ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ເເຈ້ງດ່ວນ ຫາເຈົ້າຂອງລົດ ຈຳນວນທີ່ຍັງຕິດຄ້າງຢູ່ເທິງພູໄຮ ຈຸດດິນເຈື່ອນເສັ້ນທາງ 8A.
ແຈ້ງຫາເຈົ້າຂອງລົດຕາມໝາຍເລກທະບຽນທາງດ້ານລຸ່ມນີ້ເເມ່ນໃຫ້ເຂົ້າມາປະສານຫາພະນັກງານອານຸກຳມະການຢູ່ຫ້ອງວ່າການປົກຄອງເມືອງຄູນຄໍາ ແຂວງຄຳມ່ວນ, ພ້ອມດ້ວຍເອກະສານລົດ ຫຼື ສໍາມະໂນຄົວ ແລະ ບັດປະຈໍາຕົວ, ຖ້າຫາກເປັນຄົນຕ່າງປະເທດ ແມ່ນໃຫ້ເອົາພັດສະປອດ ແລະ ເອກະສານ ອື່ນໆເພື່ອມາຢັ້ງຢືນໃນການເຄື່ອນຍ້າຍເອົາລົດອອກຈາກບ່ອນດັ່ງກ່າວ
ນັບແຕ່ວັນທີ 07.08.2023 ເປັນຕົ້ນໄປ ຫຼື ຕິດຕໍ່ເບີໂທ 02092916969, 02098155565
ເເຊຕໍ່ເພື່ອໃຫ້ເຈ້າຂອງລົດ ແລະ ຍາດຕິພີ່ນ້ອງດັ່ງກ່າວຮັບຮູ້.
ທີ່ມາ: ປ້ອງກັນຄວາມສະຫງົບ