ແຂວງຈຳປາສັກໄດ້ຈັດພິທີປະກາດການຈັດຕັ້ງພະນັກງານນຳພາ-ຄຸ້ມຄອງ ພາຍ ໃນພະແນກກອຸດສະຫະກຳ ແລະ ການຄ້າແຂວງ ໃນຕອນບ່າຍວັນທີ 28 ຕຸລາ 2021.ໃຫ້ກຽດເຂົ້າຮ່ວມຂອງທ່ານ ສະນັ່ນ ສີພາພົມມະຈັນ ຮອງເລຂາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງຈຳປາສັກ, ດ໋ອກເຕີ ບຸນຍະເດດ ທອງສະຫວັນ ຫົວໜ້າພະແນກອຸດສະກະກຳ ແລະການຄ້າແຂວງ, ມີບັນດາທ່ານຫົວໜ້າພະແນກ,ຮອງພະແນກການ,ຂະແໜງການ,ຫ້ອງການ,ບັນດາສະມາຊິກພັກ- ພະນັກງານເຂົ້າຮ່ວມ.
ໃນພິທີ ດ໋ອກເຕີ ບຸນຍະເດດ ທອງສະຫວັນ ຫົວໜ້າພະແນກອຸດສະກະກຳ ແລະການຄ້າແຂວງ ໄດ້ລາຍງານສະ ພາບການນຳພາຈັດຕັ້ງປະຕິບັດວຽກງານອຸດ ສະຫະກຳ ແລະ ການຄ້າໃນໄລຍະ 9 ເດືອນທີ່ຜ່ານມາ. ເຊິ່ງຍົກໃຫ້ເຫັນຜົນງານການເຄື່ອນໄຫວ,ສະພາບຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະທິດທາງຈຸດສຸມໃນການນໍາພາຈັດຕັ້ງປະຕິບັດ 3 ເດືອນທ້າຍປີ 2021 ນີ້. ຈາກນີ້ໃນພິທີ ທ່ານ ວິໄລສັກ ສູນທອນ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງຈຳປາສັກ ວ່າດ້ວຍການອະນຸມັດແຕ່ງຕັ້ງ ແລະ ບົ່ງຕົວ ຄະນະໜ່ວຍພັກຊັບສິນທາງປັນຍາ ແລະ ມາດ ຕະຖານວັດແທກ ຂຶ້ນກັບຄະນະພັກຮາກຖານພະແນກອຸດສະຫະກຳ ແລະ ການຄ້າແຂວງ,ຂໍ້ຕົກລົງຂອງທ່ານເຈົ້າແຂວງຈຳປາສັກ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າພະແນກອຸດສະຫະກຳ ແລະ ການຄ້າແຂວງ ຄື:
1. ແຕ່ງຕັ້ງ ທ່ານ ອະພິວັດ ສົມບູນຂັນ ເປັນເລຂາໜ່ວຍພັກຊັບສິນທາງປັນຍາ ແລະ ມາດຕະຖານວັດແທກ,ທັງເປັນຮອງຫົວໜ້າພະແນກອຸດສະຫະກຳ ແລະການຄ້າແຂວງ.
2. ແຕ່ງຕັ້ງ ທ່ານ ຄຳແຜ່ນ ແພງບົວວັນ ເປັນຮອງເລຂາໜ່ວຍພັກ ທັງແມ່ນປະທານກວດກາໜ່ວຍພັກຊັບສິນທາງປັນຍາ ແລະມາດຕະຖານວັດແທກ.
ໂອກາດນີ້ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງຄຳໂອ້ລົມຂອງທ່ານ ສະນັ່ນ ສີພາພົມມະຈັນ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງຈຳປາສັກອີກດ້ວຍ.
ເກດສະໜາ ແກ້ວສຸວັນນະແສງ.


