ໃນຕອນເຊົ້າຂອງວັນທີ 01 ມີນາ 2022 ຢູ່ສຳນັກງານປະທານາ ທິບໍດີ ແຫ່ງ ສາທາລະນະລັດ ແອັດສະໂຕເນຍນະຄອນຫຼວງ ຕາລີນ, ສາທາລະນະລັດ ແອັດສະໂຕເນຍ, ທ່ານ ບຸນລຽບ ຮຸ່ງວົງສອນ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານ Alar Karis ປະທານາທິບໍດີ ແຫ່ງ ສາທາລະນະລັດ ແອັດສະໂຕເນຍ ເພື່ອດຳລົງຕຳແໜ່ງເປັນເອກອັກ ຄະລັດຖະທູດວິສາມັນຜູ້ມີອຳ ນາດເຕັມ ແຫ່ງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປລາວ) ປະຈຳ ສາທາລະນະ ລັດ ແອັດສະໂຕເນຍ ເຊິ່ງມີສຳນັກງານສະຖານເອກອັກຄະລັດຖະທູດ ຢູ່ນະຄອນຫຼວງ ສະຕອກໂຮມ ຣາຊະອານາຈັກ ຊູແອດ.
ໃນໂອກາດດັ່ງກ່າວ, ທ່ານປະທາ ນາທິບໍດີ Alar Karis ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ທ່ານ ບຸນລຽບ ຮຸ່ງວົງສອນ ໃນການມາ ດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສາທາລະນະລັດ ແອັດສະໂຕເນຍ ແລະ ໄດ້ອວຍ ພອນໃຫ້ ທ່ານເອກອັກຄະລັດ ຖະທູດ ປະຕິບັດໜ້າທີ່ການທູດດ້ວຍຜົນສຳເລັດ ເພື່ອສົ່ງເສີມການພົວພັນຮ່ວມມື ຂອງສອງປະເທດ ລາວ – ແອັດສະໂຕເນຍ ໃຫ້ຂະຫຍາຍຕົວຂື້ນໄປເລື້ອຍໆ.
ທ່ານ ບຸນລຽບ ຮຸ່ງວົງສອນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ທ່ານປະທານາທິບໍດີ ແລະ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນພ້ອມດ້ວຍພອນໄຊອັນປະເສີດ ຂອງ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເຖິງ ທ່ານປະທານາທິບໍດີ Alar Karis. ພ້ອມນີ້, ທ່ານທູດໄດ້ແຈ້ງຜົນສຳເລັດກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງ ຊາດຊຸດທີ IX ແລະ ແຜນພັດ ທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ຂອງລາວ, ແລະ ສະພາບການແຜ່ລະບາດໂຄວິດ 19 ໃຫ້ທ່ານປະທານາທິບໍດີຊາບ. ທ່ານປະທານາທິບໍດີ Alar Karis, ໄດ້ໃຫ້ຄວາມສໍາຄັນຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ລາວ – ແອັດສະໂຕເນຍ ເປັນຢ່າງດີ.
ພ້ອມນີ້, ທ່ານປະທານາທິບໍດີ ໄດ້ສະແດງຄວາມຂອບໃຈ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳ ເລັດຂອງກອງປະຊຸມສະພາ ແລະ ໄດ້ອວຍພອນໄຊອັນປະເສີດ ເຖິງທ່ານປະທານປະເທດ ແຫ່ງ ສປປ ລາວ ເຊັ່ນດຽວກັນ. ໃນໂອກາດດຽວກັນນີ້, ທ່ານເອກອັກຄະລັດ ຖະທູດ ກໍໄດ້ຕາງໜ້າໃຫ້ລັດຖະ ບານ ແລະ ປະຊາຊົນລາວ ສະ ແດງຄວາມຂອບໃຈ ຕໍ່ລັດຖະ ບານ ແລະ ປະຊາຊົນ ແອັດສະໂຕເນຍ ທີ່ໄດ້ໃຫ້ການສະໜັບສະ ໜູນຕໍ່ ສປປ ລາວໃນໄລຍະຜ່ານມາ, ເຊິ່ງເປັນການປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະ ນາເສດຖະກິດ-ສັງຄົມຂອງ ລາວ ໃຫ້ຂະຫຍາຍຕົວຫຍີ່ງໆຂື້ນ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ