ກອງປະຊຸມພົບປະ ແບບບໍ່ເປັນທາງການ ລະຫວ່າງ ຄະນະຜູ້ ແທນ ແຂວງຈຳປາສັກ ສປປ ລາວ ກັບ ຄະນະຜູ້ແທນ ແຂວງຊຽງແຕງ ຣາຊະອານາຈັກກຳປູເຈຍ ໄດ້ມີຂື້ນ ໃນວັນທີ 12 ມິນາ 2022, ທີ່ຫ້ອງການດ່ານຕຣາປຽງ ກຣຽນ ແຂວງຊຽງແຕງ ຣາຊະ ອານາຈັກກຳປູເຈຍ. (ດ່ານຊາຍ ແດນສາກົນ ໜອງນົກຂຽນ-ຕຣາ ປຽງກຣຽນ ຊາຍແດນລາວ – ກຳປູເຈຍ) ເພື່ອປຶກສາຫາລື ແລະ ແລກປ່ຽນ ບາງຄໍາຄິດເຫັນ . ເຊິ່ງ ຄະນະຜູ້ແທນ ແຂວງຈຳປາສັກ ຂອງ ລາວ ແມ່ນນຳໂດຍ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ແລະ ຄະນະຜູ້ແທນ ແຂວງຊຽງແຕງ ຣາຊະອານາຈັກກຳປູເຈຍ ນຳໂດຍ ທ່ານ ສະຫວາຍ ສົມອຽງ ເຈົ້າແຂວງໆຊຽງແຕງ, ມີ ຄະນະກຳມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ່ອຍຕາມບໍລິເວນຊາຍແດນ ສອງຝ່າຍ ເຂົ້າຮ່ວມ.
ຜ່ານການປຶກສາຫາລື, ແລກປ່ຽນ ຄໍາຄິດເຫັນ ສອງຝ່າຍແມ່ນໄດ້ເຫັນດີ ຄວນຊຸກຍູ້ໃຫ້ມີການເປີດກອງປະຊຸມຮ່ວມສອງຝ່າຍ ເພື່ອທົບທວນຄືນການຈັດຕັ້ງປະຕິບັດບົດບັນທືກວ່າດ້ວຍການຮ່ວມມື ລະຫວ່າງແຂວງຈໍາປາສັກ ກັບແຂວງຊຽງແຕງ ຄັ້ງທີ 13 ແລະ ກ້າວໄປສູ່ການເປີດກອງປະຊຸມຮ່ວມສອງຝ່າຍ ຄັ້ງທີ 14 ທີ່ແຂວງຊຽງແຕງເປັນເຈົ້າພາບ. ສືບຕໍ່ການພົບປະ ແລກປ່ຽນຄະນະນຳຂອງເມືອງ ທີ່ມີຊາຍ ແດນຕິດຈອດກັນ ເພື່ອປຶກສາຫາລືການແກ້ໃຂຮ່ວມກັນກ່ຽວ ກັບສະພາບທີ່ເກີດຂື້ນຕາມຊາຍ ແດນໃຫ້ທັນເຫດການ ແລະ ຊຸກຍູ້ກອງກໍາລັງທະຫານ ເຈົ້າ ໜ້າທີ່ຕຳຫລວດຂອງແຕ່ລະຝ່າຍໃຫ້ໄດ້ມີການພົບປະກັນຢ່າງເປັນປົກກະຕິ ເພື່ອສ້າງເງື່ອນໃຂໃນການເຄື່ອນໃຫວຮ່ວມກັນ ເພື່ອເປັນການປະຕິບັດບົນຈິດໃຈການພົວພັນການທູດ. ເຫັນດີ ສະເໜີຂັ້ນເທິງຂອງຕົນ ເພື່ອສືກສາຄວາມເປັນໄປໄດ້ໃນການສ້າງຕັ້ງດ່ານທ້ອງຖິ່ນໃຫມ່ກັບແຂວງຊຽງແຕງ ຄືດ່ານນາປ່າກຽບ, ເມືອງໂຂງ. ຊຸກຍູ້ຕໍ່ກັບການພັດທະນາບຸກເບີກລຽວທາງລຽບຕາມຊາຍແດນ ຈຸດບໍລິເວນດ່ານໜອງນົກຂຽນ ຫາດົງກະລໍ, ເມືອໂຂງ. ແລະ ເຫັນດີຊຸກຍູ້ໃຫ້ພະແນກໂຍທາທິການ ແລະ ຂົນສົ່ງ ທັງ ສອງຝ່າຍ, ເຈົ້າໜ້າທີ່ປະຈໍາດ່ານ ສົມທົບກັນເພື່ອສ້ອມແປງຄືນ ຫລັກ ຊິເມັນ PN89 ທີ່ຫັກໂຄ່ນຢູ່ບໍລິເວນດ່ານສາກົນໜອງນົກຂຽນ- ຕຣາປ່ຽງກຣຽນ.ແລະ ແຂວງຊຽງແຕງຍັງໄດ້ ຮັບຊາບວ່າ ແຂວງຈໍາປາສັກກຳລັງດຳເນີນການສຶກສາຄວາມເປັນໄປໄດ້ໃນການສ້າງຈຸດປ່ຽນຖ່າຍສິນຄ້າ ຢູ່ໜອງນົກຂຽນ.
ໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ ຕ່າງຫນ້າອົງການປົກຄອງ ແລະ ປະ ຊາຊົນຊາວ ແຂວງຈໍາປາສັກ ຂໍສະແດງຄວາມ ຂອບໃຈຕໍ່ການຊ່ວຍເຫລືອຂອງລັດຖະບານແຫ່ງລາຊະອາຈັກກຳປູເຈຍ ເວົ້າລວມ, ເວົ້າສະເພາະ ອົງການປົກຄອງແຂວງຊຽງແຕງ ທີ່ໄດ້ມີຄວາມພະຍາຍາມ ແລະເອົາໃຈໃສ່ ໃນການຮ່ວມມືຊຸກຍູ້ແກ້ໄຂຄວາມເປັນລະບຽບຮຽບຮ້ອຍ ຕາມຊາຍແດນ. ພ້ອມກັນນັ້ນ ກໍ່ເຊື່ອ ໝັ້ນວ່າສາຍພົວພັນຮ່ວມມື ສອງຊາດ ລາວ-ກຳປູເຈຍ ຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດ ຂອງປະຊາຊົນສອງຊາດພວກເຮົາ ກໍ່ຄື ສອງແຂວງຈຳປາສັກ-ຊຽງແຕງ ພວກເຮົາ.
ຂ່າວ: ທັດຊະນະ
Loading...