ກອງປະຊຸມຄະນະຊີ້ນຳໂຄງ ການຂັ້ນແຂວງໆຈຳປາສັກ ເພື່ອຄົ້ນຄັວາປຶກສາຫາລື ແລະ ວາງທິດທາງແຜນການຈັດຕັ້ງປະຕິ ບັດໂຄງການຄຸ້ມຄອງ ແລະ ບຳ ບັດນ້ຳເປື້ອນຢູ່ນະຄອນປາກເຊ. ໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 10 ມີນາ 2022 ນີ້ ຢູ່ທີ່ຫ້ອງວ່າການແຂວງຈຳປາສັກ ໂດຍເປັນປະທານ ຂອງ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງໆຈຳປາສັກ,ປະທານຊີ້ນຳໂຄງການຂັ້ນແຂວງ,ມີ ທ່ານ ບົວລີ ເພັດສົງ ຄາມ ເຈົ້ານະຄອນປາກເຊ ,ທ່ານ ຈັນທະວີສຸກ ວັນສີລິ ຫົວໜ້າພະ ແນກໂຍທາທິການ ແລະ ຂົນສົ່ງແຂວງຈຳປາສັກ,ທ່ານ ໂຣວັນ ເຟເຊີ ຫົວໜ້າສະຖາບັນເຕີບໂຕສີ ຂຽວສາກົນ ປະຈຳ ລາວ,ມີບັນດາທ່ານ ຫົວໜ້າ,ຮອງຫົວໜ້າພະ ແນກການອ້ອມຂ້າງແຂວງ,ຮອງເຈົ້ານະຄອນ ,ສະຖາບັນເຕີບໂຕສີຂຽວ (GGGI) ,ມີຫົວໜ້າຂະ ແໜງການ,ຫົວໜ້າຫ້ອງການ, ຕະຫຼອດຮອດທີມງານທີ່ປຶກສາໂຄງການເຂົ້າຮ່ວມ.
ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງໆຈຳປາສັກ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການເຊິ່ງທ່ານໄດ້ກ່າວວ່າ:
ການຈັດຕັ້ງປະຕິບັດໂຄງການຄຸ້ມຄອງ ແລະ ບຳບັດນໍ້າເປື້ອນ ຢູ່ ນະຄອນປາກເຊ ແຂວງ ຈຳປາສັກ ພາຍໃຕ້ໂຄງການສ້າງຄວາມອາດສາມາດ ໃນການຄຸ້ມ ຄອງນໍ້າເປື້ອນ ແລະ ຂີ້ເຫຍື່ອ ເພື່ອປັບປຸງສິ່ງແວດລ້ອມຕົວເມືອງ ໃນ ສປປ ລາວ ໂດຍການຮ່ວມມືກັນ ລະ ຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງອົງການຮ່ວມມືສາກົນ – ເກົາຫຼີ ( KOICA) ແລະ ສະຖາບັນເຕີບໂຕສີຂຽວ ສາກົນ ປະຈຳ ສປປ ລາວ (GGGI) ແມ່ນວຽກງານທີ່ສຳຄັນ ໄລຍະຜ່ານມາ ໄດ້ຈັດກອງປະຊຸມລິເລີ່ມການຈັດຕັ້ງປະຕິບັດໂຄງການ ຢ່າງເປັນທາງການ ໃນເດືອນ ທັນວາ ປີ 2010 ມາຮອດປະຈຸບັນ ໂດຍການປະສານສົມທົບກັບພາກ ສ່ວນທີ່ກ່ຽວຂ້ອງຢູ່ຂັ້ນສູນກາງ, ຂັ້ນແຂວງ ທ້ອງຖິ່ນກ່ຽວຂ້ອງ ແລະ ທີມງານທີ່ປຶກສາໂຄງການ ໄດ້ພ້ອມກັນເຄື່ອນໄຫວປະຕິບັດໜ້າທີ່ ຢ່າງມີຜົນສຳເລັດໃນຫລາຍດ້ານ ໂດຍສະເພາະ ແມ່ນວຽກ ການອອກແບບລະບົບບຳບັດນໍ້າເປື້ອນແບບບໍ່ລວມສູນ ຫລືເອີ້ນວ່າ DEWATS ຢູ່ ນະຄອນ ປາກເຊ ລວມມ 04 ຈຸດ ກວມເອົາ 05 ບ້ານ ແລະ ລະບົບບຳບັດຂີ້ຕະເລດ, ອາຈົມ 01 ແຫ່ງ ຢູ່ສະຫນາມ ກຳຈັດຂີ້ເຫຍື່ອ ເມືອງ ຊະ ນະສົມບູນ, ພ້ອມກັນນັ້ນໂຄງ ການຍັງພວມຂຸ້ນຂ້ຽວໃນການສ້າງ ແຜນຍຸດທະສາດ ດ້ານສູຂະພິບານ, ລະບຽບການຄຸ້ມຄອງ, ບໍລິການ ແລະ ສ້າງ ແຜນຄຸ້ມ ຄອງນ້ຳເປື້ອນຢູ່ ຕົວເມືອງ ເພື່ອຮອງຮັບນໍ້າເປື້ອນ ຈາກການຊົມໃຊ້ ແລະ ນໍ້າເປື້ອນຈາກຂຸມວິດບໍ່ໃຫ້ມີກິ່ນເໝັນ,ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຂະຫຍາຍ ໂຄວການໃຫ້ຄວບຄຸມທົ່ວທຸກບ້ານໃນຕໍ່ໜ້າ ເຮັດໃຫ້ນະຄອນປາກເຊ ເປັນຕົວແບບ ທາງດ້ານ ສຸຂະພິບານທີ່ດີ ແລະ ປອດໄພ.
ສຳລັບທິດທາງ 3 ເດືອນ ປີ 2022 ຂອງແຜນຍຸດທະສາດ ປີ 2019-2024 ທາງໂຄງການຈະໄດ້ສືບຕໍ່ ເລັ່ງໃສ່ການວາງລະບົບຄຸ້ມຄອງນ້ຳເປື້ອນຢູ່ນະຄອນປາກເຊ ເປັນບູລິມະສິດອັນດັບຕົ້ນ, ໂດຍສະເພາະ ລະບົບບຳບັດຂີ້ຕາເລດ,ອາຈົມໂດຍກົມນ້ຳປະປາ ຮ່ວມກັບພະແນກໂຍທາທິການ ແລະ ຂົນສົ່ງແຂວງ ຈະເປັນຜູ້ຮ່ວມກັນຈັດຕັ້ງປະຕິບັດ ແລະ ຈາກນີ້ແມ່ນວຽກອື່ນໆ ອີກ.
ກອງປະຊຸມຄັ້ງນີ້ ຄະນະກຳມະ ການຄຸ້ມຄອງໂຄງການຂັ້ນແຂວງ, ພະແນກການກ່ຽວຂ້ອງ ທີ່ເຂົ້າ ຮ່ວມຍັງໄດ້ ປຶກສາຫາລື ແລະ ພ້ອມກັນຄົ້ນຄວ້າເພື່ອແກ້ໄຂບາງບັນຫາທີ່ຍັງຄົງຄ້າງຜ່ານມາ ແລ້ວພ້ອມກັນຕົກລົງນຳໄປຈັດຕັ້ງປະຕິບັດ. ໂຄງການນີ້ແມ່ນສືບ ເນື່ອງປະຕິບັດມາແຕ່ທ້າຍປີ 2019 ແລະ ຈະສຳເລັດໃນທ້າຍປີ 2024.ລວມມູນຄ່າຂອງໂຄງການທັງໝົດ 3 ລ້ານກວ່າໂດລາສະຫະ ລັດ ໂດຍໄດ້ຮັບທຶນຊ່ວຍເຫຼືອສະໜັບສະໜູນ ຂອງອົງຮ່ວມມືສາກົນ – ເກົາຫຼີ.
ໂອກາດກ່ອນການເຂົ້າຮ່ວມກອງປະຊຸມຄົ້ນຄັວາປຶກສາຫາລື ແລະວາງທິດທາງແຜນການຈັດ ຕັ້ງປະຕິບັດໂຄງການຄຸ້ມຄອງ ແລະ ບຳບັດນ້ຳເປື້ອນ ຢູ່ນະຄອນປາກເຊ ຄະນະຮັບຜິດຊອບໂຄງການ,ຜູ້ໃຫ້ທຶນ ແລະ ຜູ້ປະສານງານ ກໍໄດ້ເຂົ້າພົບປະຄົ້ນຄ້ວາປືກສາຫາລື ແລະລາຍງານຄວາມຄືບໜ້າຂອງໂຄງການຕໍ່ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ ເພື່ອຮັບຊາບ ແລະໃຫ້ທິດຊີ້ນຳໃນການປະຕິບັດໂຄງການຕໍ່ໜ້າອີກດ້ວຍ.
ຂ່າວ: ປະພິດ ສີສົມບູນ
ພາບ: ເກດສະໜາ ແກ້ວສຸວັນນະແສງ


