ກອງປະຊຸມສ້າງການຫັນປ່ຽນໃນການພັດທະນາ ກະສິກຳເປັນສິນຄ້າ ຕາມທິດຍືນຍົງ ຢູ່ 4 ແຂວງພາກໃຕ້ ຈັດຂຶ້ນທີ່ຫ້ອງວ່າການແຂວງຈຳປາສັກ ຢ່າງເປັນທາງ ການ.ໂດຍເປັນປະທານຂອງ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ,ມີທ່ານຫົວໜ້າຄະນະຜູ້ຊ່ວຍວຽກນາຍົກລັດຖະ ມົນຕີ,ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້,ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ປະ ທານສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດລາວ,ມີຜູ້ຕາງໜ້າເອກອັກຄະຣາຊະທູດຍິປຸ່ນ ປະຈຳລາວ,ຮອງເຈົ້າແຂວງອຸດົມໄຊ,ບັນດາການນຳ ,ພະແນກກະສິກຳ – ປ່າໄມ້,ພະແນກອຸດສະຫະກຳ ແລະ ການຄ້າ 4 ແຂວງພາກໃຕ້,ຄື: ຈຳປາສັກ,ສາລະວັນ,ເຊກອງ,ອັດຕະປື,ບັນດາຫົວໜ່ວຍທຸລະກິດ -ການຜະລິດ,ການນຳນະຄອນ – ເມືອງ,ຊ່ຽວຊານ ແລະ ວິຊາການກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ມີຄວາມສຳຄັນຫຼາຍ ຊຶ່ງຜູ້ເຂົ້າຮ່ວມໄດ້ຮັບຟັງລາຍງານກາຜະລິດກະສິກຳເປັນສິນຄ້າຈາກພາກສ່ວນຕ່າງໆ,ໄດ້ມີຄົ້ນຄ້ວາ, ເຊຶ່ອມ ຊຶມ ແລະສ້າງຄວາມເຂົ້າໃຈຢ່າງຖືກຕ້ອງ ແລະຊຸກຍູ້ໃຫ້ການຮ່ວມມືຈັດຕັ້ງປະຕິບັດຢ່າງແຂງແຮງ ໃນການພັດທະນາ ກະສິກຳເປັນສິນຄ້າ ຕາມທິດຍືນຍົງ ໂດຍສະເພາະ ຢູ່ 4 ແຂວງພາກໃຕ້. ແນໃສ່ເຮັດໃຫ້ທິດນຳຂອງພັກ – ລັດຖະ ບານຕໍ່ການນຳພາ,ສົງເສີມການຜະລິດເປັນສິນຄ້າ ຕາມທ່າແຮງບົ່ມຊ້ອນຂອງແຕ່ລະເຂດ ແຕ່ລະທ້ອງຖິ່ນມີການຂະ ຫຍາຍຕົວຢ່າງກ້ວາງຂວາງ ສອດຄ່ອງກັບແຜນພັດທະນາເສດຖະກິດ – ສັງຄົມກໍຄືການລົບລ້າງຄວາມທຸກຍາກຂອງປະຊາ ຊົນທີ່ລັດຖະບານ ກໍຄືແຕ່ລະແຂວງວາງອອກໃຫ້ປະກົດຜົນເປັນຈິງ.
ເພື່ອບັນລຸຈຸດປະສົງເປົ້າໝາຍສ້າງການຫັນປ່ຽນໃນການພັດທະນາ ກະສິກຳເປັນສິນຄ້າ ຕາມທິດຍືນຍົງ ຢູ່ 4 ແຂວງພາກໃຕ້ໃນຄັ້ງນີ້ ໄດ້ມີການປະກອບຄຳເຫັນ ແລກປ່ຽນສຳຄັນຫຼາຍຫົວຂໍ້ເຊັ່ນ: ປະ ກອບຄຳເຫັນ ແລະສົນທະນາແລກປ່ຽນ ກ່ຽວກັບການພັດທະນາກະສິກຳເປັນສິນຄ້າ ຕິດພັນກັບການກຳນົດເຂດ Zering ຢູ່ 4 ແຂວງພາກໃຕ້, ການຫັນເປັນອຸດສາຫະກຳ ໃນຂະແໜງກະສິ ກຳ,ການພັດທະນາເສດ ຖະກິດຮ່ວມມືກັບປະຊາຊົນ,ຄວາມເຫັນກ່ຽວກັບການນໍາໃຊ້ R&D ໃນການຫັນກະສິກຳ ເປັນອຸດສາຫະກຳ ແລະ ສະຫະກອນ,ການປັບປຸງການເຄື່ອນໄຫວຂອງສະມາ ຄົມ- ກຸ່ມທຸລະກິດຢູ່ແຂວງ ໃນຂະແໜງການຜະລິດ ສິນຄ້າກະສິກຳ (ເປັນຕົ້ນ: ກາເຟ, ມັນຕົ້ນ, ຢາງພາລາ…) ຄວາມເຫັນ ໃນຫົວຂໍ້ ການພັດທະນາດ້ານການຄ້າ, ການຂົນສົ່ງ, ການສົ່ງອອກສິນຄ້າກະສິກຳຢູ່ບັນດາແຂວງພາກໃຕ້, ບົດຮຽນໃນການສ້າງຄວາມເຂັ້ມແຂງຂອງອົງ ການຈັດຕັ້ງທຸລະກິດ,ການເຊື່ອມໂຍງການເຄື່ອນໄຫວຂອງພາກທຸລະກິດຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນແຂວງ ແລະຫົວຂໍ້ສຳຄັນອື່ນໆອີກ.
ຂ່າວ: ເກດສະໜາ
ພາຍ: ທັດຊະນະ
Loading...