ວັນທີ 03 ກຸມພາ 2022 ຜ່ານມາ, ທ່ານ ນາງ ວິລາວັນ ເຍ່ຍປໍເຮີ່ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ອາເລັກຊານເດີ ລູກາເຊັນໂກ (Alexander Lukashenko), ປະທານາທິບໍດີ ແຫ່ງ ສາທາ ລະນະລັດ ເບລາຣຸດຊີ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສາທາ ລະນະລັດ ເບລາຣຸດຊີ, ທີ່ມີສໍານັກງານຕັ້ງຢູ່ ນະຄອນຫລວງມົດສະກູ, ສະຫະພັນ ຣັດເຊຍ. ໃນພິທີຍື່ນສານ ໄດ້ມີບັນດາເອກອັກຄະລັດ ຖະທູດປະເທດຕ່າງໆ ເຂົ້າຮ່ວມທັງຫມົດ 8 ປະເທດ, ຊຶ່ງລວມມີ ປະເທດຫວຽດນາມ, ສປປ ລາວ, ໂດມານີແກນ, ໄນຈີເຣຍ, ຣັດ ເຊຍ, ແຈັສ, ໂມນາໂຄ ແລະ ສີລັງກາ.

ໃນໂອກາດດັ່ງກ່າວ, ພະນະທ່ານ ອາເລັກຊານເດີ ລູກາເຊັນໂກ, ປະທານາທິບໍດີ ແຫ່ງ ສາທາລະ ນະລັດ ເບລາຣຸດຊີ ໄດ້ອອກຄຳເຫັນ ແລະ ໄດ້ຕີລາຄາສູງຕໍ່ການພົວພັນ ລະຫວ່າງ ເບລາຣຸດຊີ ແລະ ສປປ ລາວ, ຊຶ່ງມີການພົວ ພັນທີ່ເປັນມູນເຊື້ອມິດຕະພາບ ແລະ ປະເພນີອັນດີງາມ, ໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ, ພ້ອມທັງ ສະແດງຄວາມເພິ່ງພໍໃຈ ຕໍ່ຫມາກຜົນຂອງການຮ່ວມມືລະ ຫວ່າງສອງປະເທດ ໃນໄລຍະຜ່ານມາ. ພ້ອມນັ້ນ, ພະນະທ່ານ ອາເລັກຊານເດີ ລູກາເຊັນໂກ ຍັງໄດ້ກ່າວອີກວ່າ: ສປປ ລາວ ເປັນປະເທດທີ່ມີຈຸດສົນໃຈໃນຫລາຍຂົງເຂດວຽກງານ, ຊຶ່ງຈະຊ່ວຍເປັນຈຸດກະຕຸກຊຸກຍູ້ ໃນການເສີມສ້າງບາດກ້າວໃຫມ່ ໃຫ້ແກ່ການພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ເບລາຣຸດຊີ ແລະ ສປປ ລາວ. ສະນັ້ນ, ໃນອະນາຄົດ ແມ່ນມີຄວາມເປັນໄປໄດ້ສູງທີ່ ເບລາຣຸດຊີ ຈະສາມາດຕອບສະຫນອງຄວາມຮຽກຮ້ອງຕ້ອງການທາງດ້ານເສດຖະກິດໃຫ້ແກ່ ສປປ ລາວ, ຄືດັ່ງທີ່ຮູ້ແລ້ວວ່າ, ປັດຈຸບັນນີ້ ສປປ ລາວ ກໍາລັງພັດທະນາຂົງເຂດວຽກງານທາງດ້ານອຸດສາຫະກໍາ, ກະສິກໍາ, ພື້ນຖານໂຄງຮ່າງ ດ້ານວິທະ ຍາສາດ – ເຕັກໂນໂລຢີ. ດັ່ງນັ້ນ, ເບ ລາຣຸດຊີ ພ້ອມທີ່ຈະສະຫນອງຄວາມຮູ້ຄວາມສາມາດ ແລະ ປະ ສົບການ ໃຫ້ເແກ່ ສປປ ລາວ.
ພ້ອມດຽວກັນນັ້ນ, ທ່ານທູດ ວິລາວັນ ເຍ່ຍປໍເຮີ່ ກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບ ແລະ ຮູ້ສຶກເປັນກຽດຢ່າງສູງ ທີ່ໄດ້ເປັນເອກອັກຄະລັດຖະທູດ ປະຈຳ ສາທາລະນະລັດ ເບລາຣຸດຊີ ແລະ ພ້ອມທັງໄດ້ຢືນຢັນວ່າ ຈະປະຕິບັດໜ້າທີ່ຂອງຕົນໃຫ້ດີທີ່ສຸດ ເພື່ອສົ່ງເສີມການພົວພັນ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ກໍ່ຄື ປະຊາຊົນສອງຊາດ ສປປ ລາວ ແລະ ເບລາຣຸດຊີ ທີ່ເຄີຍມີມູນເຊື້ອທີ່ດີແລ້ວນັ້ນ ໃຫ້ມີບາດກ້າວອັນ ໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ. ພ້ອມທັງ ໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ພອນໃຊອັນປະເສີດຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເຖິງ ພະນະທ່ານ ປະທານາທິບໍດີ ເບລາຣຸດຊີ, ລວມທັງ ປະຊາຊົນ ເບລາຣຸດຊີ ທຸກຖ້ວນຫນ້າ, ຊຶ່ງເພິ່ນກໍ່ໄດ້ສະແດງຄວາມຂອບໃຈ ແລະ ຝາກຄຳອວຍພອນ ເຖິງຄູ່ຮ່ວມຕຳແໜ່ງ ແຫ່ງ ສປປ ລາວ ເຊັ່ນດຽວກັນ, ພ້ອມທັງໄດ້ກ່າວວ່າ: ຖ້າຫາກມີໂອກາດ ຈະເດີນ ທາງໄປຢ້ຽມຢາມ ສປປ ລາວ. ໃນຕອນທ້າຍ ພະນະທ່ານ ປະທາ ນາທິບໍດີ ເບລາຣຸດຊີ ກໍ່ໄດ້ອວຍ ພອນໄຊໃຫ້ ທ່ານທູດ ວິລາວັນ ເຍ່ຍປໍເຮີ່ ຈົ່ງປະສົບຜົນສຳ-ເລັດໃນການປະຕິບັດໜ້າທີ່ວຽກງານ.
ກ່ອນໜ້າມື້ຍື່ນສານຕາຕັ້ງຢ່າງເປັນທາງການ, ວັນທີ 02 ກຸມພາ 2022 ທ່ານທູດ ວິລາວັນ ເຍ່ຍປໍເຮີ່ ກໍໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ໂບຣິເຊຍວີຈ ນິໂກລາຍ ນິໂກລາຍວິຈ ( Borisevich Nikolai Nikolaevich), ຮອງລັດຖະມົນຕິກະຊວງການຕ່າງປະເທດ ເບລາຣຸດຊີ ເພື່ອຍື່ນສຳເນົາສານຕາຕັ້ງ ແລະ ໃນໂອກາດດັ່ງກ່າວນັ້ນ, ສອງຝ່າຍ ກໍ່ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ-ເບລາຣຸດຊີ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ