ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ປະກອບສ່ວນມອບປະກັນໄພອຸບັດເຫດສ່ວນບຸກຄົນ ໃຫ້ແກ່ຜູ້ທີ່ສະໝັກໃຈບໍລິຈາກເລືອດ 1.000 ຄົນທຳອິດ ເຊິ່ງມີວົງເງິນຄຸ້ມ ຄອງລວມສູງສຸດ 5 ຕື້ກີບ, ເຊິ່ງກິດຈະກຳບໍລິຈາກເລືອດແມ່ນເລີ່ມແຕ່ວັນທີ 14 ກຸມພາ 2023 ເປັນຕົ້ນໄປ ທີ່ສະຖາບັນເລືອດແຫ່ງຊາດ ນະຄອນຫລວງວຽງຈັນ.
ພິທີເຊັນບົດບັນທຶກການຮ່ວມມືໃນການຊ່ວຍເຫລືອລ້າ ປະກັນໄພອຸບັດເຫດສ່ວນບຸກຄົນຄັ້ງນີ້ ໄດ້ຈັດຂຶ້ນໃນວັນທີ 14 ກຸມພາ 2023 ທີ່ນະຄອນຫລວງວຽງຈັນ ລະຫວ່າງ ທ່ານ ດຣ ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ແລະ ທ່ານ ດີນ ໂຣບິນສັນ ຜູ້ອຳນວຍການໃຫຍ່ ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈໍາກັດ.
ທ່ານ ນາງ ແສງດາວ ບຸພະກອນຄຳ ປະທານສະພາບໍລິຫານ ບໍລິສັດ ພົງສະຫວັນ ປະກັນໄພ ກ່າວວ່າ: ປັດຈຸ ບັນ ເລືອດຍັງຂາດເຂີນຫລາຍ ແລະ ມີຄວາມຈຳເປັນສຳລັບຫລາຍໆຄົນທີ່ຕ້ອງການເລືອດໃນກໍລະນີສຸກເສີນ. ດັ່ງນັ້ນ, ບໍລິສັດ ພົງສະຫວັນ ປະກັນໄພ ຈຳກັດ ມີຈຸດປະ ສົງຕ້ອງການສືບຕໍ່ປະກອບສ່ວນໃນການຊ່ວຍເຫລືອສັງ ຄົມ ແລະ ຊ່ວຍເຫລືອລ້າ ປະກັນໄພ ອຸບັດເຫດ ສ່ວນບຸກຄົນໃຫ້ແກ່ຜູ້ສະໝັກໃຈບໍລິຈາກເລືອດ ໃຫ້ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ແລະ ເພື່ອເປັນການຕອບແທນຄືນແກ່ຜູ້ທີ່ສະໝັກໃຈ ໃນການຮ່ວມບໍລິຈາກເລືອດ ແລະ ເພື່ອຫລຸດຜ່ອນການຂາດແຄນເລືອດ ໃຫ້ກັບຄວາມຕ້ອງການຂອງຜູ້ເຈັບປ່ວຍ ໂດຍໄດ້ມອບການຊ່ວຍເຫລືອລ້າ ປະ ກັນໄພອຸບັດເຫດສ່ວນບຸກຄົນ ໃຫ້ແກ່ຜູ້ທີ່ສະໝັກໃຈບໍລິຈາກເລືອດ 1.000 ຄົນທຳອິດ ເຊິ່ງມີ ວົງເງິນຄຸ້ມຄອງລວມສູງສຸດ 5 ຕື້ກີບ.
ທ່ານ ດຣ ຈັນທະລາ ສຸກສາຄອນ ໄດ້ກ່າວວ່າ: ການຊ່ວຍເຫລືອລ້າ ປະກັນໄພ ອຸບັດເຫດ ສ່ວນບຸກຄົນຄັ້ງນີ້ ເປັນການມອບຄວາມຄຸ້ມຄອງໃຫ້ແກ່ຜູ້ທີ່ສະໝັກໃຈບໍລິຈາກເລືອດທີ່ ສະຖາບັນເລືອດແຫ່ງຊາດ ອົງການກາແດງລາວ, ເຊິ່ງເປັນຄັ້ງທີ 2 ທີ່ບໍລິສັດດັ່ງກ່າວ ໄດ້ໃຫ້ການສະໜັບສະໜູນຂະບວນການບໍລິຈາກເລືອດຢູ່ ສປປ ລາວ ແລະ ເປັນວິທີການປຸກລະດົມໃນຮູບການໜຶ່ງທີ່ເປັນນະວັດຕະກໍາອັນໃໝ່ ທີ່ມີສີສັນ ປະກອບສ່ວນເຂົ້າໃນການເພີ່ມຈໍານວນຜູ້ບໍລິຈາກເລືອດໃຫ້ຫລາຍຂຶ້ນ, ທັງເປັນການຊຸກຍູ້ໃຫ້ສະຖາບັນເລືອດແຫ່ງຊາດ ອົງການກາແດງລາວ ສາມາດບັນລຸຕາມຄາດໝາຍທີ່ວາງໄວ້ໃນແຜນຍຸດທະສາດໃນການປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດທີ່ປອດໄພ ໃນທົ່ວປະເທດ ແລະ ທັງເປັນຕົວແບບໃຫ້ແກ່ ພາກສ່ວນທຸລະກິດອື່ນໆ ໃນການປະກອບສ່ວນຊ່ວຍ ເຫລືອສັງຄົມ.
Loading...