ໃນວັນທີ 4 ກັນຍາ 2023 ທີ່ໂຮງຮຽນສາມັນມິດຕະພາບ ຄໍາມ່ວນ – ກວາງບິ່່ງ ໄດ້ຈັດພິທີໄຂສົກຮຽນໃໝ່ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ , ມີທ່ານ ນັນຕະໄຊ ອິນທະສອນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມຄະນະ, ມີບັນດາຜູ້ບໍລິຫານການສຶກສາ, ພະນັກງານຄູ – ອາຈານ, ຕະຫຼອດຮອດນ້ອງນັກຮຽນ ແລະ ແຂກຖືກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ວັດສະຫຼະ ກຽດນະລົງລົບ ຜູ້ອໍານວຍການໂຮງຮຽນ ສາມັນມິດຕະພາບຄໍາມ່ວນ-ກວາງບິ່ງ ໄດ້ເປັນກຽດ ລາຍງານການກະກຽມຄວາມພ້ອມໃນການໄຂສົກຮຽນໃໝ່ປະຈໍາສົກຮຽນ 2023 – 2024 ຕໍ່ກັບສະພາບບັນຫາປະຈຸບັນເຫັນວ່າບັນຫາອັດຕາປະລະເຂົ້າຮຽນຂອງເດັກມີທ່າອ່ຽງເພີ່ມຂຶ້ນ. ປະຈຸບັນ ໂຮງຮຽນສາມັນມິດຕະພາບ ຄໍາມ່ວນ – ກວາງບິ່ງ ມີອາຄານຮຽນທັງໝົດ 5 ຫຼັງ, ຈໍານວນຫ້ອງຮຽນທັງໝົດ 42 ຫ້ອງ ມີນັກຮຽນຕົ້ນປີ 1.738 ຄົນ, ໃນນັ້ນອານຸບານ 106 ຄົນ, ປະຖົມ 599 ຄົນ, ມັດທະຍົມຕົ້ນ 716 ຄົນ, ມັດທະຍົມຕອນປາຍ 323 ຄົນ, ໃນສົກຮຽນ 2022-2023 ມີຄູສອນທັງໝົດ 80 ຄົນ, ເປັນຄູສອນສົມບູນ 72 ຄົນ, ຄູອາສາສະມັກ 6 ຄົນ.
ໂອກາດນີ້ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງ ແຂວງ ຄໍາມ່ວນ ໄດ້ມີຄໍາເຫັນຊີ້ນໍາ ໂດຍຮຽກຮ້ອງມາຍັງຜູ້ບໍລິຫານການສຶກສາທຸກຂັ້ນ ຕະຫລອດເຖິງຄູ, ອາຈານ, ນັກຮຽນ, ນັກສຶກສາ ແລະ ທຸກພາກສ່ວນທົ່ວສັງຄົມ ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າວຽກງານໃນການຄຸ້ມຄອງບໍລິຫານການສຶກສາໃຫ້ສູງຂຶ້ນເອົາໃຈໃສ່ພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບ ແລະ ໄດ້ມາດຕະຖານ ຕາມ 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາ, ພ້ອມກັນຕ້ານປະກົດການຫຍໍ້ທໍ້ ການສະກັດກັ້ນບັນຫາຢາເສບຕິດ ແລະ ບັນດາຄູອາຈານ ຈົ່ງເອົາໃຈໃສ່ໃນການສຶກສາຄົ້ນຄວ້າ ທໍາຄວາມເຂົ້າໃຈກ່ຽວກັບຫຼັກສູດ ແລະ ການຈັດການຮຽນໃຫ້ມີຄຸນນະພາບໃຫ້ສົມກັບເປັນແມ່ພິມຂອງຊາດ, ມີຄວາມສັດຊື່ບໍລິສຸດ ແລະ ມີຈັນຍາບັນ, ຝຶກຝົນ ແລະ ພັດທະນາຕົນເອງໃຫ້ທັນກັບສະພາບການປ່ຽນແປງໃໝ່ ເພື່ອສົ່ງຄວາມຮູ້ໃຫ້ແກ່ນັກຮຽນໃຫ້ມີປະສິດທິຜົນສູງຂື້ນ. ສ່ວນພໍ່ແມ່ຜູ້ປົກຄອງນັກຮຽນກໍ່ຕ້ອງສົ່ງ ເສີມໃຫ້ລູກຫຼານທີ່ຢູ່ໃນເກນອາຍຸເຂົ້າຮຽນ ໄດ້ໄປໂຮງຮຽນ ແລະ ເອົາໃຈໃສ່ແນະນໍາ, ອົບຮົມຕັກເຕືອນລູກຫຼານ ໃຫ້ເຫັນຄວາມສໍາຄັນຂອງການສຶກສາ ທັງຕໍ່ຕົນເອງ, ຄອບຄົວ, ສັງຄົມ ແລະ ປະເທດຊາດ. ສໍາລັບນັກຮຽນ, ນັກສຶກສາ ຈົ່ງໄດ້ຕັ້ງໃຈສຶກສາຮໍ່າຮຽນ ໃຫ້ຫຼາຍຂຶ້ນ, ມີຄວາມມະນະອົດທົນດຸໝັ່ນຂະຫຍັນພຽນ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນນັກຮຽນທີ່ຮຽນດີ, ຮຽນເກັ່ງ ຂອງຄູອາຈານ, ເປັນລູກຫຼານທີ່ດີຂອງພໍ່ແມ່ ແລະ ເປັນພົນລະເມືອງດີຂອງປະເທດຊາດ.


