
ໃນວັນທີ ວັນທີ 20 ມິຖຸນາ 2022 ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຝູເຖາະ. ໃນໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ພົບປະ ແລະ ເຮັດວຽກກັບ ສະຫາຍ ບູຍ ວັນ ກວາງ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງຝູເຖາະ ຊຶ່ງໃນການພົບປະຄັ້ງນີ້, ການນໍາແຂວງ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ, ຕີລາຄາສູງທີ່ສະຫາຍເອກອັກຄະລັດຖະທູດ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຂອງຕົນ ເປັນການປະກອບສ່ວນເຂົ້າສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ ປີ 2022 ຄື: ວັນສ້າງຕັ້ງສາຍພົວພັນການ ທູດລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ຄົບຮອບ 45 ປີ. ພ້ອມດຽວກັນນັ້ນ ສະ ຫາຍ ບູຍ ວັນ ກວາງ ໄດ້ລາຍງານໃຫ້ຊາບໂດຍຫຍໍ້ກ່ຽວກັບການພັດທະນາເສດຖະກິດ-ສັງຄົມຂອງແຂວງໃນ 25 ປີທີ່ຜ່ານມາ, ແຂວງໄດ້ມີກົນໄກ, ນະໂຍ ບາຍຕ່າງໆທີ່ຖືກຕ້ອງໃນການດຶງດູດນັກລົງທຶນ ຈົນເຮັດໃຫ້ການພັດທະນາເສດ ຖະກິດ-ສັງຄົມນັບມື້ນັບມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍຖືເອົາຂະແໜງກະສິກໍາ, ອຸດສາຫະກຳ, ການທ່ອງທ່ຽວ ແລະ ການບໍລິການເປັນຕົວຂັບເຄື່ອນ ແລະ ສາມາດເກັບລາຍຮັບໃຫ້ສູນກາງໄດ້ຕາມແຜນການ. ສ່ວນການພົວພັນຮ່ວມມືກັບສາກົນ ໂດຍສະເພາະແມ່ນການຮ່ວມມືສອງຝ່າຍກັບ ສປປ ລາວ ເພື່ອເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະ ພາບທີ່ດີງາມມາແຕ່ດົນນານຂອງສອງຊາດລາວ-ຫວຽດນາມ, ແຂວງຝູເຖາະ ໄດ້ຜັນຂະຫຍາຍແນວທາງ, ນະ ໂຍບາຍຂອງສອງພັກ, ລັດສອງ ຢ່າງຕັ້ງໜ້າ ໂດຍໄດ້ເອົາໃຈໃສ່ໃນການຮັດແໜ້ນສາຍການພົວພັນຮ່ວມມືກັບບັນດາແຂວງພາກເໜືອຂອງ ສປປ ລາວ; ສອງຝ່າຍໄດ້ມີການພົບປະ, ແລກປ່ຽນຄະນະຜູ້ແທນ, ຊ່ວຍເຫຼືອ, ສະໜັບສະໜູນຊຶ່ງກັນ ແລະ ກັນຢ່າງເປັນປົກກະຕິ.


ສະຫາຍເອກອັກຄະລັດຖະທູດ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງຄະນະນຳຂອງແຂວງທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນຄັ້ງນີ້ ພ້ອມທັງຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງແຂວງຝູເຖາະ ກັບບັນດາແຂວງພາກເໜືອຂອງລາວ ໃນໄລຍະຜ່ານມາ ແລະ ໄດ້ຢືນຢັນວ່າ: ຈະເຮັດສຸດຄວາມສາມາດຂອງຕົນ ເພື່ອເປັນຂົວຕໍ່ໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດເວົ້າລວມ ເວົ້າສະເພາະແມ່ນແຂວງຝູເຖາະ ກັບບັນດາແຂວງພາກເໜືອຂອງລາວໃຫ້ນັບມື້ແຕກດອກອອກຜົນ ແລະ ຈະເລີນງອກງານຍິ່ງໆຂຶ້ນ.

ຈາກນັ້ນໃນຕອນບ່າຍຂອງວັນດຽວກັນ, ສະຫາຍເອກອັກຄະລັດຖະທູດ ພ້ອມດ້ວຍຄະນະ ກໍໄດ້ໄປຢ້ຽມ ຢາມ ແລະ ພົບປະ ກັບ ສະຫາຍ ພົນຈັດຕະວາ ຟ້າມ ຫົງ ເຈືອງ, ຜູ້ບັນຊາການທະຫານເຂດ 02 ໂອກາດດັ່ງກ່າວ ສະຫາຍເອກອັກຄະລັດຖະທູດກໍໄດ້ສືບຕໍ່ຢືນຢັນວ່າ: ຈະເຮັດສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດເວົ້າລວມ ເວົ້າສະເພາະແມ່ນແຂວງຝູເຖາະ ແລະ ກອງບັນຊາການທະຫານເຂດ 02 ຂອງຫວຽດ ນາມກັບບັນດາແຂວງພາກເໜືອຂອງລາວ ແລະ ກອງທັບປະຊາຊົນລາວ, ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອ, ຄຽງບ່າຄຽງໄຫຼ່ກັບປະຊາຊົນລາວຕະຫຼອດມາ ບໍ່ວ່າຈະໃນສະໄໝຕໍ່ສູ້ປົດປ່ອຍຊາດ ກໍຄືການປະຕິບັດສອງໜ້າທີ່ຍຸດທະສາດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ ຊຶ່ງເປັນການສະແດງໃຫ້ເຫັນເຖິງຄວາມສະໜິດສະໜົມ, ໝົດຈິດໝົດໃຈຂອງພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດນາມ ທີ່ມີຕໍ່ ສປປ ລາວ.


ຕອນເຊົ້າຂອງວັນດຽວກັນ, ຄະນະໄດ້ໄປຢ້ຽມຢາມພົບປະ ແລະ ເຮັດວຽກຮ່ວມກັບຄະນະອຳນວຍການ, ຄູອາຈານ ແລະ ນັກສຶກສາລາວທີ່ມະຫາວິທະຍາໄລຮຸ່ງເວືອງ, ປັດຈຸບັນມີນັກສຶກສາລາວທັງໝົດ 193 ຄົນ ທີ່ກຳລັງຮຽນຢູ່ມະຫາວິທະ ຍາໄລດັ່ງກ່າວ ທີ່ມາຈາກບັນດາແຂວງພາກເໜືອຂອງລາວຄື: ແຂວງຫຼວງນ້ຳທາ, ອຸດົມໄຊ, ຜົ້ງສາລີ, ບໍ່ແກ້ວ ແລະ ແຂວງຫຼວງພະບາງ. ໃນການພົບປະ ໂອ້ລົມ ສະຫາຍເອກອັກຄະລັດຖະທູດ ກໍໄດ້ເນັ້ນໜັກໃຫ້ນັກສຶກສາ ເອົາໃຈໃສ່ໃນການເພີ່ມທະວີການຝຶກຝົນຫຼໍ່ຫຼອມຕົວເອງໃຫ້ຫຼາຍຂຶ້ນກວ່າເກົ່າໃນການຍາດແຍ່ງເອົາຄວາມຮູ້ກັບໄປພັດທະນາປະເທດຊາດ, ພ້ອມທັງຮຽກຮ້ອງໃຫ້ນັກຮຽນ, ນັກສຶກສາຫຼຸດຜ່ອນການຫຼິ້ນກິນຟຸ່ມເຟືອຍ, ເນັ້ນຄຸນນະພາບຂອງການສຶກສາ, ເພີ່ມທະວີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຄຽງຄູ່ກັບການເຄົາລົບ ແລະ ປະຕິບັດຕາມກົດໝາຍຂອງປະເທດເຈົ້າພາບ ກໍຄືກົດລະບຽບຂໍ້ກຳນົດຕ່າງໆຂອງສະຖາບັນການສຶກສາວາງອອກ ຢ່າງເຂັ້ມງວດ.
ຂ່າວ,ພາບ: ສະຖານທູດລາວທີ່ຮ່າໂນ້ຍ