ໃນຕອນເຊົ້າວັນທີ 08 ເມສາ 2022 ນີ້ ທີ່ສະໂມສອນຫຼັກ 4 ແຂວງຈຳປາສັກ ໄດ້ຈັດກອງປະ ຊຸມສະຫຼຸບຕີລາຄາການນຳພາ- ຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ທົ່ວແຂວງ ປີ 2021 ແລະ ທິດ ທາງ ປີ 2022 ໂດຍພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ,ມີບັນດາທ່ານຮອງເລຂາພັກແຂວງ,ຄະນະປະຈຳພັກແຂວງ,ກຳມະການພັກແຂວງ, ເລຂາພັກນະຄອນ,ເມືອງ,ຫົວໜ້າພະແນກການກົມກອງ ຜູ້ຊີ້ນຳ ແລະຄະນະກໍ່ສ້າງຮາກຖານຂອງແຂວງ,ພະນັກງານທີ່ຫັນລົງກໍ່ສ້າງຮາກຖານທົ່ວແຂວງເຂົ້າຮ່ວມ.
ໃນກອງປະຊຸມຄັ້ງນີ້ ທ່ານ ວິໄລວົງ ບຸດດາຄຳເຈົ້າແຂວງຈຳປາສັກ ໄດ້ມີຄຳເຫັນກ່າວໄຂກອງແະຊຸມໂດຍກ່າວວ່າ:
ກອງປະຊຸມສະຫຼຸບຕີລາຄາວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານ, ຕິດພັນວຽກງານ 3 ສ້າງ ຕາມ 4 ເນື້ອໃນ, 4 ຄາດໝາຍ ເຊິ່ງມີຄວາມໝາຍຄວາມສໍາຄັນຢ່າງຍິ່ງພວກເຮົາຈະໄດ້ພ້ອມກັນສະຫຼຸບຕີລາຄາຄືນໝາກຜົນ-ຜົນງານ ໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຮອບດ້ານໃນໄລຍະ 01ປີ ຜ່ານມາແລະ ຮ່ວມ ກັນວາງແຜນປັບປຸງວຽກງານກໍ່ສ້າງຮາກຖານການເມືອງ-ພັດ ທະນາຊົນນະບົດຮອບດ້ານ ຕິດພັນວຽກງານ 3 ສ້າງ ຕາມ4ເນື້ອໃນ,4ຄາດໝາຍ ໃຫ້ໄດ້ຮັບການຈັດຕັ້ງຜັນຂະຫຍາຍເຂົ້າສູ່ລວງເລິກ ແລະ ລົງສູ່ທ້ອງຖິ່ນຮາກ ຖານຢ່າງທົ່ວເຖິງ ເພື່ອເຮັດໃຫ້ຮາກຖານມີຄວາມແໜ້ນແກ່ນ ແລະ ຢືນຍົງເປັນກ້າວໆ .
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນ:
ຮັບຟັງການຜ່ານບົດສະຫຼຸບຕີລາຄາຄືນການເຄື່ອນໄຫວວຽກງານກໍ່ຮາກຖານການເມືອງຮອບດ້ານ, ຕິດພັນວຽກງານ 3 ສ້າງ ໃນໄລຍະ01ປີຜ່ານມາ ແລະແຜນການປີ 2022.
ຮັບຟັງການລາຍງານປະກອບຄໍາເຫັນທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດ ຂະບວນການຂອງບັນດາຕົວແບບ ນັບທັງການປະກອບຄຳເຫັນ ຂອງຜູ້ແທນກອງປະຊຸມທີ່ມາຈາກພະແນກການ, ກົມກອງອ້ອມຂ້າງແຂວງ, ນະຄອນ, ເມືອງແລະເປົ້າໝາຍຕ່າງໆ ເພື່ອເປັນການປັບປຸງວຽກງານດັ່ງກ່າວໃຫ້ມີທ່າກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ.
ໃນນາມຕາງໜ້າໃຫ້ຄະນະ ພັກ-ອໍານາດການປົກຄອງແຂວງຈຳປາສັກຂໍຮຽກຮ້ອງມາຍັງບັນດາທ່ານ,ຜູ້ແທນກອງປະຊຸມຈົ່ງໄດ້ສຸມສະຕິຄວາມເປັນເຈົ້າການໃນການຄົ້ນຄວ້າປຶກສາຫາລື,ປະກອບຄໍາຄິດຄໍາເຫັນຢ່າງຕັ້ງໜ້າເຂົ້າໃສ່ກອງປະຊຸມໃຫ້ມີເນື້ອໃນ, ມີຄວາມໝາຍເລິກເຊິ່ງເພື່ອຮັບປະກັນໄດ້ຄວາມຖືກຕ້ອງສອດຄ່ອງແລະສ້າງຄວາມເປັນເອກະພາບທາງດ້ານເນື້ອໃນ,ຄາດ ໝາຍສູ້ຊົນ, ວິທີການໃນການຈັດຕັ້ງປະຕິບັດເພື່ອນໍາໄປຜັນຂະຫຍາຍລົງສູ່ກົມກອງທ້ອງຖິ່ນຮາກຖານບ້ານໃຫ້ໄດ້ຮັບຜົນສໍາເລັດຢ່າງສູງ.
ສຳບັບການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານ ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ທົ່ວແຂວງ ໃນໄລຍະ 1 ປີ ຜ່ານມາ ມາຮອດປັດຈຸບັນແກ້ໄຂໄດ້ບ້ານທຸກຍາກ 11 ບ້ານ (ຍັງເຫຼືອ 38 ບ້ານ) ປີ 2021, ສ້າງບ້ານພັດທະນາໄດ້ 55 ບ້ານ (ລວມ 104 ບ້ານ) ນະຄອນປາກເຊ 42 ບ້ານ, ຊະນະສົມບູນ 1 ບ້ານ, ເມືອງບາຈຽງ 9 ບ້ານ, ປາກຊ່ອງ 12 ບ້ານ, ປະທຸມພອນ 25 ບ້ານ, ໂພນທອງ 4 ບ້ານ, ຈຳປາສັກ 2 ບ້ານ, ເມືອງມຸນ 3 ບ້ານ ແລະ ເມືອງໂຂງ 6 ບ້ານ.
ກອງປະຊຸມສະຫຼຸບຕີລາຄາການນຳພາ-ຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ທົ່ວແຂວງ ປີ 2021 ແລະ ທິດທາງ ປີ 2022 ດຳເນີນໄປເປັນເວລາ 1 ວັນເຕັມຈິ່ງອັດລົງ.
ຂ່າວ;ພາບ: ເກດສະໜາ


