ໃນຕອນເຊົ້າມື້ນີ້ ວັນທີ 3 ເມສາ 2020, ແຂວງຈຳປາສັກ ໄດ້ຈັດພິທີປະກາດໃຫ້ ພະນັກງານການນຳແຂວງ 6 ສະຫາຍ ອອກພັກການ-ຮັບອຸດໜູນບໍານານ ຄື:
- ສະຫາຍ ບຸນຖອງ ດີວິໄຊ, ກໍາມະການສູນກາງພັກ, ເລຂາອົງຄະນະພັກແຂວງ ແລະ ເຈົ້າແຂວງໆຈຳປາສັກ
- ສະຫາຍ ສົມສະໜິດ ບຸດຕິວົງ, ຮອງເລຂາອົງຄະນະພັກແຂວງ, ຮອງເຈົ້າແຂວງໆຈຳປາສັກ
- ສະຫາຍ ນິພອນ ວຽງປະເສີດ, ຮອງເລຂາອົງຄະນະພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ
- ສະຫາຍ ບົວສອນ ວົງສອງຄອນ, ກຳມະການຄະນະປະຈຳອົງຄະນະພັກແຂວງ, ຮອງເຈົ້າແຂວງໆຈຳປາສັກ
- ສະຫາຍ ສຸລິວັນ ສະຫວັດທະສິນ , ກຳມະການຄະນະປະຈຳອົງຄະນະພັກແຂວງ
- ສະຫາຍ ບຸນມາກ ວິລະວົງ, ກຳມະການຄະນະປະຈຳອົງຄະນະພັກແຂວງ.
ພ້ອມນີ້, ຍັງໄດ້ປະກາດແຕ່ງຕັ້ງພະນັກງານນຳພາຂັ້ນສູງຂອງແຂວງ ຄື: ແຕ່ງຕັ້ງ ສະຫາຍ ວິໄລວົງ ບຸດດາຄໍາ, ກຳມະການສູນກາງພັກ, ກຳມະການຄະນະປະຈຳສະພາແຫ່ງຊາດ ແລະ ປະທານຄະນະກໍາມາທິການແຜນການ-ການເງິນ ແລະ ກວດສອບ ສະພາແຫ່ງຊາດ ເປັນເລຂາອົງຄະນະພັກແຂວງ ແລະ ຮັກສາການເຈົ້າແຂວງໆຈຳປາສັກ, ແລະ ແຕ່ງຕັ້ງ ສະຫາຍມະໄລທອງ ກົມມະສິດ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເປັນກຳມະການປະຈຳອົງຄະນະພັກແຂວງ ຈຳປາສັກ.
ພິທີປະກາດການແຕ່ງຕັ້ງສັບຊ້ອນການຈັດຕັ້ງແຂວງຈຳປະສັກໃນຄັ້ງນີ້ ຖືກຈັດຂຶ້ນຢູ່ສະໂມສອນແຂວງ ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນຄໍາ ວິພາວັນ, ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ., ໂດຍມີຮອງລັດຖະມົນຕີ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ພ້ອມດ້ວຍ ບັນດາສະຫາຍການນໍາແຂວງ, ການນຳພະແນກການອ້ອມຂ້າງແຂວງ, ການນໍາ 9 ເມືອງ, 1 ນະຄອນ ແລະ ການນໍາຈາກພາກຈາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຂ່າວ;ພາບ: ເກດສະໜາ