ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນບ່າຍຂອງວັນທີ 14 ສິງຫາ 2023, ທີ່ ທຳນຽບປະທານາທິບໍດີ (Sandor Palace), ນະຄອນຫລວງ ບູ
ດາແປສ, ປະເທດ ຮົງກາຣີ, ທ່ານ ຄຳພອນ ວົງສັນຕິ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ ນ. ກາຕາລິນ ໂນແວັກ (H.E. Ms. Katalin Novák), ປະທານາທິບໍດີ ແຫ່ງ ຮົງກາຣີ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ຮົງກາຣີ, ຊຶ່ງມີສຳນັກງານຕັ້ງຢູ່ ນະຄອນບູດາແປສ, ປະເທດ ຮົງກາຣີ.
ພາຍຫຼັງສຳເລັດພິທີ, ທ່ານເອກອັກຄະລັດຖະທູດລາວຄົນໃໝ່ ໄດ້ພົບປະໂອ້ລົມກັບ ພະນະທ່ານປະທານາທິບໍດີ, ຊຶ່ງສອງຝ່າຍໄດ້ຕີລາຄາສູງ ຕໍ່ການພົວພັນທີ່ດີ ລະຫວ່າງ ສປປ ລາວ ແລະ ຮົງກາຣີ ທີ່ມີມາແຕ່ດົນນານນັບຕັ້ງແຕ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 12 ກັນຍາ 1962 ເປັນຕົ້ນມາ, ໂດຍໄດ້ເປີດສະຖານທູດ ຢ່າງເປັນທາງການເທື່ອທຳອິດ ໃນປີ 1987 ແລະ ປິດໃນປີ 1993 ຍ້ອນ ສະພາບການໃນເວລານັ້ນ, ຊຶ່ງປິດສະຖານທູດເປັນໄລຍະເວລາ ເກືອບ 30 ປີ, ແຕ່ຍັງຮັກສາສາຍພົວພັນກັນປົກກະຕິ, ໄລຍະຕໍ່ມາຍ້ອນການພົວພັນຂອງສອງປະເທດມີການຂະຫຍາຍຕົວຫລາຍດ້ານ ສະຖານທູດ ສປປ ລາວ ຈຶ່ງໄດ້ເປີດຄືນຢ່າງເປັນທາງການໃນ ວັນທີ 3 ພະຈິກ 2022.
ທ່ານເອກອັກຄະລັດຖະທູດ ໄດ້ຕາງໜ້າໃຫ້ລັດຖະບານ ສປປ ລາວ ສະແດງຄວາມຂອບໃຈ ຕໍ່ພະນະທ່ານ ປະທາ ນາທິບໍດີ ນ. ກາຕາລິນ ໂນແວັກ, ກໍຄືລັດ ຖະບານ ຮົງກາຣີ ທີ່ໄດ້ໃຫ້ການຮ່ວມມື, ຊ່ວຍເຫລືອໃນດ້ານຕ່າງໆ ເປັນຕົ້ນ: ໂຄງການຮ່ວມມືເງິນກູ້ຢືມເງື່ອນໄຂຜູກມັດບໍ່ມີດອກເບ້ຍ ຫລື (Tied Aid credit) ເຂົ້າໃນການພັດທະນາບັນດາໂຄງການຕ່າງໆ ເຊັ່ນ: ການຮ່ວມມືດ້ານໂຄງການກະສິກຳ, ການຮ່ວມມືດ້ານໂຄງການບຳບັດນ້ຳເປື້ອນ, ລວມທັງໂຄງການຮ່ວມມືດ້ານການສຶກສາ ແລະ ດ້ານອື່ນໆ. ພ້ອມນີ້, ທ່ານເອກອັກຄະລັດຖະທູດ ຍັງໄດ້ສະແດງຄວາມຫວັງຢ່າງຍິ່ງວ່າ ພະນະທ່ານ ຈະສືບຕໍ່ໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນ ສປປ ລາວໃນຕໍ່ໜ້າຕື່ມອີກ.
ທ່ານເອກອັກຄະລັດຖະທູດ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ພ້ອມດ້ວຍພອນໄຊອັນປະເສີດ ຈາກ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ພະນະທ່ານ ນ. ກາຕາລິນ ໂນແວັກ ແລະ ຜ່ານ ພະນະທ່ານ ໄປຍັງລັດຖະບານ ແລະ ປະຊາຊົນ ຮົງກາຣີ ທຸກທົ່ວໜ້າ. ທ່ານເອກອັກຄະລັດຖະທູດ ຍັງໄດ້ນໍາເອົາຄໍາເຊື້ອເຊີນຈາກ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເຖິງ ພະນະທ່ານ ປະທານາທິບໍດີ ຮົງກາຣີ ເພື່ອໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນໂອກາດທີ່ເໝາະສົມ.
ໃນໂອກາດດັ່ງກ່າວ, ພະນະທ່ານ ນ. ກາຕາລິນ ໂນແວັກ ກໍໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ທ່ານ ຄຳພອນ ວົງສັນຕິ ໃນການດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ສປປ ລາວ ຄົນໃໝ່ ປະຈຳ ຮົງກາຣີ ແລະ ໄດ້ສະແດງຄວາມຂອບໃຈຕໍ່ຄໍາອວຍພອນ ແລະ ການເຊື້ອເຊີນຈາກ ພະນະທ່ານ ປະທານປະເທດ ແຫ່ງ ສປປ ລາວ ພ້ອມທັງສົ່ງຄຳຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ, ລັດຖະບານ ແລະ ປະ ຊາຊົນລາວ ທຸກທົ່ວໜ້າ ແລະ ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຕິບັດໜ້າທີ່ການທູດຂອງຕົນດ້ວຍຜົນສຳເລັດ ໃນການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດໃຫ້ຂະຫຍາຍຕົວໃນຕໍ່ໜ້າ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ