຮຸ້ນສ່ວນລົງທຶນ ແລະ ພັດທະນາຫວຽດ ນາມ (BIDV) ອວຍພອນ ທ່ານເອກອັກຄະລັດຖະທູດ ພ້ອມຄະນະນຳ ແລະ ພະນັກງານສະ ຖານທູດ ເນື່ອງໃນໂອກາດປີໃໝ່ລາວ ທີ່ຈະໝູນວຽນມາເຖີ່ງນີ້, ອວຍພອນໃຫ້ ສປປ ລາວ ນັບມື້ນັບຈະເລີນກ້າວໜ້າ ແລະ ນັບມື້ນັບພັດທະນາຢ່າງບໍ່ຢຸດຢັ້ງ, ອວຍ ພອນໃຫ້ສາຍພົວພັນມິດຕະພາບລາວ-ຫວຽດນາມຈົ່ງໝັ້ນຄົງຂະ ນົງແກ່ນຕະຫຼອດໄປ.
ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ສະຫາຍ ແກວກ ຮູ່ງ ຫຽບ ພ້ອມຄະນະນຳທະນາຄານ BIDV ທີ່ໄດ້ນຳພາຄະນະມາອວຍ ພອນ ປີໃໝ່ລາວ ປີ ພສ. 2565, ການມາອວຍພອນໃນຄັ້ງນີ້ແມ່ນການນຳເອົາໄມຕີຈິດມິດຕະພາບອັນອົບອຸ່ນລະຫວ່າງລາວ-ຫວຽດ ນາມ, ທະນາຄານຮຸ້ນສ່ວນລົງທຶນ ແລະ ພັດທະ ນາຫວຽດ ນາມ (BIDV) ຍາມໃດກໍໄດ້ຢູ່ຄຽງບ່າຄຽງໃຫຼ່ລັດຖະບານ ແລະ ປະຊາ ຊົນລາວຕະຫຼອດມາ, ພ້ອມນັ້ນຍັງໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວ, ຫວັງວ່າໃນອານາຄົດທະນາຄານ BIDV ກໍຄືທະນາຄານລາວ-ຫວຽດຈະນັບມື້ນັບພັດທະ ນາ ແລະ ມີຜູ້ຊົມໃຊ້ນັບມື້ຫຼາຍຂື້ນ, ພ້ອມດຽວກັນນັ້ນ ສະຫາຍເອກອັກຄະລັດຖະທູດ ຍັງໄດ້ອວຍພອນໃຫ້ທະນາຄານ BIDV ກໍຄືທະນາຄານລາວ-ຫວຽດ ໃຫ້ນັບມື້ໄດ້ຮັບການພັດທະນາຍິ່ງໆຂື້ນ. ອວຍພອນໃຫ້ສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນຂອງສອງປະເທດລາວ – ຫວຽດນາມ, ຫວຽດນາມ – ລາວ ຈົ່ງຂຽວສົດງົດງາມຕະຫຼອດກາລະນານ.
ຂ່າວ,ພາບ: ໂອລຳ ຈັນທະວິໄລ

