ໃນຕອນເຊົ້າຂອງວັນທີ 07 ກຸມພາ 2023 , ທ່ານ ນາງ ວິລາວັນ ເຍ່ຍປໍເຮີ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳ ນາດເຕັມ ແຫ່ງ ສປປ ລາວ ປະຈຳ ສະ ຫະພັນຣັດເຊຍ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ Iiham Aliyev, ປະທານາທິ ບໍດີແຫ່ງ ສາທາລະນະລັດອາແຊັກໄບຊານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສາທາລະນະລັດ ອາແຊັກໄບຊານ ທີ່ມີສໍານັກງານຕັ້ງຢູ່ ນະ ຄອນຫລວງມົດສະກູ, ສ. ຣັດເຊຍ.
ໃນພິທີຍື່ນສານຕາຕັ້ງຄັ້ງນີ້, ພະນະທ່ານ Iiham Aliyev, ປະທານາທິບໍດີແຫ່ງ ສາ ທາລະນະລັດອາແຊັກໄບຊານ ກໍ່ໄດ້ກ່າວສະແດງຄວາມຍິນດີ ແລະ ຊົມເຊີຍ ທ່ານ ເອກອັກຄະລັດຖະທູດ ທີ່ໄດ້ຮັບຕຳແໜ່ງໃໝ່ໃນຄັ້ງນີ້ ແລະ ອວຍພອນໃຫ້ ທ່ານທູດ ຈົ່ງປະສົບຜົນສຳເລັດໃນຫນ້າທີ່ວຽກງານອັນມີກຽດ. ພ້ອມກັນນັ້ນ, ປະ ທານາທິບໍດີ ສ. ອາແຊັກໄບຊານ ຍັງໄດ້ຕີລາຄາສູງຕໍ່ການພົວພັນສອງຝ່າຍ ລາວ -ອາແຊັກໄບຊານ, ພິເສດແມ່ນທາງດ້ານການເມືອງ ແລະ ສາຍພັກ, ແຕ່ການພົວພັນທາງດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ຍັງບໍ່ທັນໄດ້ຮັບການຂະຫຍາຍຕົວເທົ່າທີ່ຄວນ ແລະ ກໍຫວັງຢ່າງຍິ່ງວ່າໃນໂອກາດທີ່ ທ່ານ ທູດ ໄດ້ມາເປັນທູດ ປະຈຳ ປະເທດພວກເຮົາແລ້ວຈະເຮັດໃຫ້ການພົວພັນໃນດ້ານນີ້ດີຂຶ້ນຕື່ມ. ຕໍ່ກັບການພົວພັນຫຼາຍຝ່າຍ ທັງສອງປະເທດ ກໍໄດ້ໃຫ້ການສະໜັບ ສະໜູນເຊິ່ງກັນ ແລະ ກັນ, ພິເສດ ແມ່ນການສະໜັບສະໜູນ ອາແຊັກໄບຊານ ໃຫ້ເປັນປະທານປະເທດກຸ່ມບໍ່ຮ່ວມກຸ່ມຕະ ຫຼອດມາ, ຊຶ່ງປີນີ້ ອາແຊັກໄບຊານ ຈະສຳເລັດການເປັນປະທານດັ່ງກ່າວ ແລະ ຫວັງວ່າ ສປປ ລາວ ຍັງຈະສືບຕໍ່ໃຫ້ການສະໜັບສະໜູນຕໍ່ໄປ. ສ່ວນໃນອົງການ ສປຊ, ສອງຝ່າຍ ຕ່າງກໍ່ໄດ້ໃຫ້ການສະ ໜັບສະໜູນເຊິ່ງກັນ ແລະ ກັນ ຕະຫຼອດມາ.
ໃນໂອກາດດັ່ງກ່າວ, ທ່ານ ທູດ ກໍໄດ້ສະ ແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຂອບໃຈ ຕໍ່ກະຊວງການຕ່າງປະເທດ ແລະ ລັດຖະບານ ອາແຊັກໄບຊານ ທີ່ຕົກລົງເຫັນດີໃຫ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ອາແຊັກໄບຊານ, ພ້ອມທັງ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະ ເສີດຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເຖິງ ພະນະທ່ານ ປະທານາທິບໍດີ ອາແຊັກໄບຊານ, ຊຶ່ງປະທານາທິບໍດີອາແຊັກໄບຊານ ກໍ່ໄດ້ສະແດງຄວາມຂອບໃຈ ແລະ ຝາກຄຳອວຍພອນ ເຖິງຄູ່ຮ່ວມຕໍ່າແໜ່ງ ແຫ່ງ ສປປ ລາວ ເຊັ່ນດຽວກັນ. ພ້ອມນັ້ນ, ທ່ານ ທູດ ຍັງໄດ້ກ່າວວ່າ ລັດຖະບານແຫ່ງ ສປປ ລາວ ເວລາໃດກໍ່ຕີລາຄາສູງຕໍ່ກັນພົວພັນສອງຝ່າຍ ລາວ-ອາແຊັກໄບຊານ ແລະ ເຫັນດີ ຈະສືບຕໍ່ເສີມຂະຫຍາຍການພົວພັນດ້ານເສດຖະກິດ, ການຄ້າ ແລະ ການທ່ອງທ່ຽວ ລະຫວ່າງສອງປະເທດໃຫ້ແຕກດອກອອກຜົນຍິ່ງຂື້ນໃນອະນາຄົດ. ໃນຕອນທ້າຍ, ທ່ານ ທູດ ຍັງໄດ້ແຈ້ງ ສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ ໄດ້ຫລຸດຜ່ອນລົງ, ສປປ ລາວ ກໍ່ໄດ້ເປີດປະ ເທດຢ່າງເຕັມຮູບແບບໃນວັນທີ 9 ພຶດ ສະພາ 2022. ໃນພີທີຍື່ນສານຕາຕັ້ງຄັ້ງນີ້ ໄດ້ຮັບຜົນສຳເລັດຕາມຂາດໝາຍ ແລະ ສົມກຽດ. ສປປ ລາວ ແລະ ອາແຊັກໄບຊານ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ມາຕັ້ງແຕ່ວັນທີ 22 ພຶດສະພາ 1995.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ
