ໃນລະຫວ່າງວັນທີ 28-29 ສິງຫາ 2022 ທີ່ຜ່ານມາ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ນຳພາຄະນະເຂົ້າຮ່ວມພິທີສະຫຼອງປີສາມັກຄີມິດຕະພາບ 2022 ທີ່ແຂວງເຊີນລາ, ໃນໂອກາດດັ່ງກ່າວທ່ານທູດ ພ້ອມດ້ວຍຄະນະ ການນຳ 03 ແຂວງ ເຊັ່ນ: ແຂວງໄຊສົມບູນ, ໄຊຍະບູລີ ແລະ ແຂວງຊຽງຂວາງ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາ, ໃນໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ພ້ອມຄະນະໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫງວຽນ ຮິວ ດົງ, ກຳມະການສູນກາງພັກ ເລຂາພັກແຂວງເຊີນລາ ຊຶ່ງໃນການພົບປະຄັ້ງນີ້, ການນໍາແຂວງເຊີນລາ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ, ຕີລາຄາສູງທີ່ສະຫາຍເອກອັກຄະລັດຖະ ທູດ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມ ຢາມ ແລະ ເຮັດວຽກຢູ່ແຂວງເຊີນລາ ມີຂຶ້ນທ່າມກາງບັນຍາກາດທີ່ສອງປະເທດພວມຈັດຕັ້ງກິດຈະກໍາຕ່າງໆເພື່ອພ້ອມ ກັນສະເຫຼີມສະຫຼອງ “ປີສາມັກຄີມິດ ຕະພາບ ລາວ-ຫວຽດນາມ 2022” ເພື່ອຫວນຄືນສອງວັນປະຫວັດສາດທີ່ສຳຄັນ ຄື: ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ (05/09/1962-05/09/2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ (18/07/1977-18/07/2022). ພິເສດແມ່ນເຂົ້າຮ່ວມພິທີມອບຮັບໃບຢັ້ງຢືນຈັດລະດັບອານຸສອນສະຖານແຫ່ງຊາດພິເສດເຂດອານຸສອນສະຖານປະຫວັດສາດປະຕິວັດລາວ-ຫວຽດນາມ ທີ່ບ້ານລາວໂຄ, ຕາແສງພຽງຄວາຍ, ເມືອງອຽນເຈົາ, ແຂວງເຊີນລາ.
ໂອກາດນີ້ສະຫາຍຫງວຽນ ຮິວ ດົງ, ກຳມະການສູນກາງພັກ ເລຂາພັກແຂວງເຊີນລາ ໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບການພັດທະນາເສດຖະກິດສັງຄົມຂອງແຂວງໃນໄລຍະຜ່ານມາ ພ້ອມທັງໄດ້ແຈ້ງໃຫ້ຊາບການພົວພັນຮ່ວມມືກັບ ສປປ ລາວ, ໂດຍສະເພາະແຂວງເຊີນລາໄດ້ເຊັນບົດບັນທຶກການແຮກສ່ຽວກັບ 09 ແຂວງ ເຊັ່ນ: ແຂວງຫົວພັນ, ຜົ້ງສາລີ, ຫຼວງນຳ້ທາ, ອຸດົມໄຊ, ບໍ່ແກ້ວ, ໄຊຍະບູລີ, ຫຼວງພະບາງ, ຊຽງຂວາງ ແລະ ແຂວງໄຊສົມບູນ. ພ້ອມທັງແຈ້ງໃຫ້ຊາບກ່ຽວກັບໂຄງການຊ່ວຍເຫຼຶອຂອງແຂວງເຊີນລາໃຫ້ກັບບັນດາແຂວງພາກເໜືອຂອງລາວໃນໄລຍະຜ່ານມາ.
ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ສະແດງຄວາມຂອບໃຈໃນການຕ້ອນຮັບອັນອົບອຸ່ນ ແລະ ເປັນກັນເອງໃນຖານສະຫາຍອ້າຍນ້ອງ ພ້ອມທັງສະແດງຄວາມຊົມເຊີຍໝາກຜົນການພັດທະນາເສດຖະກິດ-ສັງຄົມໃນໄລຍະຜ່ານມາຂອງແຂວງ ຊຶ່ງບັນດາຜົນສຳເລັດດັ່ງກ່າວກໍໄດ້ສະແດງໃຫ້ເຫັນເຖິງການວາງແນວທາງທີ່ຖືກຕ້ອງ, ຄວາມສາມາດໃນການຊີ້ນຳ-ນຳພາຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ການເປັນຈິດໜຶ່ງໃຈດຽວຂອງປະຊາຊົນແຂວງເຊີນລາ. ພ້ອມທັງຕີລາຄາສູງການພົວພັນຮ່ວມມືລະຫວ່າງສອງປະເທດໃນດ້ານການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບສືບຕໍ່ເປັນເສົາຫຼັກໃຫ້ແກ່ການພົວພັນລວມຂອງສອງປະເທດ.
ການຮ່ວມມືລະຫວ່າງ ແຂວງເຊີນລາ ກັບ ບັນດາແຂວງພາກເໜືອຂອງລາວ ກໍສະເໜີໃຫ້ສອງຝ່າຍສືບຕໍ່ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອແນ່ໃສ່ໃນການເສີມສ້າງຄວາມເຂັ້ມແຂງການພັດທະນາເສດຖະກິດ-ສັງຄົມຂອງແຂວງພາກເໜືອຂອງລາວໂດຍສະເພາະແມ່ນການຊຸກຍູ້ໃຫ້ນັກລົງທຶນເຂົ້າໄປລົງທຶນຢູ່ແຂວງພາກເໜືອຂອງລາວ.
ນອກຈາກນັ້ນຄະນະຍັງໄດ້ໄປວາງພວງມະລາດອກໄມ້ທູບທຽນທີ່ສະໜາມຫຼວງອານຸສອນສະຖານປະທານໂຮ່ຈີມິນ. ເຂົ້າຮ່ວມພິທີມອບຮັບໃບຢັ້ງຢືນຈັດລະດັບອານຸສອນສະຖານແຫ່ງຊາດພິເສດເຂດອານຸສອນສະຖານປະຫວັດສາດປະຕິວັດລາວ-ຫວຽດນາມ ທີ່ບ້ານລາວໂຄ, ຕາແສງພຽງຄວາຍ, ເມືອງອຽນເຈົາ, ແຂວງເຊີນລາ. ພາຍຫຼັງຮ່ວມພິທີສະຫາຍເອກອັກຄະລັດຖະທູດພ້ອມດ້ວຍການນຳແຂວງພາກເໜືອຂອງລາວໄດ້ຮ່ວມປູກຕົ້ນໄມ້ທີ່ເຂດອານຸສອນສະຖານປະຫວັດສາດການປະຕິວັດລາວ-ຫວຽດນາມທີ່ບ້ານລາວໂຄ, ຕາແສງພຽງຄວາຍ, ເມືອງອຽນເຈົາ, ແຂວງເຊີນລາ.
ຂ່າວ,ພາບ: ສະຖານທູດລາວທີ່ຮ່າໂນ້ຍ
May be an image of 6 people, people sitting, people standing and indoor
May be an image of 3 people, people standing, tree and outdoors
Loading...