ວັນທີ 21 ສິງຫາ ນີ້, ທ່ານ ການບັດຣັກ ລໍດອຍດໍາບາ ເອກ ອັກຄະລັດຖະທູດວິສາມັນຜູ້ມີອໍາ ນາດເຕັມ ແຫ່ງ ມົງໂກລີ ປະຈໍາ ລາວ ພ້ອມດ້ວຍຄະນະໄດ້ ລົງຢ້ຽມຢາມຟາມລ້ຽງແກະຢູ່ພູ ເກັງ ເມືອງແປກ ແຂວງຊຽງຂວາງ, ຕາງໜ້າ ກະຊວງປ້ອງກັນປະເທດ ຕ້ອນ ຮັບໂດຍ ທ່ານ ພົນຕີ ຄໍາເພັດ ສີຊາ ນົນ ຫົວໜ້າກົມໃຫຍ່ພະລາທິການ ກອງທັບ, ເຂົ້າຮ່ວມມີ ທ່ານ ບຸນ ຂວາງ ຄໍາບຸນເຮືອງ ຮອງລັດຖະ ມົນ ຕີກະຊວງກະສິກໍາ ແລະ ປ່າ ໄມ້, ການນໍາແຂວງ ແລະ ພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ທ່ານ ພົນຕີ ຄໍາເພັດ ສີ ຊານົນ ໄດ້ກ່າວສະເເດງຄວາມ ຕ້ອນຮັບທ່ານທູດ ພ້ອມຄະນະທີ່ລົງມາຢ້ຽມຢາມຟາມລ້ຽງແກະ ຂອງກອງທັບໃນຄັ້ງນີ້ ພ້ອມທັງ ຍົກໃຫ້ເຫັນສາຍພົວພັນຮ່ວມມືອັນດີງາມລະຫວ່າງລາວ-ມົງ ໂກລີ ທີ່ໄດ້ສ້າງສາຍພົວພັນການ ທູດຮ່ວມກັນໃນວັນທີ 12 ກັນ ຍາ 1962 ມາເຖິງປັດຈຸບັນ ຄົບ ຮອບ 59 ປີ. ໃນໄລຍະຜ່ານມາ ລາວ-ມົງໂກລີ ໄດ້ມີການພົວພັນ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນ ຫຼາຍດ້ານ ໂດຍສະເພາະຂົງເຂດ ວຽກງານ ປກຊ-ປກສ, ຂົງເຂດ ການສຶກສາ, ກະສິກໍາ ແລະ ອື່ນໆ ເຮັດໃຫ້ສາຍພົວພັນຮ່ວມມືນັບມື້ ພັດທະນາດີຂຶ້ນ. ຈາກນັ້ນ, ທ່ານ ພັນເອກ ບຸນ ນໍາ ບຸນນະດີ ຮອງຫົວໜ້າກົມ ຜະລິດກະສິກໍາກົມໃຫຍ່ພະລາທິ ການກອງທັບ ໄດ້ລາຍງານສະ ພາບການລ້ຽງແກະຢູ່ພູເກັງ ເມືອງແປກ ແຂວງຊຽງຂວາງ, ເຊິ່ງແນວພັນແກະຈໍານວນ 1.050 ໂຕ ເປັນແນວພັນທີ່ລັດຖະ ບານມົງໂກລີໄດ້ມອບເປັນຂອງ ຂວັນໃຫ້ແກ່ລັດຖະບານ ສປປ ລາວ ໃນຄັ້ງວັນທີ 23 ພະຈິກ 2018 ຜ່ານມາ, ໂດຍປະຕິບັດ ຕາມທິດຊີ້ນໍາຂອງກະຊວງປ້ອງ ກັນປະເທດ ກໍຄືກົມໃຫຍ່ພະລາທິ ການກອງທັບ ແລະ ມອບໃຫ້ກົມ ຜະລິດກະສິກໍາ ກົມໃຫຍ່ພະລາ ທິການກອງທັບເປັນຜູ້ຄຸ້ມຄອງ ປົກປັກຮັກສາ ແລະ ລ້ຽງສັດ ດັ່ງ ກ່າວ, ຕະຫຼອດໄລຍະຊຸມປີຜ່ານ ມາ, ພະນັກງານ ແລະ ວິຊາການ ຂອງພວກເຮົາແມ່ນໄດ້ເອົາໃຈໃສ່ ສຸມທຸກກໍາລັງເຫື່ອແຮງ ແລະ ສະ ຕິປັນຍາເຂົ້າໃນການສຶກສາຄົ້ນ ຄວ້າຮໍ່າຮຽນຢ່າງເລິກເຊິ່ງ, ນໍາ ເອົາບົດຮຽນທີ່ດີຕາມຄໍາແນະນໍາ ຂອງຄະນະຊ່ຽວຊານມົງໂກລີ ຖ່າຍທອດໃຫ້ນັ້ນມາ ໝູນໃຊ້ແທດ ເໝາະຕາມຄວາມເປັນຈິງກັບສະ ພາບການພື້ນທີ່ພູມີປະ ເທດເຮົາ, ການລ້ຽງແກະແມ່ນໄດ້ປະຕິບັດ ຖືກຕ້ອງຕາມຫຼັກການ ໂດຍສະ ເພາະແມ່ນການຈັດການຟາມ, ການສະໜອງພືດອາຫານສັດ, ການສັກວັກຊີນປ້ອງກັນ ເຊື້ອພະ ຍາດຕິດແປດປະຈໍາລະດູ ແລະ ອື່ນໆ. ຜ່ານການຈັດຕັ້ງປະຕິບັດ ແມ່ນປະສົບຜົນສໍາເລັດດີສົມຄວນ ສະແດງອອກ ການເກີດແມ່ນໄດ້ ເພີ່ມຂຶ້ນຈາກແກະຈໍານວນເດີມ ແມ່ນ 1.050 ໂຕ ຂຶ້ນເປັນ 1.245 ໂຕ ໃນປັດຈຸບັນ.
ໂດຍ: ຄໍາປະສົງ ລາດຊະວົງ
Loading...