ພະແນກຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບຂະແໜງການທີ່ກ່ຽວຂ້ອງຂອງແຂວງ ຈຳປາສັກ ໄດ້ຈັດງານນິທັດສະການອາຫານ ແລະ ເຄື່ອງຕ້ອນຂອງຝາກເພື່ອກະຕຸ້ນເສດຖະ ກິດ,ສົ່ງເສີມດານທ່ອງທ່ຽວ ລາວທ່ຽວລາວ ທີ່ຫໍວັດທະນະທຳຫຼັກ 7 ໃນວັນທີ 16 -17 ມີຖຸນາ 2022 ,ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ວາດສະຫນາ ສີລິມາ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງຈຳປາສັກ,ທ່ານ ສຸກສະຫວັນ ວິໄລວົງ ຄະນະປະຈຳພັກແຂວງ ຫົວຫນ້າພະແນກແຜນການການລົງທືນແຂວງ,ທ່ານ ນາງ ແສງສຸວັນ ຊຸຍພະສິດ ກຳມະການພັກແຂວງ ຫົວໜ້າພະແນກ ຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວແຂວງຈຳປາສັກ,ທ່ານ ຄົມດວງຈັນທາ ຫົວຫນ້າກົມ ໂຄສະນາການທ່ອງທ່ຽວ ຕ່າງໜ້າຖະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງ ທ່ຽວ,ພ້ອມນີ້ມີທ່ານການນຳນະຄອນ – ເມືອງ ແລະບັນດານັກທຸລະກິດພາຍໃນ ແລະຕ່າງແຂວງພ້ອມດ້ວຍຊາວຄ້າຂາຍ ແລະ ມວນຊົນເຂົ້າຮ່ວມ.
ທ່ານ ນາງ ວາດສະໜາ ສີລິມາ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງຈຳປາສັກກ່າວວ່າ: ຈຸດປະສົງອັນສຳຄັນຂອງການຈັດງານນິທັດສະການອາຫານ ແລະ ເຄື່ອງຕ້ອນຂອງຝາກໃນຄັ້ງນີ້ແມ່ນແນໃສ່ການກະຕຸ້ນເສດຖະ ກິດ, ຊູກຍູ້ສົ່ງເສີມດ້ານການທ່ອງທ່ຽວ ລາວທ່ຽວລາວ ໂດຍສະເພາະພາກທຸລະກິດບໍລີການການທ່ອງທ່ຽວໃຫ້ມີການຂະ ຫຍາຍຕົວ, ນັບແຕ່ດ້ານອາຫານ ແລະ ເຄື່ອງຕ້ອນຂອງຝາກ ສຳລັບນັກທ່ອງ ທ່ຽວ ທັງພາຍໃນແລະ ຕ່າງປະເທດ ລວມທັງການບໍລິການອື່ນໆ.ທີ່ເປັນການກະກກຽມຄວາມພ້ອມດ້ານຕ່າງໆທີ່ສາມາດເຊື່ອມຍົງໃນພາກພື້ນສາກົນ.ຮັບປະ ກັນຄວາມປອດໄພດ້ານສຸຂະພາບ.
ພາຍໃນງານມີບັນດາຮ້ານວາງສະແດງທີ່ເຂົ້າຮ່ວມທັງໝົດ 52 ຮ້ານ,ປະກອບດ້ວຍບັນດາຜະລິດຕະພັນຕ່າງໆຈາກສີມືແຮງງານຂອງຄົນລາວທີ່ໄດ້ຮັບກາໝາຍການຄ້າ ນຶ່ງເມືອງນຶ່ງຜະລິດຕະພັນ (ODOP ) ,ສິນຄ້າເອກະລັກທ້ອງຖີ່ນ ເປັນຕົ້ນ ເຄື່ອງນຸ່ງຫົ່ມຜ້າຝ້າຍ,ຜ້າໃໝ , ເຄື່ອງທີ່ລະນຶກທີ່ເປັນເອກະລັກຂອງແຕ່ລິທ້ອງຖິ່ນ,ຫັດຖະກຳຈັກສານຕ່າງໆ,ຜົນຜະລິດກະສິກຳ,ແລະປະເພດອາຫານອື່ນໆທີ່ມາຈາກ 9 ເມືອງ,1ນະຄອນ,ຈາກສະມາຄົມທຸລະກິດການທ່ອງທ່ຽວ, ໂຮງແຮມ,ເຮືອນພັກ ແລະຮ້ານອາຫານ, ກຸ່ມຫັດຖະກຳ,ກຸ່ມຜະລິດຕະພັນກະສິກຳ ແລະສິນຄ້າປະເພດອື່ນໆ.
ຕະຫຼອດໄລຍະ 2 ວັນ ພາຍໃນງານກໍມີມວນຊົນມາທ່ອງທ່ຽວ ທ່ຽວຊົມ,ຊື້ຂາຍສິນຄ້າ ແລະອາຫານປະເພດຕ່າງໆ ຢ່າງຫຼວງຫຼາຍ. ໂດຍສະເພາະມື້ທີສອງກ່ອນປິດງານສິນຄ້າບາງປະເພດມີການຫຼຸດລາຄາເຮັດໃຫ້ມວນຊົນສົນໃຈເຂົ້າມາຊື້ຢ່າງເປັນຂະບວນ.
Loading...