ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ການຈັດແຂ່ງຂັນຊວງເຮືອປະເພນີ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ປະຈຳປີ 2023 ນີ້ ມີເຮືອປະເພນີ 55 ສີພາຍເຂົົ້າຮ່ວມມຈຳນວນ 9 ລຳ ໃນນີ້ ເຮືອປະເພນີຍິງ 3 ມີລຳ (ປີນີ້ ບໍ່ມີເຮືອ 12 ສີພາຍ ແລະ ເຮືອສູດ). ການແຂ່ງຂັນດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 30 ຕຸລານີ້. ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີບັນດາແຂກທີ່ຖືກເຊີນ ແລະ ພາກສ່ວມທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລິ ໄດ້ກ່າວ ວ່າ: ໃນງານບຸນອອກພັນສາ ປະວໍລະນາ ແລະ ຊ່ວງເຮືອປະເພນີ ປີ 2023 ນີ້: ມີເຮືອປະເພນີ 55 ສີພາຍເຂົ້າຮ່ວມມຈຳນວນ 9 ລຳ ໃນນີ້ ເຮືອປະເພນີຍິງ 3 ມີລຳ (ປີນີ້ ບໍ່ມີເຮືອ 12 ສີ ພາຍ ແລະ ເຮືອສູດ) ນອກຈາກນັ້ນ ຍັງໄດ້ ຈັດກິດຈະກຳ ວາງສະແດງ, ໂຄສະນາຂາຍສິນຄ້າ, ມີການເລະຫຼິ້ນຕ່າງໆ ຊຶ່ງມີຮ້ານ ຂາຍເຄື່ອງທັງໝົດ 501 ຮ້ານ, ໃນນີ້ ຮ້ານໂຄສະນາ ວາງສະແດງສິນຄ້າ 34 ຮ້ານ, ສິນຄ້າໂອດັອບ 20 ຮ້ານ, ຂາຍເສື້ອຜ້າທົ່ວໄປ 169 ຮ້ານ, ເຂົ້າຫຼາມປີ້ງໄກ່ 278 ຮ້ານ ແລະ ມີເວທີສະແດງ ເພື່ອໃຫ້ມວນຊົນ ທີ່ມາທ່ຽວຊົມໄດ້ເບິ່ງ, ໄດ້ຊົມໃນແຕ່ລະຄືນ. ເພື່ອເຮັດໃຫ້ການສະເຫຼີມສະຫຼອງ ບຸນອອກພັນສາ ປະວໍລະນາ ແລະ ບຸນຊ່ວງເຮືອປີນີ້ ມີຜົນ ສຳເລັດຕາມຄາດໝາຍຢ່າງຈົບງາມ ພ້ອມກັນເປັນເຈົ້າ ການຈັດຕັ້ງປະຕິບັດໜ້າທີ່ໃຫ້ສໍາເລັດຜົນຕາມຄາດໝາຍທີ່ວາງໄວ້ ແລະ ຮຽກຮ້ອງມາຍັງ ບັນດາ ສະຫາຍຄະນະກຳມະການ ພ້ອມດ້ວຍນັກສີພາຍເຮືອຊ່ວງທຸກພາກສ່ວນ ຈົ່ງເຊີດຊູຄວາມສາມັກຄີ ໄມຕີຈິດ ມິດຕະພາບ ໃຫ້ສູງຂື້ນ, ຮູ້ແພ້, ຮູ້ຊະນະ, ຮູ້ອາໄພຊຶ່ງກັນ ແລະ ກັນ, ຖືເອົາການແຂ່ງຂັນ ເພື່ອຊະນະ ເປັນບັນຫາສຳຄັນ, ຮັກສາໃຫ້ໄດ້ຈັນຍາບັນ ຂອງນັກກິລາສີພາຍທີ່ດີເລີດ ໃຫ້ໝັ້ນຄົງຕະຫຼອດໄປ. ຮຽກຮ້ອງມາຍັງບັນດາທ່ານແຂກ ແລະ ມວນຊົນ, ປະຊາຊົນທຸກເຜົ່າ, ທຸກເພດໄວ ຜູ້ມາຮ່ວມງານ ແລະ ຜູ້ຊົມຢູ່ທາງບ້ານ ທັງພາຍໃນ ແລະ ຕ່າງປະເທດ ຈົ່ງຍົກສູງຄວາມຮັບຜິດຊອບເປັນເຈົ້າພາບ ຮ່ວມກັນ ເພື່ອເຮັດໃຫ້ງານຄັ້ງນີ້ ມີຜົນສຳເລັດອັນຈົບງາມ.
ທ່ານຍັງເວົ້າອິກວ່າ: ບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ເວົ້າລວມ, ເວົ້າສະເພາະ ແມ່ນບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ແມ່ນ ຮີດ 12 ຄອງ 14 ແລະ ແມ່ນຮີດຄອງປະເພນີ ອັນດີງາມຂອງຊາດລາວເຮົາ ທີ່ໄດ້ສືບທອດກັນມາແຕ່ ບູຮານນະການ, ຊຶ່ງມີປະຫວັດຄວາມເປັນມາອັນຍາວນານ. ຕາມການເລົ່າຂານ ສືບຕໍ່ກັນມາ ແຕ່ສະໄໝອານາຈັກລາວລ້ານຊ້າງ, ບາງທ່ານກໍເວົ້າວ່າ: ມີມາແຕ່ເຈົ້າສຸລິຍະວົງສາ, ບາງທ່ານກໍເວົ້າວ່າ ມີມາແຕ່ ເລື່ອງກໍາຜີນ້ອຍ, ແຕ່ກໍຍັງບໍ່ທັນຊັດເຈນວ່າ ມີມາແຕ່ສະໄໝໃດ, ແຕ່ເຖິງຢ່າງໃດກໍຕາມ ພວກ ເຮົາກໍຢືນຢັນວ່າ ບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອ ແມ່ນຮິດຄອງປະເພນີອັນດີງາມ ຂອງ ຊາດລາວເຮົາ ທີ່ສືບທອດກັນມາ ໄດ້ຫຼາຍເຊັ່ນຄົນເເລ້ວ ຊຶ່ງມີມາໄດ້ 2 ພັນກວ່າປີແລ້ວ, ມີບຸນອອກ ພນສາກໍຕ້ອງມີບຸນຊ່ວງເຮືອ ຄຽງຢູ່ກັນໄປ. ການແຂ່ງຂັນຊ່ວງເຮືອ ໃນມື້ບຸນອອກພັນສາ ແມ່ນເປັນກິລາທາງໜ້ານ້ຳ ປະເພດໜຶ່ງ ຈັດຂຶ້ນ ເພື່ອເປັນການສ້າງໂອກາດໃຫ້ປະຊາຊົນ ໄດ້ມາພົບປະ ເພື່ອນມິດສະຫາຍ, ຍາດຕິພີ່ນ້ອງທີ່ມາຈາກທົ່ວ ສາລະພັດ, ໄດ້ມາພັກຜ່ອນຢ່ອນໃຈ ພາຍຫຼັງທີ່ທຳການຜະລິດ ໃນລະດູຝົນຕະຫຼອດຫຼາຍເດືອນທີ່ຜ່ານມາ, ນອກຈາກນັ້ນຍັງເປັນໂອກາດໃຫ້ປະຊາຊົນ ໄດ້ເຕົ້າໂຮມຄວາມສາມັກຄີ ຊຶ່ງກັນ ແລະ ກັນ.
ສຳລັບຜົນການແຂ່ງຂັນອັນດັບທີ 1 ປະເພນີຊາຍ ໄດ້ແກ່ ເຮືອທະນາຄານພັດທະນາລາວ, ອັນດັບທີ 2 ໄດ້ແກ່ເຮືອໂຮງງານອຸດສາຫະຫຳເຫຼັກຊຽງຄວນ, ອັນດັບທີ 3 ໄດ້ແກ່ເຮືອພອນພະແກ້ວ ແລະ ອັນດັບມີ 4 ເຮືອບ້ານຫາດສວນ ແລະ ອັນດັບທີ 1 ປະເພນີຍິງ ໄດ້ແກ່ເຮືອແພເຟື່ອງຟ້າ ບໍລິສັດ ລັດຕະນະລັງສີ, ອັນດັບທີ 2 ໄດ້ແກ່ເຮືອບໍລິສັດດວງຕາຫີນຊາຍ,ແລະ ອັນດັບທີ 3 ໄດ້ແກ່ບໍລິສັດ 3B ບ້ານທ່າພະ.
ຂ່າວ-ພາບ: ບຸນຕອມ