ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມປຶກສາຫາລືລະຫວ່າງ ຂະແໜງການພາກລັດ ແລະ ພາກທຸລະກິດ ເພື່ອແກ້ໄຂປະກົດການຫຍໍ້ທໍ້ໃນວຽກງານທ່ອງທ່ຽວ ຈັດຂຶ້ນທີ່ ພະແນກຖະແຫຼງຂ່າວ,ວັດທະນະທຳແລະທ່ອງທ່ຽວແຂວງຈຳປາສັກ ໃນວັນທີ 23 ມິຖຸນາ 2023 ໂດຍເປັນປະທານຂອງ ທ່ານ ນາງ ແສງສຸວັນ ຊຸຍພະສິດ ກຳມະການພັກແຂວງ ຫົວໜ້າພະແນກຖະແຫຼງຂ່າວ,ວັດທະນະທຳ ແລະທ່ອງທ່ຽວແຂວງຈຳປາສັກ. ມີພະແນກການກົມກອງ ອົງການຈັດຕັ້ງອ້ອມຂ້າງແຂວງ,ຄະນະສະພາການຄ້າ ແລະ ອຸດສາຫະກຳ, ຄະນະສາມະຄົມໂຮງແຮມ ແລະ ຮ້ານອາຫານ, ຄະນະສະມາຄົມທຸລະກິດທ່ອງທ່ຽວ,ປະທານສາມະຄົມຫັດຖະກຳ,ປະທານກຸ່ມພະນັກງານຳທ່ອງທ່ຽວ,ຜູ້ປະກອບການທຸລະກິດທ່ອງທ່ຽວ,ຕຳຫຼວດທ່ອງທ່ຽວ,ຫົວໜ່ວຍທຸລະກິດທ່ອງທ່ຽວ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ທ່ານ ນາງ ແສງສຸວັນ ຊຸຍພະສິດ ຫົວໜ້າພະແນກຖະແຫຼງຂ່າວ,ວັດທະນະທຳແລະທ່ອງທ່ຽວແຂວງຈຳປາສັກໄດ້ກ່າວວ່າ: ໃນໄລຍະ 6 ເດືອນຕົນປີຜ່ານມາພະແນກ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຈຳປາສັກ ໄດ້ສຸມໃສ່ ການຟື້ນຟູວຽກງານທ່ອງທ່ຽວເປັນຕົ້ນແມ່ນ ປັບປຸງບັນດາພື້ນຖານໂຄງລ່າງທີ່ຮັບໃຊ້ແກ່ການທ່ອງທ່ຽວ ແລະ ໂຄສະນາແຫຼ່ງທ່ອງທ່ຽວໃຫ້ມີຄວາມໜ້າສົນໃຈ ແລະ ໜ້າທ່ຽວຊົມ; ລົງເຄື່ອນໄຫວຊູກຍູ້ ປັບປຸງແຫຼ່ງທ່ອງທ່ຽວທີ່ເປັນທ່າແຮງສຳຄັນຂອງແຂວງ. ໄດ້ສຶບຕໍ່ຊຸກຍຸ້ການລົງທືນສ້າງສີ່ງຮອງຮັບດ້ານທີ່ພັກ, ດ້ານການສະຫນອງອາຫານ,ເຄື່ອງທີ່ລະນຶກ, ການທ່ອງທ່ຽວກະສິກຳ ແລະ ນຳໃຊ້ລົດໄຟຟ້າໃນເຂດດອນເດດ-ດອນຄອນ, ຊຸກຍູ້ຫົວໜ່ວຍທຸລະກິດໄດ້ດຳເນີນບໍລິການຫັນໄປສູ່ຄຸນນະພາບສາກົນຕາມ 7 ມາດຕະຖານອາຊຽນ, ໄດ້ລົງປະເມີນຄືນມາດຕະຖານໂຮງແຮມຂຽວອາຊຽນທີ່ໄດ້ຮັບລາງວັນຜ່ານມາຈຳນວນ 11 ຫົວໜ່ວຍ, ໃນຕົ້ນປີນີ້ແຂວງຈຳປາສັກ ໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວ 6 ລາງວັນ, ມີມາດຕະຖານເຮືອນພັກແຮມປະຊາຊົນອາຊຽນ 2 ລາງວັນ ບ້ານດອນແດງ ແລະ ບ້ານດອນໂຄ , ມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ 2 ລາງວັນ ມີແຫຼ່ງທ່ອງທ່ຽວຕາດເຍືອງ ແລະ ບ້ານໜອງຫຼວງ , ມາດຕະຖານຫ້ອງນ້ຳສາທາລະນະອາຊຽນ 2 ລາງວັນ ຢູ່ແຫຼ່ງທ່ອງທ່ຽວມໍລະດົກໂລກວັດພູຈຳປາສັກ ແລະ ແຫຼ່ງທ່ອງທ່ຽວນ້ຳຕົກຕາດຟານ , ຄຸ້ມຄອງຫົວໜ່ວຍທຸລະກິດນຳທ່ຽວ,ພະນັກງານນຳທ່ຽວ ແລະ ໄດ້ສຳເລັດການຝຶກອົບຮົມພະນັກງານນຳທ່ຽວລະດັບແຂວງ 1 ຄັ້ງ, ປະສານສົມທົມກັບຂະແໜງການກ່ຽວຂ້ອງໃນການລົງຕິດຕາມປະກົດການຫຍໍ່ທໍ້ໃນສະຖານທີ່ຮ້ານກິນດື່ມ-ບັນເທີງຢ່າງເປັນປົກກະຕິ ,ສ້າງທ່າແຮງດຶງດູດດ້ານການຕະຫຼາດ,ການຈັດກິດຈະກຳເພື່ອສົ່ງເສີມວັດທະນະທຳ ແລະ ບຸນປະເພນີຕ່າງໆໃຫ້ເປັນຂະບວນການຂອງສັງຄົມຢ່າງກວ້າງຂວາງ,ຊຸກຍູ້ການໂຄສະນາ,ປະຊາສຳພັນຈຸດເດັ່ນຂອງແຂວງໃຫ້ເປັນຈຸດໝາຍປາຍທາງການທ່ອງທ່ຽວຜ່ານສື່ສັງຄົມອອນລາຍໃຫ້ມີຫລາຍຮູບແບບເພື່ອດຶດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວແຂວງຈຳປາສັກໃຫ້ຫຼາຍກວ່າເກົ່າ.
ໄລຍະ 6 ເດືອນຕົ້ນປີຜ່ານມາ ແຂວງຈຳປາສັກ ມີນັກທ່ອງທ່ຽວເຂົ້າມາທ່ອງທ່ຽວທັງໝົດ: 143,689 ຄົນ ພາຍໃນ 11.455 ຄົນ, ນັກທ່ອງທ່ຽວຕາມຊາຍແດນ 28.566 ຄົນ, ນັກທ່ອງທ່ຽວສາກົນ 103.668,ຄົນ ສາມາດສ້າງລາຍຮັບໄດ້ 28.717.040 $. ທຽບໃສ່ແຜນປະຕິບັດໄດ້ 63%.
ທ່ານ ຫົວໜ້າພະແນກຖະແຫຼງຂ່າວ,ວັດທະນະທຳແລະທ່ອງທ່ຽວແຂວງຈຳປາສັກ ຍັງໄດ້ກ່າວດ້ວຍຄວາມເຊື່ອໝັ້ນວ່າ ກອງປະຊຸມປຶກສາຫາລືລະຫວ່າງ ຂະແໜງການພາກລັດ ແລະ ພາກທຸລະກິດ ເພື່ອແກ້ໄຂປະກົດການຫຍໍ້ທໍ້ໃນວຽກງານທ່ອງທ່ຽວ ແລະ ວິທີການໃນການດຶງດູດນັກທ່ອງທ່ຽວ ຄັ້ງນີ້ ຈະເປັນການປະກອບສ່ວນສໍາຄັນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາການທ່ອງທ່ຽວໃຫ້ສາມາດດືງດູດນັກທ່ອງທ່ຽວນັບມື້ນັບຫຼາຍຂື້ນ.
ພ້ອມກັນນີ້ ຍັງໄດ້ພ້ອມກັນ ປະກອບຄໍາເຫັນໂດຍຫຍໍ້ໍໍ ໃນການ ແກ້ໄຂບັນຫາປະກົດການຫຍໍ້ທໍ້ ໃນຂົງເຂດທ່ອງທ່ຽວ ແລະ ວິທີການໃນການດຶງດູດນັກທ່ອງທ່ຽວ ເຂົ້າມາທ່ຽວແຂວງຈຳປາສັກໃຫ້ຫຼາຍຂຶ້ນກວ່າເກົ່າ.
ເກດສະໜາ ແກ້ວສຸວັນນະແສງ