ໃນວັນທີ 28 ກັນຍາ 2021 ທີ່ ກອງເລຂາອາຊຽນ, ນະຄອນຫຼວງຈາກາກຕາ, ປະເທດອິນໂດເນເຊຍ, ທ່ານ ບໍວອນທັດ ດວງຈັກ ໄດ້ຍື່ນສານແຕ່ງຕັ້ງຕໍ່ ທ່ານ ດາໂຕະ ລິມ ຈ໋ອກ ຮອຍ, ເລຂາທິການໃຫຍ່ອາຊຽນ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ອາຊຽນ. ໃນໂອກາດນີ້, ທ່ານ ດາໂຕະ ລິມ ຈ໋ອກ ຮອຍ ໄດ້ສະແດງຄວາມຍິນດີຮັບຕ້ອນ ແລະ ສະແດງຄວາມຊົມເຊີຍ ທ່ານ ບໍວອນທັດ ດວງຈັກ ທີ່ໄດ້ຖືກ ແຕ່ງຕັ້ງເປັນເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ອາຊຽນ ແລະ ເຊື່ອໝັ້ນວ່າ ຈະສືບຕໍ່ປະຕິບັດໜ້າທີ່ຂອງຄະນະກໍາມະການຜູ້ຕາງໜ້າຖາວອນ ປະຈໍາອາຊຽນ ໄດ້ຮັບຜົນສໍາເລັດ ແລະ ເສີມຂະຫຍາຍ ບົດບາດຂອງອາຊຽນ ໃນເວທີສາກົນ. ສຸດທ້າຍ ທ່ານ ດາໂຕະ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດມາຍັງພະນະທ່ານປະທານປະເທດ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ທ່ານເອກອັກຄະລັດຖະທູດ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນຈາກ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ແລະ ຈາກ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ມາຍັງ ທ່ານເລຂາທິການໃຫຍ່ອາຊຽນ. ພ້ອມດຽວກັນນັ້ນ, ກໍຍັງໄດ້ຕີລາຄາສູງຕໍ່ບົດບາດຂອງອາຊຽນ ໃນຖານະເປັນອົງການ ລະຫວ່າງ ລັດຖະບານ ທີ່ມີຄວາມເຂັ້ມແຂງ ແລະ ມີເປົ້າໝາຍໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອຄວາມສົມບູນພູນສຸກ, ການເຊື່ອມໂຍງເສດຖະກິດຂອງພາກພື້ນ ແລະ ສາກົນ, ການຮັດແຄບຄວາມແຕກໂຕນດ້ານການພັດທະນາ ເຊິ່ງໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ປັບປຸງສະພາບຊີວິດການເປັນຢູ່ຂອງປະຊາຊົນ ຂອງບັນດາປະເທດສະມາຊິກອາຊຽນ.
ສຸດທ້າຍ, ທ່ານເອກອັກຄະລັດຖະທູດ ຍັງໄດ້ແຈ້ງຄວາມໝາຍໝັ້ນຂອງ ສປປ ລາວ ຕໍ່ການສົ່ງເສີມການຮ່ວມມືພາຍໃນອາຊຽນ, ແລະ ລະຫວ່າງ ອາຊຽນ ກັບຄູ່ຮ່ວມມືພາຍນອກ ໂດຍສະເພາະການປະຕິບັດໜ້າທີ່ຂອງ ສປປ ລາວ ໃນການເປັນປະເທດປະສານງານການພົວພັນຮ່ວມມືອາຊຽນ-ອົດສະຕຣາລີ ສໍາລັບປີ 2021-2024 ແລະ ປະເທດປະສານງານຂອງການພົວພັນຮ່ວມມືອາຊຽນ-ກຸ່ມພັນທະມິດປາຊີຟິກ ສໍໍາລັບປີ 2021. ທ່ານເອກອັກຄະລັດຖະທູດ ຍັງສະແເດງຄວາມກຽມພ້ອມຂອງຕົນ ໃນການຮັບໜ້າທີ່ເປັນປະທານຄະນະກຳມະການຜູ້ຕາງໜ້າຖາວອນ ປະຈຳ ອາຊຽນ ທີ່ ຈາກາກຕາ ໃນໂອກາດທີ່ ສປປ ລາວ ຈະຮັບໜ້າທີ່ເປັນປະທານອາຊຽນ ໃນປີ 2024 ແລະ ສະແດງຄວາມຫວັງວ່າ ກອງເລຂາອາຊຽນ ຈະສືບຕໍ່ສະໜັບສະໜູນ ສປປ ລາວ ໃນການປະຕິບັດໜ້າທີ່ດັ່ງກ່າວ.