ໃນວັນທີ 18 ມິຖຸນາ 2020, ທີ່ ຫ້ອງວ່າການຄະນະພັກນະຄອນຫຼວງຮ່າໂນ້ຍ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ເວືອງດິ່ງເຫວ່, ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກ ນະຄອນຫຼວງຮ່າໂນ້ຍ ເນື່ອງໃນໂອກາດດຳລົງຕໍ່າແໜ່ງເປັນເອກະອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສສ ຫວຽດນາມ.
ກ່າວຕ້ອນຮັບ, ສະຫາຍ ເວືອງດິ່ງເຫວ່ ໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ການມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດຂອງ ທ່ານ ແສງເພັດ ຮຸ່ງບຸນຍວງ ແລະ ໄດ້ລາຍງານຫຍໍ້ກ່ຽວກັບສະພາບການເມືອງ, ເສດຖະກິດ, ສັງຄົມ ຂອງນະຄອນຫຼວງຮ່າໂນ້ຍ ໂດຍຍົກໃຫ້ເຫັນບັນດາຜົນສຳເລັດແລະໄຊຊະນະທີ່ຍາດມາໄດ້ທີ່ຜ່ານມາອັນພົ້ນເດັ່ນແມ່ນໃນແຕ່ລະປີນະຄອນຫຼວງຮ່າໂນ້ຍໄດ້ປະກອບ ສ່ວນ 18% ເຂົ້າງົບປະມານແຫ່ງລັດ ປະມານ16% ຂອງ GDP, ໃນນັ້ນລາຍຮັບຂອງຮ່າໂນ້ຍປະມານ 45 ຕື້ໂດລາສະຫະລັດ, ລາຍໄດ້ສະເລ່ຍຕໍ່ຫົວຄົນແມ່ນ 5,200 ໂດລາສະຫະລັດ. ໃນໄລຍະລະບາດພະຍາດໂຄວິດ-19, ເຖິງຈະໄດຮັບຜົນກະທົບໜັກໜ່ວງແຕ່ຈັງຫວະເຕີບໂຕ GDP ກໍ່ບັນລຸໄດ້ 3,4% ແລະ ພວມສູ້ຊົນໃຫ້ກວມ 1/3 GDP ຂອງທົ່ວປະເທດ ແລະ ໃຫ້ບັນລຸຄາດໝາຍເກັບລາຍຮັບງົບປະມານໃຫ້ໄດ້ 280 ຕື້ດົງ (14 ຕື້ໂດລາສະຫະລັດ).
ສະຫາຍເລຂາຄະນະພັກນະຄອນຫຼວງຮ່າໂນ້ຍ ພ້ອມແລ້ວ ຈະອໍານວຍຄວາມສະດວກໃຫ້ ສະຫາຍເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ເປັນຢ່າງດີໃນໄລຍະທີ່ມາດຳລົງຕໍ່າແໜ່ງ ແລະ ປະຕິບັດໜ້າທີ່ຢູ່ ສສ ຫວຽດນາມ ເພື່ອເປັນຂົວຕໍ່ໃຫ້ແກ່ການເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນຂອງສອງປະເທດ ຫວຽດນາມ-ລາວ, ລາວ-ຫວຽດນາມ, ພິເສດແມ່ນນະຄອນຫຼວງຮ່າໂນ້ຍ ກັບ ນະຄອນຫຼວງວຽງຈັນ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ພ້ອມດຽວກັນນັ້ນ ສະຫາຍ ເວືອງດິ່ງເຫວ່ ຍັງໄດ້ຕີລາຄາສູງ ແລະ ຊົມເຊີຍທີ່ລັດຖະບານລາວ ໄດ້ມີມາດຕະການເຂັ້ມງວດປ້ອງກັນແກ້ໄຂຄວບຄຸມພະຍາດລະບາດໂຄວິດ-19, ໂດຍການຮ່ວມແຮງຮ່ວມໃຈ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ແລະ ປະຊາຊົນໃນຂອບເຂດທົ່ວປະເທດ ແລະ ບັນລຸໄດ້ຜົນສຳເລັດອັນຈົບງາມ.
ໃນໂອກາດນີ້ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ກໍ່ໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານອັນໃຫຍ່ຫຼວງ, ຮອບດ້ານ, ເລິກເຊິ່ງທີ່ນະຄອນຫຼວງຮ່າໂນ້ຍຍາດມາໄດ້, ຂອບໃຈມາຍັງການນຳພັກ, ລັດ ແລະ ປະຊາຊົນຫວຽດນາມທີ່ຍາມໃດກໍ່ໄດ້ໃຫ້ການຊ່ວຍເຫຼືອພາລະກິດປະຕິວັດຂອງປະຊາຊົນລາວ ຕະຫຼອດມາ, ຊຶ່ງໃນນັ້ນກໍ່ຄືການປະກອບສ່ວນຢ່າງໃຫຍ່ຫຼວງຂອງນະຄອນຫຼວງຮ່າໂນ້ຍ ນັບແຕ່ສະໄໝຕໍ່ສູ້ກູ້ຊາດມາຮອດປະຈຸບັນ ແລະ ຈະພະຍາຍາມສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນຂອງສອງປະເທດ ລາວ-ຫວຽດນາມ, ຫວຽດນາມ-ລາວ, ພິເສດແມ່ນສອງນະຄອນຫຼວງວຽງຈັນກັບນະຄອນຫຼວງຮ່າໂນ້ຍ.
ຂ່າວ: ກົມການຂ່າວ, ກະຊວງການຕ່າງປະເທດລາວ.