ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພະແນກສຶກສາທິການ ແລະກິລາ ແຂວງຈຳປາສັກໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດລາວ ຄົບຮອບ 28 ປີ ວັນທີ່ 7 ຕຸລາ 1994 – ວັນທີ 7 ຕຸລາ 2022 ,ໃນວັນທີ 6 ຕຸລາ 2022 ທີ່ຫໍວັດທະນະທຳ ບັນດາເຜົ່າ ແຂວງຈຳປາສັກ (ຫຼັກ 7 ) ໃຫ້ກຽດເຂົ້າຮ່ວມຂອງທ່ານ ໂສມ ບຸດຕະກຸນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງຈຳປາສັກ,ມີທ່ານ ເດດນະຄອນ ຄອນສະ ຫວັນ ຮອງປະທານແນວລາວສ້າງຊາດແຂວງ,ທ່ານ ສຸລິຈັກ ພິລາແດງ ຮອງຫົວ ໜ້າພະແນກສຶກສາທິການແລະ ກິລາແຂວງ ພ້ອມຄະນະ,ມີບັນດາທ່ານພະ ແນກການ,ກົມກອງ,ອ້ອມຂ້າງແຂວງ, ບັນດາບັນດາຄູ – ອາຈານຈາກໂຮງ ຮຽນ, ສະຖາບັນການສຶກສາຕ່າງໆ, ນັກຮຽນ, ນັກສຶກສາ ແລະ ນ້ອງໆເຍົາວະຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນພິທີທ່ານ ບຸນຈັນ ບຸດຊາວດອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ ລາຍງານສະພາບວຽກງານການສ“ການຮຽນ -ການສອນພາຍໃນແຂວງຈຳປາສັກໃນໄລຍະສົກຮຽນຜ່ານມາ ພ້ອມດ້ວຍທິດທາງແຜນການສົກຮຽນຕໍ່ໜ້າ ແລະ ລາຍງານສະພາບການກະກຽມ, ຈຸດປະສົງ ແລະ ຄາດໝາຍໃນການສະເຫຼີມສະຫຼອງວັນຄູແຫ່ງຊາດປີນີ້.
ຈາກນີ້ໃນພິທີ ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ,ໄດ້ກ່າວປາໄສຫວນຄືນມູນເຊື້ອວັນຄູແຫ່ງຊາດ ທີ 7 ຕຸລາ ໂດຍຍົກໃຫ້ເຫັນນໍ້າໃຈເສຍສະຫຼະອັນສູງສົ່ງຂອງນາຍຄູຄຳ ຄູຄົນທຳອິດຂອງລາວ.ຊຶ່ງຄູຄຳ ແມ່ນຜູ້ທີ່ມີນໍ້າໃຈຮັກຊາດອັນສູງສົ່ງ,ກ້າຫານ,ຄຽດແຄ້ນສັດຕູພວກລ່າເມືອງຂື້ນ.ຄູຄຳ ໄດ້ເສຍສະຫຼະ ລາອອກ ຈາກການຮັບໃຊ້ຈັກພັດພວກລ່າເມືອງຂຶ້ນຝຣັ່ງ ນຳເອົາຄວາມຮູ້ຄວາມສາມາດທີ່ໄດ້ຮຽນມານັ້ນ,ມາສິດສອນຄົນລາວ ພ້ອມທັງນຳພາປຸກລະດົມຄົນລາວໃຫ້ລຸກຂຶ້ນຕໍ່ສູ້ຕ້ານການກົດຂີ່ຂູດຮີດຂອງພວກຈັກກະພັດລ່າຂຶ້ນຢ່າງເດັດດ່ຽວກ້າ ຫານ, ເຖິງວ່າຂະບວນການເບື້ອງຕົ້ນຖືກປາບປາມ ແລະບໍ່ປະສົບຜົນສຳເລັດ. ແຕ່ຂະບວນນຳພາ ຜ່ານການການສຶກສາອົບ ຮົມຂອງນາຍຄູຄຳ ໄດ້ປຸກກະແສຄວາມຮັກຊາດ ບໍ່ຍອມເປັນຂ້ອຍຂ້າມ້າໃຊ້ໄວ້ໃນຈິດສຳນຶກຂອງຄົນລາວຕະຫຼອດມາ.
ດ້ວຍຜົນງານຄຸນງາມຄວາມດີ ຂອງນາຍຄູຄຳ .ພັກ ລັດຖະບານ ໄດ້ກຳນົດເອົາ ວັນເຂົ້າຣາຊະການເປັນຄູ ຂອງນາຍຄູຄຳເປັນວັນຄູແຫ່ງຊາດລາວ ແລະ ໄດ້ປະກາດສະເຫຼີມສະຫຼອງແຕ່ ປີ 1994 ເປັນຕົ້ນມາ. ເມື່ອຮອດວັນທີ 7 ຕຸລາທຸກໆປີກໍຈະມີພິທີການເລົ່າປະຫວັດ ແລະອວຍພອນຄູຂຶ້ນໃນທຸກໂຮງຮຽນທົ່ວປະເທດເພື່ອຈາລຶກເຖິງນາຍຄູຄຳ ແລະ ບຸນຄຸນຄູ – ອາຈານ ທີ່ສັ່ງສອນຖ່າຍທອດຄວາມຮູ້ໃຫ້ແກ່ສິດ -ສານຸສິດໃນທົ່ວປະເທດ.
ເພື່ອເຊີດຊູບົດບາດຄວາມສຳຄັນຂອງຄູໃຫ້ສູງຂຶ້ນ ພັກ,ລັດຖະບານໄດ້ໃຫ້ນາມມະຍົດຄູວ່າ: ຄູຄືຄົນຂອງພັກ,ຄູແມ່ນແມ່ພີມຂອງຊາດ ,ຄູຄືພໍ່ແມ່ຜູ້ທີສອງຂອງສິດທຸກຄົນ ແລະຄູແມ່ນນັກວິສາວະ ກອນແຫ່ງດວງວິນຍານ.ຄູປຽບເໝືອນທຽນທີ່ຍອມເຜົາໄໝ້ຕົນເອງເພື່ອໃຫ້ແສງສະຫວ່າງ.
ໃນພິທີອັນສະຫງ່າລາສີນີ້, ຍັງມີການອ່ານສານອວຍພອນແດ່ຄູ – ອາຈານ,ຜູ້ບໍລິຫານການສຶກສາ,ມອບຂອງຂັວນ ໃຫ້ອະດີດພະນັກງານຄູຜູອາວຸໂສ ແລະ ມອບໃບຍ້ອງຍໍປະເພດຕ່າງໆໃຫ້ແກ່ຄູ – ອາຈານທົ່ວແຂວງຈຳປາສັກ ທີ່ມີຜົນງານດີເດັ່ນປະກອບສ່ວນເຮື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການພັດທະນາການສຶກສາ ເຊັ່ນ: ຍ້ອງຍໍຂັ້ນກະຊວງສຶກສາທິການ ແລະ ກິລາຈຳນວນ 2.274 ທ່ານ ແລະ 1 ກົມກອງ,ຂັ້ນແຂວງຍ້ອງຍໍ ການປະກອບສ່ວນໃນຂະບວນການຮັກຊາດ ແລະ ພັດທະນາຈຳນວນ 1996 ທ່ານ ແລະ ຂັ້ນພະແນກສຶກສາທິການ ແລະ ກິລາແຂວງຈຳນວນ 1.823 ທ່ານ ແລະ 2 ກົມກອງ.
ເກດສະໜາ ແກ້ວສຸວັນນະແສງ
May be an image of 7 people, people sitting and people standing