ເຮືອບ້ານຊ້າງເພດຍີງ ເເລະ ເຮືອບ້ານດອນເຟືອງ ເພດຊາຍໄດ້ຄອງຊະນະເລີດໃນການເເຂ່ງຂັນ ງານບຸນຊ່ວງເຮືອປະຈໍາປີ2022 ຢູ່ສະຖານທີ່ເເຂ່ງຂັນຫນອງຊາງ ເມືອງຊຽງຮ່ອນ ເເຂວງໄຊຍະບູລີ 18ຫາ 22ສີພາຍ ຂະນະທີ່ເຮືອບ້ານດອນເຟືອງເເຊ້ມເກົ່າ ໄດ້ພຽງຮອງຊະເລີດເພດຍີງ ເເລະ ເຮືອບ້ານ ຊ້າງເພດຊາຍ ໄດ້ຮອງຊະນະເລີດເຊັ່ນດຽວກັນ ໃນຈໍານວນເຮືືອເຂົ້າຮ່ວມທັງຫມົດ16ລໍາ ພາຍຫລັງເເຂ່ງຂັນມາເເຕ່ວັນທີ7 ພະຈິກນີ້ເປັນຕົ້ນມາ ເເລະ ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ.
ທ່ານ ກົງທອງ ສິດທິໄຊ ເຈົ້າເມືອງໆຊຽງຮ່ອນ ເເຂວງໄຊຍະບູລີ ມີຄໍາເຫັນວ່າ: ງານບຸນຊ່ວງເຮືອປະຈໍາປີຢູ່ເມືອງຊຽງຮ່ອນຄັ້ງນີ້ດໍາເນີນໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ເເລະ ມີຜົນສໍາເລັດຕາມຈຸດປະສົງລະດັບຄາດຫມາຍທີ່ວາງໄວ້ ເຊີ່ງຜົນສໍາເລັດດັ່ງກ່າວເກີດຂື້ນຍ້ອນການປະກອບສ່ວນທາງດ້ານສະຕິປັນຍາ,ເຫື່ອເເຮງ ເລະການສະຫນັບສະຫນູນ ທາງດ້ານວັດຖຸປັດໃຈ ຈາກພາກລັດ ເເລະເອກະຊົນ ປະກອບສ່ວນສໍາຄັນໃນການປັກປັກຮັກສາວັດທະນະທໍາ ຮີດຄອງປະເພນີອັນດີງານງາມຂອງຊາດ ກໍ່ຄືຂອງທ້ອງຖີ່ນໄດ້ຮັບການເສີມຂະຫຍາຍ ມີຄວາມຢືນຍົງຄົງຢູ່ກັບປະຊາຊົນລາວບັນດາເຜົ່າ ກໍ່ຄືຊາວເມືອງຊຽງຮ່ອນຕະຫລອດໄປ.
ທ່ານ ກົງທອງ ສິດທິໄຊ ໃຫ້ຮູ້ຕື່ມວ່າ: ການຈັດງານບຸນຊ່ວງເຮືອປະຈໍາປີ2022 ເເມ່ນເປັນຄັ້ງທີ24 ນັບເເຕ່ປີ1998ເປັນຕົ້ນມາ ເພື່ອອະນຸລັກຮັກສາ ເເລະ ສົ່ງເສີມວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງຊາດ,ຄຽງຄູ່ກັນການສົ່ງເສີມການທ່ອງທ່ຽວຕາມຄໍາຂວັນ ລາວທ່ຽວລາວເວົ້າລວມ, ເວົ້າສະເພາະເເມ່ນການສົ່ງເສີມການທ່ອງທ່ຽວຢູ່ພາຍໃນເມືອງ ໃຫ້ມີບັນຍາກາດຟົດຟື້ນ ຕີດພັນກັບການອະນຸລັກຮັກສາຮີດຄອງປະເພນີອັນດີງາມຂອງທ້ອງຖີ່ນ ເປັນການຮັດເເຫນ້ນຄວາມສາມັກຄີ ລະຫວ່າງການຈັດຕັ້ງຂັ້ນຕ່າງໆ,ຂອງພາກລັດ ເເລະພາກເອກະຊົນ ລວມເຖີງປະຊາຊົນບັນດາເຜົ່າຕື່ມອີກ.
ໂດຍ: ເດດອາລຸນ , ຄໍາກອງ
Loading...